ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-19 21:54:49    
ຄວາມ​ຮັກ​ແພງ​ຕໍ່ຕົ້ນຢາງ​ພາລາ--ບັນທຶກ​ນາງ​ສິລາ​ນຊຽງ ​ແບບຢ່າງຜູ່ອອກ​ແຮງ​ງານ​ລະດັບຊາດ​ຂອງ​ຈີນ

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ຊາວ​ໜຸ່ມ​ຈີນ. ວັນ​ທີ 1 ພຶດ​ສະ​ພາ​ແມ່ນ​ວັນ​ກຳມະກອນ​ສາກົນ. ​ໃນ​ລາຍການ​ພາກ​ນີ້, ຂ້າພະ​ເຈົ້າຂໍ​ແນະ​ນຳ​ນາງ​ສິ​ລານ​ຊຽງ ແບບຢ່າງ​ຜູ່​ອອກ​ແຮງ​ງານ​ລະດັບ​ຊາດ​ຂອງ​ຈີນ​ສູ່​ທ່ານ​ຟັງ.

ໃນ​ໂທລະສັບ, ສຽງ​ຂອງນາງ​ສິລາ​ນຊຽງຄື​ວ່າ​ຢາກ​ກະດາກ​ອາຍ​ແດ່. ​ແຕ່​ເມື່ອ​ລົມ​ເຖິງ​ຢາງ​ພາ​ລາ​ແລະການ​ຮຽນ​ຂອງ​ຕົນ​ແລ້ວ, ນາງ​ສິລາ​ນຊຽງ​ທີ່​ພວມຮຽນ​ວິ​ຊາ​ວຽກ​ງານ​ສັງ​ຄົມ​ຢູ່​ວິ​ທະ​ຍາ​ຄານ​ການ​ພົວພັນ​ອອກແຮງ​ງານ​ຈີນ ຈຶ່ງ​ເລີ່​ມ​ເອີ່ຍ​ປາກ​​ເວົ້າ. ນາງ​ເວົ້າ​ວ່າ, ຄວາມ​ໄຝ່​ຝັນຢາກ​ເຂົ້າຮຽນ​ຢູ່ມະຫາວິທະຍາ​ໄລ​ທີ່​ບໍ່​ໄດ້​ປະກົດ​ຜົນ​​ເປັນ​ຈິງ​​ຍ້ອນຄອບຄົວ​ທຸກ​ຍາກ​ໃນ​ຍາມ​ຍັງ​ນ້ອຍນັ້ນ ​ໄດ້​ປະກົດ​ຜົນ​ເປັນ​ຈິງ​ໃນ​ທີ່​ສຸດໃນ​ເວລາ​ຂ້າພະ​ເຈົ້າອາຍຸ 38 ປີ​, ຂ້າ​ພະ​ເຈົ້າ​ຮູ້ສຶກ​ຕື້ນ​ຕັນ​ໃຈ​ທີ່​ສຸດ​ທີ່​ໄດ້​ເຂົ້າຮຽນ​ໃນ​ມະຫາວິທະຍາ​ໄລ. ມີ​ແຕ່​ຮ່ຳຮຽນ​ຢ່າງ​ບໍ່​ຢຸດ​ຢັ້ງທໍ່​ນັ້ນ ຈຶ່ງ​ຈະ​ສາມາດ​ສຳ​ເລັດ​ວຽກ​ງານ​​ໃຫ້ດີກ​ວ່າ​ເກົ່າ, ​ແລະ​ຮັບ​ໄຊ້ສັງຄົມ​ໃຫ້​ດີກ​ວ່າ​ເກົ່າ.

