ສິກວ່າງສີແມ່ນນັກວິທະຍາສາດທຳມະຊາດທີ່ຊື່ດັງຂອງຈີນໃນສະໄໝລາຊະວົງໝິງຕອນປາຍ, ເກີດຢູ່ຊຽງໄຮ້ເມື່ອຄ.ສ.ປີ 1562. ໃນເວລາຍັງເປັນຊາວໜຸ່ມ, ເພິ່ນເຄີຍສອນຢູ່ແຂວງກວາງຕຸ້ງແລະເຂດກວາງຊີເປັນຕົ້ນ, ອາໄສການສອນໜັງສືເປັນວິຊາຊີບ, ແລະສອບໄດ້ເປັນບັນດິດເມື່ອປີ 1604, ໃນໄລຍະລັດຊະການວ້ານລີ້ແລະລັດຊະການສົງເຈີ່ນ, ເພິ່ນເຄີຍດຳລົງຕຳແໜ່ງສຳຄັນຫຼາຍຕຳແໜ່ງໃນລາຊະສຳນັກ, ຈົນເຖິງແກ່ກຳເມື່ອປີ 1633.
ເຖິງວ່າສິກວ່າງສີດຳລົງຕຳແໜ່ງໃນລາຊະສຳນັກກໍ່ຕາມ, ແຕ່ເພິ່ນໄດ້ດຳເນີນການຄົ້ນຄວ້າວິທະຍາສາດປະຍຸກໂດຍຕະຫຼອດ. ເພິ່ນຂະຫຍັນຮ່ຳຮຽນ ເປັນຂຸນນາງທີ່ປອດໃສໄຮ້ມົນທິນ ສຶກສາຄົ້ນຄວ້າຄວາມຮູ້ຢ່າງເຄັ່ງຄັດໃນຕະຫຼອດຊີວິດ. ຍ້ອນໄດ້ຄົ້ນຄວ້າຮ່ຳຮຽນເປັນເວລາຍາວນານ, ບໍ່ວ່າແມ່ນວິທະຍາສາດດັ້ງເດີມຂອງຈີນ ຫຼືວ່າແມ່ນວິທະຍາສາດຝ່າຍຕາເວັນຕົກທີ່ເຜີຍແຜ່ເຂົ້າຈີນ ເພິ່ນກໍ່ມີຄວາມຮູ້ເລິກເຊິ່ງສົມຄວນ. ເພິ່ນໄດ້ແຕ່ງບົດປະພັນຫຼາຍບົດທີ່ຄອບງຳຂອບເຂດກວ້າງ, ໂດຍໄດ້ກ່ຽວພັນເຖິງຫຼາຍດ້ານ ເຊັ່ນ ຊົນລະປະທານກະສິກຳ ການເມືອງການທະຫານ ການຄຳນວນປະຕິທິນແລະການວັດແທກເປັນຕົ້ນ.
ສິກວ່າງສີໃຊ້ກຳລັງວັງຊາຫຼາຍທີ່ສຸດແລະມີຜົນສະທ້ອນກວ້າງທີ່ສຸດໃນຕະຫຼອດຊີວິດນັ້ນແມ່ນ ດ້ານກະສິກຳ. ໃນນັ້ນ ບົດປະພັນທີ່ສຳຄັນກວ່າໝູ່ຂອງເພິ່ນແມ່ນ "ໜົງເຈີ້ງສວນຊູ່" ແປວ່າ "ສາລານຸກົມດ້ານກະສິກຳ, ບົດປະພັນເຫຼັ້ມນີ້ມີຊື່ສຽງດົ່ງດັງໃນສາງມໍລະດົກກະສິກຳວິທະຍາຂອງຈີນ. ໜັງສື "ໜົງເຈີ້ງສວນຊູ່" ມີ 60 ເຫຼັ້ມ, ນອກຈາກພາກສ່ວນທີ່ສິກວ່າງສີແຕ່ງເອົາເອງແລ້ວ, ໜັງສືເຫຼັ້ມນີ້ຍັງໄດ້ອ້າງຕາມສຳເນົາເອກະສານບູຮານແລະໃນສະໄໝດຽວກັນ 229 ຊະນິດ. ສິກວ່າງສີໄດ້ຈຳແນກແລະແບ່ງເອກະສານເຫຼົ່ານີ້ອອກເປັນປະເພດ, ແລະໝາຍເຫດຄວາມເຫັນຂອງຕົນຢ່າງແມ່ນຢຳໄວ້ຢູ່ຂ້າງ. ເນື້ອໃນລວມທັງຊົນລະປະທານ ເຄື່ອງມືການກະເສດ ລະດູເຮັດໄຮ່ເຮັດນາ ການປູກຝັງ ການປູກມອນລ້ຽງມ້ອນແລະການກັ່ນເຫຼົ້າເຮັດນ້ຳສົ້ມເປັນຕົ້ນ. ໃນນັ້ນ ການຖາງປ່າເຮັດໄຮ່ ຊົນລະປະທານ ສະສົມສະບຽງອາຫານໄວ້ເພື່ອກູ້ໄພເປັນຕົ້ນ ລ້ວນແຕ່ບໍ່ໄດ້ບັນລະຍາຍຢ່າງເປັນລະບົບໃນໜັງສືກະສິກຳໃນເມື່ອກ່ອນ, ໜັງສື "ໜົງເຈີ້ງສວນຊູ່" ພັດໄດ້ບັນລະຍາຍຢ່າງລະອຽດແລະເປັນລະບົບ, ກາຍເປັນຈຸດພິເສດພົ້ນເດັ່ນຂອງໜັງສືເຫຼັ້ມນີ້.
ສິກວ່າງສີພະຍາຍາມເຊື່ອມໂຍງວິທະຍາສາດຈີນແລະຝ່າຍຕາເວັນຕົກເຂົ້າກັນ, ອັນນີ້ໄດ້ສະແດງໃຫ້ເຫັນຢ່າງພົ້ນເດັ່ນໃນດ້ານປັບປຸງການສ້າງປະຕິທິນ. ສິກວ່າງສີໄດ້ນຳໃຊ້ວິທີຄຳນວນຝ່າຍຕາເວັນຕົກມາປະຕິຮູບວິທີຄຳນວນປະຕິທິນຂອງຈີນ. ເພິ່ນໄດ້ສຸມກຳລັງແປແລະຮຽບຮຽງໜັງສືດາລາສາດຂອງເອີລົບ, ໃນຂະນະດຽວກັນ ຍັງຈັດວາງການຜະລິດເຄື່ອງສັງເກດດາລາສາດແລະວາງແຜນສັງເກດອີກ, ເພື່ອໄດ້ຮັບຕົວເລກຂໍ້ມູນພື້ນຖານໃນການປັບປຸງປະຕິທິນ, ແລະກວດສອບຢັ້ງຢືນຄວາມຖືກຕ້ອງຫຼືຄວາມຜິດພາດໃນວິທີຄຳນວນປະຕິທິນຂອງຝ່າຍຕາເວັນຕົກ. ສິກວ່າງສີໃຊ້ເວລາ 4 ປີ, ສຳເລັດວຽກງານແປແລະຮຽບຮຽງໜັງສືປະຕິທິນ 130 ກວ່າເຫຼັ້ມ, ຍ້ອນວ່າໄດ້ຮຽບຮຽງໃນລັດຊະການສົງເຈີ່ນ, ຈຶ່ງໃສ່ຊື່ເປັນ "ສົງເຈີ່ນລີ້ຊູ່" ແປວ່າ "ໜັງສືປະຕິທິນສົງເຈີ່ນ".
ວຽກງານທາງດາລາສາດຂອງສິກວ່າງສີ ໄດ້ສ້າງພື້ນຖານໃຫ້ແກ່ວຽກງານປະຕິທິນໃນເວລາ 300 ກວ່າປີຕໍ່ມາຂອງຈີນ. ເພິ່ນແນະນຳແລະເຜີຍແຜ່ດາລາສາດເອີລົບເຂົ້າມາໃນຈີນ, ເຮັດໃຫ້ດາລາສາດດັ້ງເດີມຂອງຈີນເລີ່ມດູດຮັບເອົາຄວາມກ້າວໜ້າຈຳນວນໜຶ່ງຂອງຝ່າຍຕາເວັນຕົກ, ເຮັດໃຫ້ວຽກງານວິທະຍາສາດເຕັກນິກຂອງຈີນເລີ່ມເຂົ້າສູ່ໄລຍະຈີນກັບຝ່າຍຕາເວັນຕົກເຊື່ອມໂຍງເຂົ້າກັນ.
