ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-17 17:35:24    
ກອງ​ປະ​ຊຸມ​ອົງ​ການ​ມິດ​ຕະ​ພາບ​ມະ​ຫາ​ຊົນ​ຈີນ​ອາ​ຊຽນ​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ

cri Author: da

ຕາມ​ຂ່າວCRI:ກອງ​ປະຊຸມ​ອົງການມິດຕະພາບ​ມະຫາຊົນ​ຈີນ​ອາ​ຊຽນ​​ໄດ້ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນວັນ​ທີ 17 ພຶດສະພາ.ທ່ານ​ນາງ​ກູ້​ຊິ້ວລຽນ ຮອງ​ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ປະທານ​ສະມາຄົມ​ຈີນ​ອາ​ຊຽນ,ທ່ານ​ເສີນ​ຮ້າວ​ຊູ່ ປະທານ​ສະມາຄົມ​ປະຊາຊົນ​ຈີນ​ເພື່ອມິດຕະພາບ​ກັບ​ຕ່າງປະ​ເທດ​,ທ່ານ​ຈຸນລະ​ພົງ ນົນ​ສີ​ໄສ ປະທານ​ຄະນະ​ກຳມະການອາ​ຊຽນ​ປັກ​ກິ່ງ​ ທັງ​ເປັນ​ເອກ​ອັກຄະ​ລັດ​ຖະທູດ​ໄທ​ປະຈຳ​ຈີນ​ຕ່າງ​ໄດ້​ກ່າວ​ຄຳ​ປາ​ໄສ​ໄຂ​ກອງ​ປະຊຸມ.

ທ່ານ​ນາງ​ກູ້​ຊີ້​ວລຽນ​ເວົ້າວ່າ,​ການ​ຂະຫຍາຍ​ການ​ພົວພັນ​ໄມຕີ​ຈິດ​ຮ່ວມ​ມືລະຫວ່າງ​ຈີນ​ກັບ​ອາ​ຊຽນ,ພວກ​ຂ້າພະ​ເຈົ້າບໍ່​ພຽງ​ແຕ່​ຕ້ອງການ​ແລກປ່ຽນກັນ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ​ແລະ​ການ​ຮ່ວມ​ມື​ກັນ​ລະຫວ່າງ​ບັນດາ​ລັດຖະບານ​ທໍ່​ນັ້ນ,ຍິ່ງຕ້ອງການ​ເພີ່ມ​ທະວີ​ການ​ໄປມາຫາສູ່​ກັນ​ຂອງ​ມະຫາຊົນ,​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກັນ ມິດຕະພາບ​ແລະ​ການ​ຮ່ວມ​ມື​ກັນ​ລະຫວ່າງ​ປະຊາຊົນ​ບັນດາ​ປະ​ເທດ​ອີກ​ດ້ວຍ.

ກອງ​ປະຊຸມ​ຄັ້ງນີ້​ມີ​ຫົວ​ຂໍ້​ວ່າ"ອົງການ​ມິດຕະພາບມະຫາຊົນ​ເສີມ​ຂະຫຍາຍບົດບາດ​ແນວ​ໃດ​ໃນ​ການ​ພົວພັນ​ຄູ່​ຂາຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ",ຜູ້​ແທນ​ອົງການ​ມິດຕະພາບມະຫາຊົນ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ໝູນ​ອ້ອມ​ຫົວ​ຂໍ້​ດັ່ງກ່າວ,ລົງ​ເລິກ​ຊອກ​ຄົ້ນກ່ຽວ​ກັບອົງການ​ມິດຕະພາບ​ມະຫາຊົນເຮັດ​ແນວ​ໃດຊຸກຍູ້ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ ​ເສດຖະກິດ​ການ​ຄ້າ ສັງຄົມ ການພັດທະນາ​ວັດທະນະທຳ​ ພ້ອມ​ດ້ວຍການ​ຮ່ວມ​ມື​ຂັ້ນທ້ອງ​ຖິ່ນ​ເປັນຕົ້ນລະຫວ່າງ​ຈີນ​ກັບປະ​ເທດ​ອາ​ຊຽນ.

ຜູ້​​ແທນ​ຂອງ​ອົງການ​ມິດຕະພາບ​ບັນດາ​ປະ​ເທດ​ອາ​ຊຽນຄື​ລາວ ​ໄທ ກຳປູ​ເຈຍ ​ແລະ​ຫວຽດນາມ​ເປັນຕົ້ນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງນີ້.