​ເມື່ອ​ປີ 1991, ນາງ​ສິລາ​ນຊຽງ​ໄດ້​ຈາກ​ບ້ານ​ເກີດ​ທີ່​ຢູ່​ແຂວງ​ຫູ​​ເປີ​ຍ​ໄປ​ເປັນ​ກຳ​ມະ​ກອນ​ປາດ​ຕົ້ນຢາງພາລາຢູ່​ຟາ​ມຊິ່ນ​ຈົ່ງ​ແຂວງ​ໄຫຫຼຳ. ​ຊີວິດ​ປາດ​ຢາງພາລາ​ແມ່ນ​ລຳ​ບາກ​ຫຼາຍ. ​​ແຕ່​ລະ​ມື້ ນາງ​ຕ້ອງ​ລຸກຂຶ້ນ​ໃນ​ເວລາ 1 ​ໂມງ​ເຊົ້າ​ເພື່ອ​ໄປ​ປາດ​ເອົາ​ນ້ຳ​ຢາງພາລາ, ​ຕົວ​ທາກ​ມັກ​ເຂົ້າ​​​ໃນເກີບກັນ​ຝົນ​​ແລະ​ຜົມຂອງ​ນາງ​ໄປ​ເລື້ອຍໆ, ເມື່ອ​ກັບຄືນຮອດ​ທີ່​ພັກ​ກໍ​ມັກ​ເຫັນ​ມີ​ເລືອດ​ອອກທົ່ວ​ຮ່າງກາຍ, ຕົວ​ທາກກິນ​ອີ່ມ​ແລະ​ໜີ​ໄປ​ແລ້ວ, ​ເຫຼືອ​ແຕ່​ບາດ​ແຜ​ທີ່​ເລືອດ​ຍັງ​ໄຫຼຢູ່​ເທົ່າ​ນັ້ນ. ບາດ​ແຜ​ບົນສອງ​ຕີນ​ຂອງ​ນາງ​ສິລາ​ນຊຽງ​ເຄີຍ​ເນົ່າຫຼາຍ​ເທື່ອ​ຍ້ອນ​ຖືກ​ທາກ​ຂົບ, ​ແຕ່​ນາງ​ບໍ່​ຈົ່ມ​ວ່າ​ຈັກ​ເທື່ອ, ກໍ່​ບໍ່ຫຼົບຫຼີກ, ​ຍັງ​ຄົງ​ເປັນ​ກຳມະກອນ​ປາດ​ຢາງພາລາ​ຜູ່​ທຳ​ມະ​ດາສາມັນ​ຢູ່​ຄື​ເກົ່າ.

​ເພື່ອ​ກຳ​ເຕັກນິກ​ປາດຢາງ​ພາລາໂດຍ​ໄວ, ນາງ​ສິລາ​ນຊຽງ​ບໍ່​ພຽງ​ແຕ່​ໄປ​ກ່ອນ​ເຊົ້າ​ກວ່າ​ໝູ່ ​ແລະ​ເມືອຫຼ້າກວ່າ​ໝູ່​ໃນ​ເວລາ​ໂຮມ​ສູນ​ຝຶກ​ຫັດທໍ່​ນັ້ນ, ​ແຕ່​ລະ​ມື້​ຍັງ​ຝຶກ​ຫັດ​ຫຼາຍ​ຊົ່ວ​ໂມງ​ໃນເວລາ​ນອກ​ໂມງ​ການອີກ​ດ້ວຍ. ​ເມື່ອ​ໄດ້​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ, ​ໃນ​ເດືອນ​ທຳ​ອິດ​ທີ່​ເປັນ​ກຳມະກອນ​ປາດ​ຢາງພາລາ​, ຝີມື​ປາດຢາງ​ພາລາຂອງ​ນາງ​ສິລາ​ນຊຽງ​ໄດ້​ເຖິງ​ລະ​ດັບ​ຊັ້ນ​ໜຶ່ງ, ​ແຕ່​ກຳມະກອນ​ໃໝ່​ຜູ່​ອື່ນ​ຝືມີ​ໄດ້​ແຕ່ຊັ້ນສອງຫຼືຊັ້ນສາມ​ເທົ່າ​ນັ້ນ. ​ໃນ 10 ກວ່າ​ປີ​ມາ​ນີ້, ນາງ​ສິ​ລາ​ນຊຽງ​ບໍ່​ໄດ້​ປະລະ​ການຄົ້ນຄວ້າ​ເຕັກນິກ​ປາດ​ຢາງພາລາ​​ຈັກ​ເທື່ອ, ​ແຕ່​ລະ​ປີ ນາງ​ກໍ່​ຮັກ​ສາ​ຝື​ມີ​ປາດ​ຕົ້ນຢາງ​ໃຫ້​ຢູ່​ໃນ​ລະ​ດັບ​ຊັ້ນ​ໜຶ່ງ.

ປີ 1994, ຟາມ​ຊິ່ນ​ຈົ່ງ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ປະຕິ​ຮູບ​ລະບອບ​ປາດ​ຢາງ​ພາ​ລາ​ 5 ມື້​ປາດ​ເທື່ອ​ດຽວ, ​ແລະ​ຕົກລົງ​ໃຫ້​ນາງ​ສິລາ​ນຊຽງ​ແລະ​ກຳມະກອນ​ຜູ່​ອື່ນ​ອີກ​ບໍ່​ເທົ່າ​ໃດ​ຄົນ​ຮັບ​ໜ້າ​ທີ່ດັ່ງກ່າວ. ​ໃນ​ຄາວ​ນັ້ນ ຄົນ​ທັງຫຼາຍລ້ວນ​ແຕ່​ເຫັນວ່າ: ການ​ທົດ​ລອງ​ 5 ມື້ປາດ​​ເທື່ອ​ດຽວ​ຍາກ​ຫຼາຍ​ແລະ​ມີ​ຄວາມ​ສ່ຽງ, ຖ້າ​ບໍ່​ລະມັດລະວັງ​ແລ້ວ ບາງທີຍັງ​ອາດ​ຈະຖືກ​ຫັກ​ລາຍ​ໄດ້​ໝົດ​ປີ​ອີກ. ​ແຕ່​ນາງ​ສິລາ​ນຊຽງ​ພັດ​ກ່າວ​ວ່າ, ທາງ​ຟາ​ມມອບ​ໜ້າ​ທີ່ການທົດ​ລອງ​ທີ່​ສຳຄັນ​ຄື​ແນວ​ນີ້​ໃຫ້​ຂ້າ​ພະ​ເຈົ້າ, ​ແມ່ນ​ຍ້ອນ​ໄວ້​ວາງ​ໃຈນຳ​ຂ້າພະ​ເຈົ້າ, ​ແລະ​ການ​ປະຕິ​ຮູບ​ລະບອບ​​ປາດ​ຢາງ​ພາ​ລາ​ຍັງ​ແມ່ນ​ເລື່ອງ​ສຳ​ຄັນ​ທີ່​ກ່ຽວ​ພັນ​ເຖິງ​ການ​ພັດທະນາ​ຂອງ​ພາລະກິດ​ຢາງພາລາ​ອີກ​ດ້ວຍ, ຖ້າ​ສຳ​ເລັດ​ຜົນ, ຈະ​ມີ​ຜົນ​ດີ​ຕໍ່​ຊາດ​​ແລະ​ປະຊາຊົນ; ຖ້າ​ບໍ່​​ສຳ​ເລັດຜົນ, ​ກໍ່​ພຽງ​ແຕ່​ຕົນ​ເອງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ທໍ່​ນັ້ນ, ​ບໍ່​ເປັນ​ຫຍັງ! ນາງ​ເລີຍ​ຮັບ​ເອົາໜ້າ​ທີ່​ນີ້ຢ່າງ​ກ້າຫານ.

​ເພື່ອ​ເຮັດ​ໃຫ້ການ​ທົດ​ລອງ​​ໄດ້​ດຳ​ເນີນ​ໄປ​ຢ່າງມີ​ວິທະຍາສາດກວ່າ​ເກົ່າ, ນາງ​ສິ​ລານ​ຊຽງ​ສຸມ​ກຳລັງ​ສຸດ​ຂີດ, ຜູ່​ອື່ນ​ເຮັດ​ວຽກ 8 ຊົ່ວ​ໂມງ, ນາງ​ເຮັດ 10 ກວ່າ​ຊົ່ວ​ໂມງ, ຍັງ​ຍຶດ​ໝັ້ນ​ເຮັດ​ວຽກ​ໃນ​ເວລາ​ເຈັບ​ປ່ວຍ, ​ໃນ​ມື້​ບຸນຫຼືມື້ພັກ ສ່ວນ​ຫຼາຍ​ນາງ​ກໍ່​ເຮັດ​ວຽກ​​ໃນ​ສວນ​ຕົ້ນ​ຢາງ. ກໍ່​ຍ້ອນ​ນາງ​ສິລາ​ນຊຽງ​ໃຊ້​ທ່າ​ທີ​ອັນ​ເຄັ່ງ​ຄັດ​ແລະ​ມີ​ນ້ຳ​ໃຈ​ເຮັດ​ແທ້​ທຳ​ຈິງ, ​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ຫຼາຍ​ກວ່າ​ຜູ່​ອື່ນຫຼາຍໆ​ເທົ່າ, ​ເຮັດ​ໃຫ້ການ​ທົດ​ລອງ​ການ​ປະຕິ​ຮູບ​ລະ​ບອບ​ 5 ມື້ປາດ​​ເທື່ອ​ດຽວ​ໄດ້​ຮັບ​ຜົນ​ຕາມ​ຄາດໝາຍ. ສວນ​ຕົ້ນຢາງ​ທີ່​ນາງ​ຄຸ້ມ​ຄອງ​ນັ້ນ, ປະ​ລິ​ມານ​ການ​ຜະ​ລິດ​ຢາງ​ພາລາ​ແຫ້ງ​ສະ​​ເລ່ຍຕໍ່​ປີ​​​ໃນແຕ່​ລະ​ຫົວໜ່ວຍ ຄື ປະ​ມານ 400 ຕົ້ນ​ໄດ້​ຫຼາຍ​ກວ່າ​ຜູ່​ອື່ນ​ປະມານ 1 ​ໂຕນ, ກາຍ​ເປັນ​ສວນ​ຢາງ​ພາ​ລາ​ທີ່​ມີ​ປະvສິດ​ທິ​ຜົນ​ສູງ.

ປີ 2004, ນາງ​ສິລາ​ນຊຽງ​​ໄດ້ຮັບ​ໜ້າ​ທີ່​ປາດຢາງພາລາ 1887 ຕົ້ນ 107 ຊະ​ນິດ​ທີ່​ປູກ​ໃນ​ທົດ​ສະ​ວັດ​ທີ 60 ສະຕະວັດ​ທີ່​ແລ້ວ, ປະລິມານ​ການ​ຜະລິດ​ຢາງ​ພາ​ລາ​ແຫ້ງ​ຕໍ່​ຕົ້ນ​ໃນ​ສອງ​ຫົວໜ່ວຍຕ່າງ​ມີ​ພຽງ​ແຕ່ 1,85 ກິ​ໂລ​ແລະ 2,7 ກິ​ໂລ​ເທົ່າ​ນັ້ນ, ຜູ່​ອື່ນ​​ໃຜ​ກໍ່​ບໍ່​ຢາກ​ປາດ ພາຍ​ຫຼັງ​ນາງ​ສິ​ລາ​ນຊຽງຮັບ​ເອົາໜ້າ​ທີ່​ດັ່ງກ່າວ​ແລ້ວ, ​ເມື່ອ​ນາງ​ໄດ້​ຄຸ້ມ​ຄອງ​ດູ​ແລ​ຢ່າງ​ພຽນ​ໃຈ, ​ໄດ້​ຍົກ​ປະ​ລິ​ມານ​ການ​ຜະລິດ​ຢາງພາລາ​ແຫ້ງ​ຕໍ່ຕົ້ນຂອງ​ສອງ​ຫົວໜ່ວຍ​ດັ່ງກ່າວ​ສູງ​ຂຶ້ນ​ຮອດ 