ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-19 19:10:46    
ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ທີ່​ຮຽນ​ຢູ່​ຈີນ​ມັກ​ຮຽນ​ວິ​ຊາ​ເສດ​ຖະ​ກິດ

cri
ຕາມ​ຂ່າວສານ​ຊິນ​ຮວາ,ການ​ສອບ​ເສັງ​ເຂົ້າຮ​ຽນສຳລັບ​ນັກ​ສຶກສາ​ຕ່າງປະ​ເທດ​ທີ່​ມາຮຽນ​ຢູ່​ຈີນ​ປີ​2006​ນັ້ນໄດ້​ສິ້ນ​ສຸດ​ລົງ​ແລ້ວ​ໃນ​ຫວ່າງ​ມໍ່ໆ​ນີ້,ນັກ​ສຶກສາ​ຕ່າງປະ​ເທດ​ມີ​ຄວາມ​ຫ້າວ​ຫັນ​ຫຼາຍ​ຕໍ່​ໂຮງ​ຮຽນ​ຊັ້ນ​ສູງ​ຂອງ​ປັກ​ກິ່ງ​ທີ່​ມີ​ຊັບພະຍາກອນ​ການ​ສຶກ​ສາ​ອັນ​ອຸ​ດົມ​ສົມ​ບູນ,​ໂດຍ​ສະ​ເພາະ​ແມ່ນ​ມັກ​ຮຽນ​ວິຊາ​ປະ​ເພດ​ເສດຖະກິດ.

 ຕາມ​ໄດ້​ຊາບ,ຈຳນວນນັກ​ສຶກສາ​ຕ່າງປະ​ເທດ​ທີ່​ສະ​ເໜີ​ຊື່​ເຂົ້າ​ຮ່ວມ​ການ​ສອບ​ເສັງ​ເຂົ້າ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ​ຊິງ​ຮວາ​ນັ້ນໄດ້​ສ້າງ​ສະຖິຕິສູງ​ໃໝ່,ຄື​ມີ​ເຖິງ720​ຄົນ.​ນັກ​ສຶກສາ​ເຫຼົ່າ​ນີ້​ສ່ວນ​ຫຼາຍ​ໄດ້​ເລືອກ​ເອົາ​ວິ​ຊາ​ການ​ຄຸ້ມ​ຄອງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​(MBA)​ທີ່​ຮັບ​ນັກ​ສຶກ​ສາ​ທັງ​ສອງ​ຂະ​ແໜງ​ຄື​ຂະ​ແໜງ​ອັກ​ສອນ​ສາດ​ແລະ​ຂະ​ແໜງ​ວິ​ທະ​ຍາ​ສາດ.

ປີ​ນີ້,ມີ​ນັກ​ສຶກສາ​ຕ່າງປະ​ເທດ600​ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ສອບ​ເສັງ​ເຂົ້າ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ,​ໃນ​ນັ້ນ,ນັກ​ສຶກສາ​ສ.​ເກົາຫຼີ​ຫຼາຍ​ກວ່າ​ໝູ່​,ຖັດ​ມາ​ແມ່ນ​ນັກ​ສຶ​ສາ​ຍີ່​ປຸ່ນ​ແລະ​ນັກ​ສຶກສາຂອງ​ປະ​ເທດ​ອາຊີ​ອາຄະ​ເນ​ເຊັ່ນ​ໄທ,ອິນ​ໂດ​ເນ​ເຊຍ​ແລະ​ສິງກະ​ໂປ​ເປັນ​ຕົ້ນ.​ນັກ​ສຶກ​ສາ​ເຫຼົ່າ​ນີ້​ສ່ວນ​ຫຼາຍ​ກໍ​ໄດ້​ເລືອກ​ເອົາ​ວິຊາ​ປະ​ເພດ​ເສດຖ​ະກິດ.