ນອກນີ້, ໃນດ້ານຄະນິດສາດ, ການປະກອບສ່ວນອັນສຳຄັນຂອງສິກວ່າງສີແມ່ນໄດ້ແປ "ເອລີເມັນສ໌" ຫຼື "Elements" ທີ່ແຕ່ງໂດຍເອີກຼິດ ນັກຄະນິດສາດທີ່ຍິ່ງໃຫຍ່ຂອງເກຼັກບູຮານໃນສະຕະວັດທີ 3 ກ່ອນຄ.ສ, ເຊິ່ງເປັນການປະດິດຂອງການແນະນຳຄະນິດສາດຝ່າຍຕາເວັນຕົກ, ມີຄວາມໝາຍແບ່ງຍຸກສະໄໝດ້ານວິຊາການ.
ນອກຈາກວຽກງານແປຄະນິດສາດຈຳນວນໜຶ່ງໃນການແປໜັງສື "ເອລີເມັນສ໌" ແລະ "ສົງເຈີ່ນລີ້ຊູ່" ແລ້ວ, ສິກວ່າງສີຍັງໄດ້ແຕ່ງບົດປະພັນຄະນິດສາດຈຳນວນໜຶ່ງ. ໃນບົດປະພັນຄະນິດສາດເຫຼົ່ານີ້, ເພິ່ນໄດ້ປຽບທຽບວິທີວັດແທກແລະວິທີຄະນິດສາດຂອງຈີນແລະຝ່າຍຕາເວັນຕົກ, ແລະນຳໃຊ້ຫຼັກມູນໃນ "ເອລີເມັນສ໌" ເຮັດໃຫ້ວິທີພິສູດທີ່ມີຢູ່ໃນສະໄໝບູຮານຂອງຈີນຍິ່ງລະອຽດຖີ່ຖ້ວນກວ່າເກົ່າ, ເພິ່ນຍັງໄດ້ປະດິດສ້າງລະບົບພິສູດໃໝ່ຈຳນວນໜຶ່ງ. ວຽກງານເຫຼົ່ານີ້ໄດ້ແຜ້ວທາງໃຫ້ແກ່ການຄົ້ນຄວ້າຄະນິດສາດຕໍ່ມາຂອງຈີນໃນພາຍຫຼັງ.
ເວົ້າລວມແລ້ວ, ສິກວ່າງສີແມ່ນບຸກຄົນຕົວແທນທີ່ດີເດັ່ນໃນນັກວິທະຍາສາດທຳມະຊາດຂອງຈີນແຕ່ສະຕະວັດທີ 16 ເຖິງສະຕະວັດທີ 17. ຜົນງານຂອງເພິ່ນໃນດ້ານວິທະຍາສາດ ບໍ່ໄດ້ຈຳກັດຢູ່ສະເພາະແຕ່ພາກສ່ວນໃດໜຶ່ງທໍ່ນັ້ນ, ເພິ່ນໄດ້ເຊື່ອມໂຍງໝາກຜົນວິທະຍາສາດຂອງຈີນໃນສະໄໝບູຮານແລະຄວາມຮູ້ວິທະຍາສາດຂອງຕ່າງປະເທດໃນຄາວນັ້ນຈາກຫຼາຍດ້ານ, ໃນວຽກງານວິທະຍາສາດ, ເພິ່ນເປັນຜູ່ຈັດຕັ້ງ ຜູ່ໂຄສະນາແລະຜູ່ປະພຶດຕົວຈິງ, ໄດ້ເສີມຂະຫຍາຍບົດບາດສືບອັນກ່ອນຕໍ່ອັນລຸນ. ສິກວ່າງສີແມ່ນບຸກຄົນຜູ່ນຳໜ້າພາທາງທີ່ເປັນໜ້າລະລຶກແລະຮ່ຳຮຽນນຳຈົນເທົ່າໃດໆໃນປະຫວັດວິທະຍາສາດຈີນ.
|