ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-18 10:53:38    
ຈີນ​ອາ​ຊຽນ​ລົງ​ນາມ​ໃນ​ຄຳ​ຖະ​ແຫລງ​ການ​​ຮ່ວມ​ມື​ດ້ວຍ​ໄມ​ຕີ​ຈິດ​ຝ່າຍ​ປະ​ຊາ​ຊົນ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ:ກອງ​ປະ​ຊຸມ​ອົງ​ການ​ມິດ​ຕະ​ພາບ​ມະ​ຫາ​ຊົນ​ຈີນ​ອາ​ຊຽນ​ໄດ້​​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 17 ພຶດ​ສະ​ພາ.ຫລັງ​ກອງ​ປະຊຸມ, ອົງ ການ​ມິດ​ຕະ​ພາບ​ມະ​ຫາ​ຊົນ​ທີ່​ຮ່ວມ​ປະ​ຊຸມ​ໄດ້​ເຊັນ​ຖະ​ແຫລງ​ການ​ມິດ​ຕະ​ພາບ​ແລະ​ຮ່ວມ​ມື​ຂອງ​ຝ່າຍ​ປະຊາຊົນ​ຈີນ​ອາ​ຊຽນ, ​ໃຫ້​ຄຳ​ຫມັ້ນ​ສັນ​ຍາ​ວ່າ,ຈະ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ,​ເພື່ອ​ເຮັດ​ໃຫ້​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນຢັ່ງ​ເລິກ​ຢູ່​ໃນູ​ໃຈ​ຄົນ.

ຕາມ​ຖະ​ແຫລງ​ການ, ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຕົກລົງ​​ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ການ​ແລກ​ປ່ຽນ​ກັນ​ຕື່ມ​ອີກ,ສ້າງ​ກົນ​ໄກ​ຮ່ວມ​ມື​ຝ່າຍ​ປະ​ຊາ​ຊົນ 10+1,ຈັດ​ໃຫ້​ມີການ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ທີ່​ມີ​ລັກ​ສະ​ນະ​ມະ​ຫາ ຊົນ​​ຂອງ​ບັນດາ​ປະ​ເທດ,​​ແລະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ແລະ​ການ​ລົງທຶນ.

​ໃນ​ກອງ​ປະ​ຊຸມ, ທ່ານ​ນາງ​ກູ້​ຊິ້ວ​ລຽນ ຮອງ​ປະ​ທານ​ຄະ​ນະ​ປະ​ຈຳ​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ເວົ້າ​ວ່າ, ຖະ​ແຫລງ​ການ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ສຽງ​ໃນ​ໃຈ​ຮ່ວມ​ຂອງ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຝ່າຍ​ປະ​ຊາ​ຊົນ,​ໄດ້​ເພີ່ມ​ທະວີ​ຄວາມ​ສາ​ມັກ​ຄີ​ຂອງ​ອົງ​ການ​ມິດ​ຕະ​ພາບ​ຂອງ​ຈີນ​ອາ​ຊຽນ​ຕື່ມ​ອີກ.ທ່ານ​ນາງ​ຫວັງ​ໃຫ້​ກອງ​ປະ​ຊຸມ​ດັ່ງ​ກ່າວ​ຈະ​ສືບ​ຕໍ່​ກັນ​ໄປ​ໃນ​ຖານ​ເປັນ​ກົນ​ໄກ​ຮ່ວມ​ມື​ແລະ​ມິດ​ຕະ ພາບ​ຂອງ​ຝ່າຍ​ປະ​ຊາ​ຊົນ,ກາຍ​ເປັນ​ຊ່ອງ​ທາງ​ທີ່​ບັນດາ​ຝ່າຍ​ທຳ​ຄວາມ​ເຂົ້າ​ໃຈ​ກັນ.