ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-17 18:35:48    
ນັບ​ມາ​ຮອດ​ທ້າຍ​ປີ 2005 ຍອດ​ຈຳ​ນວນ​ຊື່​​ເວັບ​ໄຊ​ຂອງ​ຈີນ​ມີ​ປະ​ມານ 2 ລ້ານ 6 ​ແສນອັນ

cri Author: cai
ຕາມ​ໜັງ​ສືພິມ"​ເຢີນ​ມີນ​ຢື້​ປ້າວ":ບົດ​ລາຍ​ງານ​ສຳ​ຫຼວດສະບັບ​ໜຶ່ງ​ທີ່​ປະກາດ​ໃນ​ວັນ​ທີ 16 ພຶດ​ສະ​ພາ​ສະ​ແດງ​ໃຫ້​ເຫັນ​ວ່າ,ນັບ​ມາ​ຮອດ​ທ້າຍ​ປີ 2005,ຈີນລວມ​ມີ​ຊື່​ເວັບ​ໄຊປະມານ 2 ລ້ານ 6 ​ແສນ​ອັນ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ 2004 40%.

"ບົດ​ລາຍ​ງານ​ສຳ​ຫຼວດ​ຈຳນວນ​ຊັບພະ​ຍາກອນ​ຂໍ້​ມູນ​ຂ່າວສານ​ອິນ​ເຕີ​ເນັດ​ຂອງ​ຈີນ​ປີ 2005"ສະ​ບັບ​ນີ້​ແມ່ນ​ຫ້ອງການ​ວຽກ​ງານ​ຫັນ​ເປັນ​ຂໍ້​ມູນ​ຂ່າວສານຂອງ​ຄະນະ​ລັດຖະບານ​ຈີນ​ເປັນ​ຜູ້​ປະກາດ.ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ,ນັບ​ມາ​ຮອດ​ທ້າຍ​ປີ 2005,ຈຳນວນ​ຊື່​ເວັບ​ໄຊ​ທີ່​ໃຊ້CNຂອງ​ຈີນ​ມີ​ປະມານ 1 ລ້ານ 1 ​​ແສນ​ອັນ,​ໄດ້​ກາຍ​ເປັນ​ຊື່​ເວັບ​ໄຊ​ສຸດ​ຍອດລະດັບ​ຊາດທີ່​ໃຫຍ່​ກວ່າ​ໝູ່​ຂອງ​ອາຊີ,​ໃນການລຽງ​ລຳດັບ​ຊື່​ເວັບ​ໄຊ​ສຸດ​ຍອດ​ລະດັບ​ຊາດ​ທັງໝົດ​ຂອງ​ໂລກ,​ໄດ້​ຈາກ​ອັນ​ດັບ​ທີ 13 ​ໃນ​ຕົ້ນ​ປີ 2005 ຂຶ້ນ​ສູ່​ອັນ​ດັບ​ທີ 6.

ບົດ​ລາຍ​ງານ​ຍັງ​ສະ​​ແດງ​​ໃຫ້​ເຫັນ​ວ່າ,​ຖ້າ​ຂີດ​ແບ່ງ​ຕາມ​ລັກສະນະ​ເວັບ​ໄຊ​ແລະ​ເນື້ອ​​ໃນ​ບໍ​ລິ​ການ,​ໃນ​ເວັບ​ໄຊ​ຂອງ​ຈີນ,ຈຳນວນ​ເວັບ​ໄຊ​ວິ​ສາ​ຫະກິດ​ແມ່ນ​ຫຼາຍ​ກວ່າ​ໝູ່,​ເວັບ​ໄຊ​ສ່ວນ​ບຸກຄົນ​​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ.