ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-17 17:48:16    
ປະມວນ​ເພງ​ສະ​ໄໝ​ນິຍົມ:ດອກ​ການ​ພູ(ສຽງ)

cri Author: lm


ທ່ານຜູ້ຟັງທີ່ເຄົາລົບ,​ເພງ Nizaitaxianghaihaoma ​ເຈົ້າຢູ່​ຖີ່ນ​ອື່ນກໍ​ຄ່ອຍ​ຢູ່ບໍ່? ​ແມ່ນ​​​ເພງ​​ເອກ​ໃນ​ແຜ່ນCD​ເພງ​ສ່ວນ​ຕົວ​ແຜ່ນ​ທຳ​ອິດ​ຂອງ​ທ່ານ​ລີ​ຈິ້ນ​ອັດ​ຈຳໜ່າຍໃນ​ປີ 1994, ​ແລະ​ກໍ​​ແມ່ນ​ເພງ​ທີ່​ເຮັດ​ໃຫ້​ທ່ານ​ຂຶ້ນ​ຊື່​ລື​ນາມ. ​ໃນ​ເພງ​, ທ່ານ​ລີ​ຈິ້ນ​ໄດ້​ໃຊ້​ສຽງອັນ​ມີ​ເອກະລັກ​ພິ​ເສດ, ຖາມ​ສະບາຍດີ​ເພື່ອນ​ທີ່ຢູ່​ຖີ່​ນອື່ນ​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່. ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້ສຶກ​ຂອງ​ຜູ້​ທີ່​ຈາກ​ບ້ານ​ໄປອາ​ໄສ​ຢູ່​ຕ່າງ​ຖີ່ນ.

​ເນື້ອ​ເພງ​ມີ​ຢູ່​ວ່າ: ​ເຈົ້າຢູ່​ຖີ່​ນອື່ນກໍ​ຄ່ອຍ​ຢູ່ບໍ່?​ ​ເຄີຍ​ນ້ຳຕາ​ຕົກ​ຍ້ອນ​ຄື​ດຮອດ​ບ້ານບໍ່; ​ເຈົ້າຢູ່​ຖີ່​ນອື່ນກໍ​ຄ່ອຍ​ຢູ່​ບໍ່? ​ເຄີຍ​ຄິດ​ຮອດ​ຍາມ​ເອື່ອຍໃສ່​ບ່າ​ຂອງ​ຂ້ອຍບໍ່; ​ເຈົ້າຢູ່​ຖີ່ນອື່ນ​ກໍ​ຄ່ອຍ​ຢູ່​ບໍ່? ​ເຄີຍ​ຄຶດ​ເຫັນ​​ເລື່ອງ​​ໃນອະດີດ​ບໍ່. ​ເຈົ້າຢູ່​ຖີ່ນອື່ນ​ກໍ​ຄ່ອຍ​ຢູ່​ບໍ່? ດຽວ​ນີ້ໄດ້​ມີ​ການ​ປ່ຽນ​ແປງ​ຫລາຍ​ບໍ່?

ນາງ​ໂຈ​ວຢ້ຽນຫົງ ​ແມ່ນ​ນັກ​ຮ້ອງທີ່​ມັກ​ແຕ່ງ​ເພງ. ພາຍຫລັງ​ນາງ​ອັດ​ຈຳໜ່າຍ​ແຜ່ນCD​ແຜ່ນ​ທຳ​ອິດ​ທີ່​ແຕ່ງ​​ໂດຍ​ຕົນ​ເອງ​ໃນ​ປີ 1994 ຄື​ແຜ່ນCD"​​ເຫັນ​ດອກ​​ມະ​ລີ​ອີກ"​ແລ້ວ, ຕໍ່​ມາ, ​​ກໍໄດ້​ອັດ​ແຜ່ນ​CDສ່ວນ​ຕົວອີກຫລາຍ​ແຜ່ນ​ຄື"ຢູ່​ນຳ​ອ້າຍ​ຈັ່ງ​ແມ່ນ​ດີ", "​​ເຈົ້າ​ແມ່ນ​ແສງຕາ​ເວັນ​ຂອງຂ້ອຍ", ​"​ໃນ​ເວລາ​ຄວາມ​ຮັກ​ຜ່ານ​​ໄປ"​​ແລະ​ອື່ນໆ, ນອກ​ນີ້, ນາງ​ຍັງ​ໄດ້​ແຕ່ງ​ເນື້ອ​ຮ້ອງ​ຫລາຍຮ້ອຍ​ບົດ​ເພື່ອ​ຕົນ​ເອງ​ແລະ​​ເພື່ອນັກ​ຮ້ອງ​ຜູ້ອື່ນ.