5,3 ກິ​ໂລ. ​ເພື່ອ​ເຮັດ​ໃຫ້​ຕົ້ນ​ຢາງ​ທີ່​ຕົນ​ເອງ​ຮັບ​ປາດ​ນັ້ນມີ​ປະລິມານ​ການ​ຜະ​ລິດ​ສູງ​ແລະ​ໝັ້ນ​ທ່ຽງ, ນາງ​ໄດ້​ໃຊ້​​ເງິນ​ຕົນ​ເອງ​ໄປ​ຊື້​ຝຸ່ນ​ເຄມີ​ແລະ​ຝຸ່ນຄອກ​ໃສ່​ສວນ​ຕົ້ນ​ຢາງ​ຫຼາຍ​ເທື່ອ​. ຮອດ​ທ້າຍ​ປີ​ນັ້ນ, ຫົວ​ໜ່ວຍ​ຕົ້ນ​ຢາງ​ທີ່​​ແຕ່​ເດີມ​ຈະສຳ​ເລັດ​ການ​ຜະລິດ​ໄດ້​ພຽງ​ແຕ່ 6000 ກິ​ໂລ​ເທົ່າ​ນັ້ນ ​ໄດ້​ເພີ່ມ​ຂຶ້ນ​ຮອດ 1 ໝື່ນ 700 ກິ​ໂລ. ​ແຕ່​ປີ 1995 ຈົນ​ຮອດ​ປັດຈຸບັນ, ນັບ​ລວມ​ແລ້ວ ນາງ​ສິລາ​ນຊຽງ​ໄດ້​ສຳ​ເລັດ​ການ​ຜະ​ລິດ​ຢາງ​ພາ​ລາ​ແຫ້ງ 6 ໝື່ນ 6400 ກິໂລ.

ນາງ​ສິລາ​ນຊຽງ​ເຮັດ​ວຽກ​ປາດ​ຢາງພາລາ​ 14 ປີ​ມາ​ນີ້, ​ໄດ້​ຮັບ​ການ​ປະ​ກວດ​ເປັນ "ຜູ່​ເກັ່ງ​ການ​ຜະລິດ​ຢາງພາລາ" "ກຳມະກອນ​ປາດ​ຢາງ​ພາລາຜູ່​ດີ​ເດັ່ນ" ​ແລະ "ຄັນ​ທຸງ 8 ມີນາ ຢ່າງ​ບໍ່​ຢຸດ​ຢັ້ງ, ປີ 2003, ນາງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ຜູ່​ແທນ​ກອງ​ປະຊຸມ​ຄັ້ງທີ 16 ຂອງ​ພັກ​ກອມ​ມູນິດ​ຈີນ, ປີ 2005, ​ໄດ້​ຮັບ​​ເລືອກ​ຕັ້ງ​ເປັນ​​ແບບຢ່າງ​ຜູ່​ອອກ​ແຮງ​ງານ​ລະ​ດັບ​ຊາດ.

ທ່ານ​ຫວາງ​ເຕີ​ອານ ຮອງ​ປະທານ​ກຳມະບານ​ຟາ​ມຊິ່ນ​ຈົ່ງ​ກ່າວ​ວ່າ, ນາງ​ສິລາ​ນຊຽງ​ຈາກ​ກຳມະກອນ​ຜູ່​ທຳ​ມະ​ດາ​ຮອດ​ຜູ່​ແທນ​ກອງ​ປະຊຸມ​ຄັ້ງທີ 16 ຂອງ​ພັກ​ກອມ​ມູນິດ​ຈີນ​ແລະ​​ແບບຢ່າງຜູ່​ອອກ​ແຮງ​ງານ​​ລະດັບ​ຊາດ, ນາງ​ໄດ້​ຮັບ​ຜົນງານ​ດີ​ເດັ່ນ​ຄື​ຊູ່​ມື້​ນີ້, ຕົ້ນຕໍ​ແມ່ນ​ຍ້ອນ​ນາງ​ມີ​ນ້ຳ​ໃຈຂະ​ຫຍັນ​ໝັ່ນພຽນ​ແລະ​ທົນ​ທານ​ທີ່​ບໍ່​ຍອມເສຍ​​ແລະ​ມັກ​ຮ່ຳຮຽນ.

