ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-17 18:31:46    
ການ​ເຄື່ອນ​ໄຫວ"​ເຮືອ​ວັດ​ທະ​ນະ​ທຳ​ປັກ​ກິ່ງ-​ເຂດ​ກວາງ​ຊີ​ປີ 2006"ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມິ​ຖຸ​ນາ​ປີ​ນີ້

cri Author: cai

ຕາມ​ຂ່າວCRI:ການ​ເຄື່ອນ​ໄຫວ"​ເຮືອ​ວັດທະນະ​ທຳ​ປັກ​ກິ່ງ-​ເຂດ​ກວາງຊີ​ປີ 2006"ຈະ​ຈັດ​ຂຶ້ນຢູ່​ຫໍ​ສະພາ​ປະຊາຊົນ​ທີ່ປັກ​ກິ່ງ​ໃນວັນ​ທີ 9 ​ເດືອນ​ມິຖຸນາ​ປີ​ນີ້,ການ​​ເຄື່ອນ​ໄຫວ​​ເທື່ອ​ນີ້​ຈະ​ສະ​ແດງ​​ໃຫ້​ເຫັນ​ພາບ​ພົດ​ໃໝ່​ຂອງ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ເຂດ​ກວາງຊີ.

ຕາມ​ໄດ້​ຊາບ,​ໃນ​ໄລ​ຍະ​ຈັດການ​​ເຄື່ອນ​ໄຫວ​ເທື່ອ​ນີ້,ລະຄອນ​ທີ່​ມີ​ເອກະລັກ​ພິ​ເສດ​ຂອງ​ເຂດ​ກວາງ​ຊີ​ຄືລະ​ຄອນ​ຟ້ອນ​ແລະ​ຮ້ອງ"ລີ​ວຊ່ານ​ເຈ"ທີ່​ແຕ່ງ​ໃໝ່​ເປັນ​ຕົ້ນ​ຈະ​ສະ​ແດງ​ຢູ່​ປັກ​ກິ່ງ;​ບຸກ​ຄົນ​ວັດ​ທະນະ​ທຳ​ເຂດ​ກວາງຊີ​ງວດ​ໜຶ່ງ​ແລະຜົນງານ​ຂອງ​ພວກ​ເຂົາ​ເຈົ້າ​ຈະ​ເຂົ້າ​ສູ່ມະ​ຫາວິ​ທະ​ຍາ​ໄລ​ຂອງ​ປັກ​ກິ່ງ;"ງານ​ວາງ​ສະ​ແດງ​ໝາກຜົນ​ຂອງ​ງານ​ເອັກສ໌​ໂປ​ຈີນ-ອາ​ຊຽນ"ກໍ່​ຈະ​ຈັດ​ຂຶ້ນ​ພ້ອມ​ກັນ​ຢູ່​ຫໍ​ສະພາ​ປະຊາຊົນ​ທີ່​ປັກ​ກິ່ງ​ແລະ​ສວນສາ​ທາລະນະ​ຊາວ​ຢາງ​ປັກ​ກິ່ງ.

ໃນ​ງານ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ມື້​ນີ້,ທ່ານ​ຫຼີຈີ້​ເຮີງ ຮອງ​ເລຂາ​ຄະນະພັກເຂດ​ກວາງຊີ​ເຜົ່າ​ຈ້ວງ​ປົກ​ຄອງ​ຕົນ​ເອງ ປະ​ທານ​ຄະນະ​ຈັດ​ຕັ້ງການ​​ເຄື່ອນ​ໄຫວ"​ເຮືອ​ວັດ​ທະນະທຳ"ກ່າວ​ວ່າ,​ເຂດ​ກວາງ​ຊີ​ຄອງ​ຄອຍ​ເຮືອ​ວັດທະນະທຳ​ສ້າງ​ບັນຍາກາດ​ວັດທະນະ​ທຳ​ອັນ​ໜາ​ແໜ້ນ​ໃຫ້​ແກ່​ງານ​ເອັກສ໌​ໂປຈີນ-ອາຊຽນຄັ້ງ​ທີ 3  ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​​ແລະການ​ລົງທຶນຈີນ-ອາ​ຊຽນ​ແລະ​ການ​​ເຄື່ອນ​ໄຫວ​ທີ່​ກ່ຽວຂ້ອງ​ຂອງ​ການ​ພົວພັນ​ຄູ່​ຂາ​ສົນ​ທະ​ນາລະ​ຫວ່າງ​ຈີນ​ອາ​ຊຽນສ້າງ​ຕັ້ງຂຶ້ນ​ຄົບຮອບ 15 ປີ​ທີ່​ຈັດ​ຂຶ້ນ​ຢູ່ນະຄອນ​ນານ​ນີງ​ໃນ​ປີ​ນີ້,​ເຮັດ​ໃຫ້​ເຂດ​ກວາງຊີ​ກ້າວ​ໄປ​ສູ່​ທົ່ວ​ປະ​ເທດ​​ແລະ​ກ້າວ​ໄປ​ສູ່​ໂລກ​ຢ່າງ​ໄວ​ກວ່າ​ເກົ່າ​ແລະ​ດີ​ກວ່າ​ເກົ່າ.