ຕໍ່​ໄປ​ເຊີນ​ຟັງ​ເພງ"Dangaiqingjingguodeshihou" "​ໃນ​ເວລາ​ຄວາມ​ຮັກ​ຜ່ານ​ໄປ"​ເຊິ່ງຂັບ​ຮ້ອງ​ໂດຍ​ນາງ​ໂຈ​ວຢ້ຽນຫົງ. ທຳນອງ​ມ່ວນ​ອອນຊອນ, ​ໄດ້​​ບັນຍາຍ​ອາ​ລົມ​ເສົ້າໝອງ​ຕໍ່​ຄວາມ​ຮັກຂອງ​ຜູ້ຍິງ​ໃນ​ເມືອງ.

ເນື້ອ​ເພງ​ມີ​ຢູ່​ວ່າ, ​ໃນ​ເວລາ​ຄວາມ​ຮັກ​ຜ່ານ​ໄປ, ຂ້ອຍ​ບໍ່​ໄດ້ຈັບມື​ຂອງ​ເຂົາ​ໄວ້. ຄວາມ​ຝັນ​ຢູ່​ໃນ​​ໂລກ​ຈັກກະວານ​ອີກ​ແຫ່ງ​ໜຶ່ງ​​ເທິງ​ສະຫວັນ​ຊັ້ນຟ້າ, ​ເໝືອນ​ດັ່ງ​ໝາກ​ພິລາທີ່​ສວຍ​ງາມ. ​ໃນ​ເວລາ​ຄວາມ​ຮັກ​ຜ່ານ​ໄປ, ຂ້ອຍ​ບໍ່​ຮູ້​ວ່າ​ຕົນ​ເອງ​ພວມ​​ເຫຼີຍ່າງ, ​ຮອດ​ທາງ​ສາມ​ແຍກ​ບ່ອນ​ໜ້າຈະ​​ລ້ຽວຊ້າຍຫຼື​ລ້ຽວຂວາ, ມີ​ໃຜ​​ຈະ​ອອກ​ຫົວຄິດ​ຊ່ອຍຂ້ອຍ?

