ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-19 20:00:38    
ປັກ​ກິ່ງ​ຈະ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ໂດຍ​ຜ່ານ​ຈາກ​ການ​ດັດ​ສ້າງ​ໂຮງ​ແຮມ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ

cri Author: lm

ຕາມ​ຂ່າວ CRI: ​ຄາດ​ວ່າ​ຈະ​ມີນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 2 ​ແສນ 5 ໝື່ນ​ຄົນມາ​ເບິ່ງ​ງານ​ກິ​ລາ​ໂອ​ລິ​ມປິກ​ປີ 2008 ຢູ່​ປັກ​ກິ່ງ​, ​ແຕ່​ປັກ​ກິ່ງ​ກໍ່ບໍ່​ຢາກ​ສ້າງ​ໂຮງ​ແຮມ​ໃໝ່​ຢ່າງ​ຂະ​ໜາດ​ໃຫຍ່, ຫາກ​ກຽມ​ຜ່ານ​ຈາກ​ການດັດສ້າງ​ໂຮງ​ແຮມ​ທີ່​ມີ​ຢູ່​ໃນ​ປັດຈຸບັນ​ມາ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ງານ​ກິ​ລາ​ໂອ​ລິ​ມປິກ.

ໃນກອງປະຊຸມເທື່ອໜຶ່ງທີ່ຈັດຂຶ້ນຢູ່ທີປັກກິ່ງໃນວັນທີ 19 ພຶດສະພາ, ທ່ານຕູ້​ຈ່ຽງ ຫົວ​ໜ້າ​ຜູ່​ໃໝ່​ຂອງ​ພະ​ແນກ​ທ່ອງ​ທ່ຽວນະຄອນ​ປັກ​ກິ່ງ​ກ່າວ​ວ່າ, ​ໃນ​ຂະ​ນະ​ທີ່​ອອກ​ແຮງ​ຍົກ​ສູງ​ລະດັບການ​ບໍລິການ​ຂອງ​ໂຮງ​ແຮມ​ຕິດ​ດາວ​ນັ້ນ, ປັກ​ກິ່ງ​ຈະ​ຊຸກ​ຍູ້​ການ​ດັດ​ສ້າງ​ແລະ​ຍົກ​ສູງລະດັບ​ດ້ານ​ຮາດ​ແວ​ແລະ​ຊອບ​ແວຂອງ​ໂຮງ​ແຮມ​ບໍ່​ຕິດ​ດາວ. ທ່ານ​ກ່າວ​ວ່າ, ການ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ຮັບ​ຕ້ອນ​ການ​ເຂົ້າ​ພັກ​ທີ່​ປັກ​ກິ່ງ​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ຢ່າ​ງ​ເຕັມ​ສ່ວນ, ​​ແລະ​ດັດ​ສ້າງ​ແລະ​ປ່ຽນ​ອຸ​ປະ​ກອນ​ໂຮງ​ແຮມ​ບໍ່​​ຕິດ​ດາວ​ທີ່​ມີ​ຢູ່​ໃນ​ປັດຈຸບັນ, ຈະ​ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງການ​ໃນ​ການ​ຮັບ​ຕ້ອນ​ງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຢ່າງ​ສົມ​ບູນ, ​ກໍ່​ບໍ່​ສິ້ນ​ເປືອງ​ຊັບ​ພະ​ຍາ​ກອນ​ແລະ​ບໍ່​ເຮັດ​ໃຫ້​ໂຮງ​ແຮມ​​ເປົ່າ​ຫວ່າງ​ຫຼັງ​ງານ​ກິ​ລາ​ໂອ​ລິມ​ປິກ. ທ່ານ​ຫວັງ​ໃຫ້​ວິ​ສາ​ຫະ​ກິດ​ໂຮງ​ແຮມ​ແລະ​ນັກ​ລົງ​ທຶນ​ທີ່​ຊື່​ດັງ​ຂອງ​ຈີນ​ແລະ​ຕ່າງປະ​ເທດ​ລົງ​ທຶນ​ເຂົ້າ​ໃນ​ການ​ດັດ​ສ້າງ​ໂຮງ​ແຮມ​ທີ່​ບໍ່​​ຕິດ​ດາວ​ຂອງ​ປັກ​ກິ່ງ.

ປັດຈຸບັນ ປັກກິ່ງມີໂຮງແຮມຕິດດາວ 650 ກວ່າຫຼັງ. ຕາມ​ຄຳ​ໝັ້ນສັນຍາ​ຂອງ​ປັກ​ກິ່ງ​ໃນ​ເວລາ​ຮ້ອງ​ຂໍ​ເປັນ​ເຈົ້າພາບ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ, ຮອດ​ປີ 2008, ​ໂຮງ​ແຮມ​ຕິດ​ດາວ​ຂອງ​ປັກ​ກິ່ງ​ຄວນ​ມີ​ 800 ຫຼັງ.