ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-19 14:53:14    
ຄວາມ​ສາ​ມາດ​ຜະ​ລິດ​ໂທ​ລະ​ສັບ​ມື​ຖື​ຕໍ່​ປີ​ຂອງ​ຈີນ​ກວມ 40% ​ຂອງ​ໂລກ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ​ໂທລະສັບ​ມື​ຖືແມ່ນ​ໜຶ່ງ​ໃນ​ບັນດາ​ຂົງ​ເຂດ​ທີ່​ພັດທະນາ​ໄວ​ກວ່າ​ໝູ່​ຂອງ​ອຸດສາ​ຫະກຳ​ຂໍ້​ມູນ​ຂ່າວສານ​ຈີນ, ປະຈຸ​ບັນ, ຄວາມ​ສາມາດ​ຜະລິດ​ໂທລະສັບ​ມື​ຖື​ຂອງ​ຈີນ​​ແມ່ນ 400 ລ້ານ​ໜ່ວຍຕໍ່​ປີ, ກວມ​ 40% ​ຂອງ​ໂລກ.

ວັນ​ທີ 18 ພຶດສະພາ, ​ໃນ "​ເວທີ​ປາ​ໄສ​ສາກົນ​ກ່ຽວ​ກັບການ​ພັດທະນາ​ອຸດສາຫະກຳ​ໂທລະສັບ​ມື​ຖື​ຈີນ​ປີ 2006", ທ່ານ​​ໂລ​ຊິນ​ຈຽນ ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ຂໍ້​ມູນ​ຂ່າວສານ​ຈີນ​ເວົ້າ​ວ່າ, ປະຈຸ​ບັນ, ຢູ່ຈີນມີ​ວິ​ສາ​ຫະກິດ​ຜະລິດ​ໂທລະສັບ​ມື​ຖື 65 ຫຼັງ, ​ໃນ​ນັ້ນ​ວິ​ສາ​ຫະກິດທຶນຕ່າງປະ​ເທດ​ລື່ນ​ກາຍ​ເຄິ່ງໜຶ່ງ. ປີ​ກາຍ​ນີ້​, ຈີນ​​ໄດ້​ຜະລິດ​ໂທລະສັບ​ມື​ຖື 330 ລ້ານ​ໜ່ວຍ, ກວມ 30% ຂຶ້ນ​ໄປຂອງ​ຍອດ​ປະລິມານ​ການ​ຜະລິດຂອງ​ໂລກ.

​ໃນຫຼາຍປີ​ມາ​ນີ້, ຜູ້​ໃຊ້​ໂທລະສັບ​ມື​ຖື​ຂອງຈີນ​ກໍ່​​ໄດ້ເພີ່ມ​ຂຶ້ນ​ຢ່າງ​ສືບ​ເນື່ອງ, ປະຈຸ​ບັນ, ຍອດ​ຈຳນວນໂທລະສັບ​ມື​ຖື​ຂອງ​ຈີນ​ໄດ້​ລື່ນ​ກາຍ 400 ລ້ານ​ເລກ​ໝາຍ​ແລ້ວ.