ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-19 17:07:34    
ສວນສາທາລະ​ນະ​ມິດ​ຕະ​ພາບ​ມາ​ເລ​ເຊຍ​ຈີນ​ສ້າງ​ສຳ​ເລັດ​ຢ່າງ​ເປັນ​ທາງ​ການ​ຢູ່​ພາກ​ຕາ​ເວັນ​ອອກ​ມາ​ເລ​ເຊຍ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 18 ພຶດສະພາ ສວນສາທາລະນະ​ມິດ​ຕະ​ພາບ​ມາ​ເລ​ເຊຍ​ຈີນ​ໄດ້​ສ້າງ​ສຳ​ເລັດ​ຢ່າງ​ເປັນ​ທາງ​ການ​ຢູ່​ກູ​ຄີງ ​ເທດ​ສະ​ບານ​ລັດ​ຊາ​ຣາ​ວັກ ​ພາກ​ຕາ​ເວັນ​ອອກ​ຂອງ​ມາ​ເລ​ເຊຍ. ສວນສາທາລະນະ​ມິດຕະ​ພາບ​ມາ​ເລ​ເຊຍ​ຈີນ​ຖື​ການ​ລະ​ລຶກ​ເຈິ້ງ​ເຫີ ນັກ​ເດີນ​ທະ​ເລ​ທີ່​ຊື່​ດັງ​ຂອງ​ຈີນ​ເດີນ​ເຮືອລົງ​ທະ​ເລຈີນ​ໃຕ້ 7 ​ເທື່ອ​ເມື່ອ 600 ປີ​ກ່ອນ​ເປັນ​ຫົວ​ຂໍ້​ຫຼັກ, ຫວນ​ຄືນ​ໄມຕີ​ຈິດ​ມິດຕະ​ພາບ​ອັນ​ມີ​ມູນ​ເຊື້ອ​ຍາວ​ນານ​ລະ​ຫວ່າງ​ມາ​ເລ​ເຊຍ​ກັບ​ຈີນ​.

ການ​ສ້າງ​ສວນສາທາລະນະ​ມິດຕະພາບມາ​ເລ​ເຊຍ​ຈີນ​ແມ່ນ​ອົງການ​ປົກຄອງ​ນະ​ຄອນ​ກູ​ຄີງ​ສະ​ເໜີ​ອອກ​ມາ​ເນື່ອງ​ໃນ​ໂອກາດ​ລະລຶກມາ​ເລ​ເຊຍ​ຈີນ​ສ້າງສາ​ຍສຳພັນ​ການ​ທູດ​ຄົບ​ຮອບ 30 ປີ​ເມື່ອ​ປີ 2004, ​ແລະ​ໄດ້​ຮັບ​ການປະສານ​ສົມທົບແລະ​ການສະໜັບສະ​ໜູນ​ອັນ​ຕັ້ງ​ໜ້າ​ຈາກ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ປະຈຳ​ມາ​ເລ​ເຊຍ, ​ສອງ​ຝ່າຍ​​ໄດ້​ຮ່ວມ​ກັນ​ສ້າງ​ສຳ​ເລັດ.