ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-18 16:41:57    
ງານ​ເອັກສ໌​ໂປ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ສາ​ກົນ​ຈີນ​ຄັ້ງ​ທີ​ສອງ​ໄຂ​ຂຶ້ນ​ຢູ່​ເສິ່ນ​ເຈິ້ນ

cri
ຕາມ​ຂ່າວCRI,ຕອນ​ເຊົ້າ​ວັນ​ທີ18​ພຶດສະພາ,ງານ​ເອັກ​ສ໌​ໂປ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ສາ​ກົນ​ຈີນ​ຄັ້ງ​ທີ​ສອງ​ໄຂ​ຂຶ້ນ​ຢູ່​ເມືອງ​ເສິ່ນ​ເຈິ້ນ.

ງານ​​ເອັກສ໌​ໂປເທື່ອ​ນີ້ມີ​ຫົວ​ຂໍ້​ວ່າ,ວັດ​ທະນະ​ທຳ​ຈີນ ປະດິດ​ສ້າງ​ອະນາຄົດ,​ໄດ້​ຈັດ​ການ​ວາງ​ສະ​ແດງ​ໂດຍ​​ແບ່ງປະ​ເພດຕາມ​ຂະ​ແໜງ​ການ, ລວມທັງ​ການ​ອອກ​ແບບ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ,ວິ​ທະ​ຍາ​ສາດ​ເຕັກ​ນິກ​ສື່​ມວນ​ຊົນ,​ການ​ສະ​ແດງ​ສິນ​ລະ​ປະວັດ​ທະນະ​ທຳ,ພິມ​ຈຳ​ໜ່າຍ,​ອາ​ຊີ​ວະ​ສຶກ​ສາ​ດ້ວຍ​ກາ​ຕູນ​ເປັນ​ຕົ້ນ.​ງານ​ເອັກສ໌​ໂປ​ເທື່ອ​ນີ້​ຈະ​ສ່ອງ​ແສງ​ໃຫ້​ເຫັນ​ໝາກ​ຜົນ​ຫຼ້າ​ສຸດ​ແຫ່ງ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ຈີນ​ຢ່າງ​ຮອບ​ດ້ານ,​34​ແຂວງ,​ເຂດ​ປົກ​ຄອງ​ຕົນ​ເອງ,​ກຳ​ແພງ​ນະ​ຄອນ​ຂອງ​ຈີນ​ແລະ​ຕົວ​ເມືອງ​ຂອງ​26​ປະ​ເທດ​ໄດ້​ຈັດ​ຕັ້ງ​ຄະນະ​ຜູ່​ແທນ​ມາ​ເຂົ້າ​ຮ່ວມ​ງານ​ເອັກສ໌​ໂປ​ຄັ້ງ​ນີ້.

ງານ​ເອັກສ໌​ໂປ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ສາກົນ​ຈີນ​ແມ່ນ​ງານ​ວາງ​ສະ​ແດງ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ສາ​ກົນ​ລະ​ດັບ​ຊາດ​ພຽງ​ໜຶ່ງ​ດຽວ​ຂອງ​ຈີນ,​ເຊິ່ງ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​​ເມືອງ​ເສິ່ນ​ເຈິ້ນ​ໃນ​ປີ​2004.​ງານ​ເອັກສ໌​ໂປ​ຄັ້ງ​ນີ້​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ​21​ພຶດ​ສະ​ພາ.