ທ່ານ​ຖາງ​ເລີຍ​ແມ່ນ​ຄົນ​ໃໝ່​​ຂອງ​ເວທີ​ເພງ​ຈີນ. ທ່ານ​ມັກ​ດົນຕີ​ມາ​ແຕ່​ຍາມ​ຍັງ​ນ້ອຍ, ​ໃນ​ເວລາ​ເຂົ້າຮຽນຢູ່​ມະຫາວິທະຍາ​ໄລທ່ານ​ກໍ​ເລີ່​ມ​ແຕ່ງ​ເນື້ອ​​ເພງ​ແລະ​ຂັບ​ຮ້ອງ​ເອງ, ​ມາ​ຮອດປັດຈຸບັນ, ທ່ານ​ໄດ້​ແຕ່ງ​ເພງ​ເກືອບຮ້ອຍ​ເພງ​ແລ້ວ. ຫວ່າງ​ບໍ່​ດົນ​ນີ້, ທ່ານ​ຖາງ​ເລີຍ​ໄດ້​ອັດ​​ເອົາ​ແຜ່ນCDສ່ວນ​ຕົວ​ແຜ່ນ​ທຳ​ອິດ​ທີ່​ໃຫ້​ຊື່ວ່າ: Dingxianghua ດອກ​ການ​ພູ. ນີ້​ແມ່ນ​ແຜ່ນCD​ທີ່​ມີ​ທຳນອງ​ເພງ​​ເດີ່ນ​ໂຮງຮຽນ​, ​ລວມທັງ​ໝົດ​ມີ 10 ​ເພງ. ​ລ້ວນ​ແຕ່​ແມ່ນ​ເພງທີ່ທ່ານ​ຖາງ​ເລີຍ​​ແຕ່ງ​ເນື້ອ​​ຮ້ອງ​ແລະ​ທຳນອງ​ເພງ​ທັງ​ໝົດ. ​ເພງ Dingxianghua ດອກ​ການ​ພູ​ ​ແມ່ນ​ເພງ​ຮັກ​ສີ​ເສົ້າໆ, ບັນຍາຍ​ເລື່ອງ​ຄວາມ​ຮັກ​ທີ່​​ເສົ້າ​ໃຈສູ່​ຟັງ, ​ຮຽກຮ້ອງ​ໃຫ້​ຄົນ​ທັງຫລາຍ​ຖະໜອມຄວາມ​ຮັກ. ​ຕໍ່​ໄປ​ເຊີນ​ຟັງ​ເພງ​ດອກ​ການ​ພູນນຳ​ກັນ.

ເນື້ອ​​ເພງ​ມີ​ຢູ່​​ວ່າ: ນ້ອງ​ເວົ້າວ່ານ້ອງ​ມັກ​ດອກ​ການ​ພູ​ຫລາຍ, ​ເພາະວ່າ​ຊື່​ດຽວ​ກັບ​ຊື່​ຂອງນ້ອງ​. ຈັ່ງ​ແມ່ນດອກ​ໄມ້ທີ່ໂສກ​ເສົ້າ, ຈັ່ງ​ແມ່ນຄົນ​ທີ່​ມັກ​ເສົ້າ​ໃຈ. ​ໃນ​ເວລາ​ດອກ​ໄມ້​ຫ່ຽວ​ແຫ້ງ, ​ໃນ​ເວລາ​ຮູບ​ພາບ​ຢຸດ​ຈຶ້ງ, ດອກ​ໄມ້​ທີ່​ອ່ອນ​ນຸ້ມ, ທົນ​ບໍ່​ໄຫວ​ຕໍ່​ລົມ​ພັດ​ຝົນຮ່ຳ. . ​ຊີວິດ​ພະ​​ເນ​ຈອນ, ຄວາມ​ຝັນ​ທີ່​ສວຍ​ງາມ, ຜ່ານ​ໄປ​ວັບໆ, ນ້ອງ​ຈາກ​ໄປ​ແລ້ວ, ​ແຕ່ຈົ່ງ​ຄວາມ​​ເປັນ​ຫ່ວງໃຫ້​ກັບ​ອ້າຍ.

ສຸດ​ທ້າຍ, ພວກ​ເຮົາ​ມາ​ຟັງ​ເພງ"Woaiwojia" ​ ຂ້ອຍ​ຮັກ​ຄອບຄົວ​ຂ້ອຍ, ຂັບ​ຮ້ອງ​ໂດຍ​ນາງ​ຕ້າຍ​ຢາ​ວ. ​​​ເພງ​ນີ້​ແມ່ນ​ເພງ​ເອກ​​ໃນ​ເລື່ອງ​ໂທລະພາບ"Woaiwojia" ​ ຂ້ອຍ​ຮັກ​ຄອບຄົວ​ຂ້ອຍ" ​ເຊິ່ງ​ເປັນ​ເລື່ອງ​ໂທລະພາບ​ທີ່​ຜູ້​ຊົມ​ຈີນ​ນິຍົມ​ເບິ່ງ​ຫລາຍ.