ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-18 18:29:02    
ປະ​ທາ​ນາ​ທິ​ບໍ​ດີ​​ແມັກ​ຊິກ​ພົບ​ປະ​ທ່ານ​ຫຼີ​ຈ້າວ​ຊິ່ງ

cri

ຕາມ​ຂ່າວcri:ຕອນ​ຄ່ຳ​ວັນ​ທີ17 ພຶດສະພາ,ທ່ານ​ຟຸກ​ສ໌ ປະທານາທິບໍດີ​ແມັກ​ຊິກ​ໄດ້​ພົບ​ປະ​ທ່ານຫຼີຈ້າວ​ຊິ່ງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ທີ່​ໄປ​ຢ້ຽມຢາມ​ຢູ່​ທຳນຽບປະທານາທິບໍດີທີ່​ແມັກ​ຊິກ​ໂກ.

ທ່ານ​ຟຸກສ໌ກ່າວ​ວ່າ,​ທັງ​ສອງ​ປະ​ເທດ​ແມັກ​ຊິກ​ກັບ​ຈີນ​ແມ່ນ​ຄູ່​ຂາ​ຮ່ວມ​ມື​ອັນ​ສຳຄັນ,ຫາກບໍ່​ແມ່ນ​ຄູ່​​ແຂ່ງຂັນ,ສອງ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ມີ​ຜົນ​ດີ​ຕໍ່​ບັນລຸ​ການ​ພັດທະນາ​ພ້ອມ​ກັນ​ແລະ​ຮັບ​ມື​ສິ່ງ​ທ້າ​ທາຍ​ທີ່​ຕ່າງ​ຝ່າຍ​ຕ່າງປະ​ເຊີນ.ຝ່າຍ​​ແມັກ​ຊິກ​ຈະ​ສືບ​ຕໍ່​ຍຶດໝັ້ນ​ນະ​ໂຍບາຍມີ​ໄມ​ຕີ​ຈິດ​ຕໍ່​ຈີນ,ຍິນ​ດີ​ພ້ອມ​ກັບ​ຝ່າຍຈີນ​ຊຸກ​ຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທ​ດໃນ​ບັນດາ​ຂົງ​ເຂດ​​ຮັບໝາກ​ຜົນໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານຫຼີຈ້າວ​ຊິ່ງ​ກ່າວ​ວ່າ,ປີ​ກາຍ,ປະມຸກ​ລັດສອງ​ປະ​ເທດ​ໄດ້ບັນລຸ​ຄວາມ​ຮັບ​ຮູ້​ຄື​ກັນ​ກ່ຽວ​ກັບ​ການ​ສ້າງ​ແຜນດຳ​ເນີນ​ງານຮ່ວມ​​ຂອງ​ຄະນະ​ກຳມະການ​ປະຈຳ​ລະຫວ່າງ​ສອງ​ປະ​ເທດ.ຝ່າຍ​ຈີນ​ຍິນ​ດີ​ຈັດ​ຕັ້ງ​ປະຕິບັດຄວາມ​ຮັບ​ຮູ້​ຄື​ກັນ​ດັ່ງກ່າວພ້ອມ​ກັບ​ຝ່າຍ​ແມັກ​ຊິກ,ຊຸກຍູ້​ການ​ຮ່ວມ​ມື​​ລະຫວ່າງ​ສອງ​ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​ພັດທະນາ​ຢ່າງສືບ​ເນື່ອງ​ແລະ​ປອດ​ໃສ.