ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-18 17:19:41    
ທາງ​ລົດ​ໄຟ​ຊີ່​ງ​​ໄຫ​ຕິ​ເບ​ດ​ກຽມ​​ແລ່ນ​ລົດ​ໄຟ​ທ່ອງ​ທ່ຽວ​ລະ​ດັບ 5 ດາວ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:​ແຕ່​ປີ 2007 ​ເປັນ​ຕົ້ນ​ໄປ,ທາງ​ລົດ​ໄຟ​ຊີ່​ງ​​ໄຫ​ຕິ​ເບ​ດຂອງ​ຈີນ​ເຊິ່ງ​ເປັນ​ທາງ​ລົດ​ໄຟ​ທີ່​ຢູ່​ສູງ​ຈາກລະດັບ​ນ້ຳ​ທະ​ເລກວ່າ​ໝູ່​ໃນ​ໂລກ​ປະຈຸ​ບັນຈະ​ແລ່ນລົດ​ໄຟ​ທ່ອງ​ທ່ຽວລະດັບ 5 ດາວ​ຂະ​ບວນໜຶ່ງ.

ຕາມ​ໄດ້​ຊາບ,ຄ່າ​ຜະ​ລິດ​ຂະ​ບວນ​ລົດ​ໄຟ​ທ່ອງ​ທ່ຽວ​ຊະນິດ​ນີ້​​ໄດ້​ລື່ນ​ກາຍ 700 ລ້ານ​ຢວນ,ອຸປະ​ກອນ​ໃນ​ລົດ​ໄຟ​ລ້ວນ​ແຕ່​ອອກ​ແບບ​ຕາມ​ມາດຖານ​ຫ້ອງ​ນອນ​ຂອງ​ໂຮງ​ແຮມ 5 ດາວ​ທັງ​ໝົດ.ລົດ​ໄຟ​ທ່ອງ​ທ່ຽວແຕ່ລະ​ຂະ​ບວນບັນທຸກ​ແຂກ​ທ່ອງ​ທ່ຽວພຽງ​ແຕ່ 100 ຄົນ​ເທົ່າ​ນັ້ນ.

ເພື່ອ​ຕ້ານ​ລັງສີ​ອຸນ​ຕຼາວີ​ໂອ​ເລ​ແຮງ​ເທິງ​ພູ​ພຽງ,ຢູ່ແກ້ວ​ປ່ອງຢ້ຽມ​ຂອງ​ລົດ​ໄຟ​ໄດ້​ຕິດ​ເຍື່ອຕ້ານ​ລັງສີ​ອຸນຕຼາວີ​ໂອ​ເລ.ຢູ່​ເທິງ​ລົດ​ໄຟ​ໄດ້​ປະກອບລະບົບ​ສະ​ໜອງ​ອັອກຊີ​ແຊນ​ສອງ​ຊຸດ,​ແຂກ​ທ່ອງ​ທ່ຽວສາມາດນຳ​ໃຊ້ທໍ່​ທີ່​ເປັນ​ອິດ​ສະລະມາ​ດູດ​ອັອກຊີ​ແຊນ​ໂດຍ​ກົງ​​ໄດ້.ຂະ​ບວນລົດ​ໄຟ​ທ່ອງທ່ຽວຈະ​ພົ້ນ​ເດັ່ນ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຕາມ​ທາງລົດ​​ໄຟ,​ໃຊ້​ອຸປະ​ກອນ​ເກັບ​ເອົາຂອງ​ເສດແລະ​ນ້ຳ​ເສຍ,​ໃນ​ເວລາ​ແລ່ນລົດ,ບໍ່​ລະບາຍ​ແລະ​ຖິ້ມຂອງເສດ ນ້ຳ​ເສຍແລະ​ຂີ້​ເຫຍື້ອ​ໃດໆ​ອອກ​ນອກ​ລົດ​ໄຟ.​