ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-18 18:08:41    
ຈີນ​ພະຍາຍາມ​ສ້າງ​ລະ​ບົບ​ບໍ​ລິ​ການ​ອຸ​ຕຸ​ນິ​ຍົມ​ທັນ​ສະ​ໄໝ​ທີ່​ມີ​ລະ​ດັບ​ກ້າວ​ໜ້າ​​ຂອງ​ໂລກ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 18 ພຶດສະພາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ສິນ​ຕ້າ​ເຫີ ຫົວໜ້າ​ກົມ​ອຸ​ຕຸ​ນິ​ຍົມ​ຈີນ​ກ່າວ​ວ່າ, ຈີນ​ຈະ​ພະຍາຍາມ​ສ້າງ​ລະບົບ​ບໍລິການ​ອຸຕຸນິຍົມ​ທັນ​ສະ​ໄໝ​ທີ່​ມີ​ລະ​ດັບ​ກ້າວ​ໜ້າ​ຂອງ​ໂລກ.

ທ່ານ​ສິນ​ຕ້າ​ເຫີ​ແມ່ນ​​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ເຂົ້າຮ່ວມ "ກອງ​ປະ​ຊຸມ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີອຸຕຸນິຍົມ​ທົ່ວ​ປະ​ເທດ" ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ. ທ່ານ​ສະ​ເໜີ​ວ່າ, ​ໄພ​ອຸ​ຕຸ​ນິ​ຍົມ​ທີ່​ເກີດ​ຢູ່ຈີນ​ມີຫຼາຍຊະນິດ, ປະຊາກອນ​ທີ່​ຖືກ​ຜົນ​ກະທົບ​ຈາກ​ໄພ​ອຸ​ຕຸ​ນິ​ຍົມ ​ເຊັ່ນ ລົມ​ພາ​ຍຸ ຝົນ​ຕົກ​ໜັກ​ແລະ​ໄພ​ນ້ຳ​ຖ້ວມ​ເປັນຕົ້ນ​ໃນ​ແຕ່​ລະ​ປີ​ມີ​ເຖິງ 400 ລ້ານ​ເທື່ອ​ຄົນ, ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ທາງ​ເສດຖະກິດ​ບັນລຸ​ເຖິງ 200 ກວ່າ​ຕື້​ຢວນ, ສ່ວນ​ລະດັບ​ວິທະຍາ​ສາດ​ເຕັກ​ໂນ​ໂລ​ຊີ​ດ້ານ​ອຸ​ຕຸ​ນິ​ຍົມ​ຍັງ​ຕ່ຳ​ເມື່ອ​ທຽບ​ກັບ​ລະດັບ​ກ້າວໜ້າ​ຂອ​ງ​ໂລກ.

ທ່ານ​ກ່າວ​ວ່າ, ຈີນ​ຈະ​​ເພີ່ມງົບປະມານເຂົ້າ​ໃນພາລະກິດ​ອຸຕຸນິຍົມ, ​ເລັ່ງລັດ​ນຳ​ໃຊ້​​ແລະ​ເຜີຍ​ແຜ່​ໝາກ​ຜົນ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ດ້ານ​ອຸຕຸນິຍົມ​; ​ຄົ້ນຄວ້າ​​ແລະຜະລິດ​ອຸ​ປະ​ກອນ​ສັງ​ເກດ​ວັດ​ແທກ​ອຸ​ຕຸ​ນິຍົມ​ແບບ​ໃໝ່​ແລະ​ອຸປະກອນ​ເຮັດ​ວຽກ​ສົ່ງ​ຜົນ​ສະທ້ອນ​ຕໍ່​ດິນ​ຟ້າ​ອາ​ກາດ; ພ້ອມ​ກັນ​ນັ້ນ ກໍ​ເພີ່ມ​ທະວີ​ການຄົ້ນຄວ້າ​ພື້ນຖານ​ອຸຕຸນິຍົມ, ຍົກ​ສູງອັດຕາ​ຖືກ​ຕ້ອງ​ແລະ​ອັດ​ຕາ​ທັນ​ເວ​ລາ​ໃນ​ການ​​ພະ​ຍາ​ກອນ​ອາກາດເຕືອນ​ໄພ​ລ່ວງ​ໜ້າ​ແລະ​ອື່ນໆ.