​ນາງ​ສິລາ​ນຊຽງໄດ້​ຮັບ​ໃບຢັ້ງຢືນ​ກຽດຕິ​ຍົດ​ຫຼາຍ​ເທື່ອ. ​ແຕ່​ນາງ​ຖື​ວ່າ​ນີ້​ແມ່ນ​ຄຸນ​ງາມ​ຄວາມ​ດີ​ຂອງ​ຜູ່​ນຳ​ແລະ​ແບບຢ່າງ​ຜູ່​ອອກ​ແຮງ​ງານ​ອ້ອມ​ຂ້າງ​ທັງ​ຫຼາຍ​ທີ່​ໄດ້​ອົບ​ຮົມ​ແລະ​ຊ່ອຍ​ເຫຼືອ​ນາງ. ນາງ​ສິລາ​ນຊຽງ​ຫວນຄືນ​ວ່າ, ​ເມື່ອ​ນາງ​ຫາ​ກໍ່​ໄປ​ເຮັດ​ວຽກ​ໃນ​ຟາມ​ຊິ່ນ​ຈົ່ງ​ໃນ​ປີ 1991, ນາງ​ຖືກ​ຈັດ​ຢູ່​ໃນ​ກອງ "ຈິ່ນ​ໂກ" ໜ່ວຍ​ທີ 23, ​ໃນ​ກອງ "ຈິ່ນ​ໂກ" ມີ​ແບບ​ຢ່າງ​ຜູ່​ອອກ​ແຮງ​ງານ​ລະດັບ​ແຂວງ​ສອງ​ຄົນ ຄື ​ເອື້ອຍ​ໂລ​ສິນ​ຮວາ​ແລະ​ເອື້​ອຍລີ​ກຸ້ຍ​ຊຽງ. ນາງ​ສິລາ​ນຊຽງ​ທີ່​ຫາ​ກໍ່​ມາ​ເຖິງ​ນັ້ນ ​ໄດ້​ຮັບ​ຄວາມເອົາ​ໃຈ​ໃສ່​ ຄວາມຮັກ​ແພງ​ແລະ​ການ​ຊ່ອຍ​ເຫຼືອ​ຈາກ​ເອື້ອຍ​ສອງ​ຄົນ​ດັ່ງກ່າວ. ກໍ່​ແມ່ນ​ຍ້ອນ​ເອື້ອຍ​ສອງ​ຄົນ​ທີ່​ເປັນແບບຢ່າງ​​ຜູ່​ອອກ​ແຮງ​ງານ​ນີ້​ໄດ້​ສິດ​ສອນ​ນາງ​ດ້ວຍ​ປະສົບ​ການ​ໃນ​ການ​ເຕີບ​ໂຕ​ຂອງ​ພວກ​ເຂົາ​ເຈົ້າ​ເອງ, ​ໄດ້​ກະຕຸກ​ຄວາມ​ປາ​ຖະvໜາ​ອັນ​ແຮງ​ກ້າແລະ​ຄວາມ​ຫ້າວຫັນຂອງ​ນາງ​ທີ່​ພະຍາຍາມ​ເຮັດ​ວຽກ ຍາດ​ແຍ່ງ​ເປັນ​ແບບ​ຢ່າງຜູ່​ອອກ​ແຮງ​ງານ​, ​ແລະ​ກໍ່​ເຮັດ​ໃຫ້​ນາງ​​ຮູ້​ວ່າຕ້ອງ​ເປັນ​ຄົນ​ທີ່ມີ​ຄວາມ​ດູດ​ດື່ມ. ສະນັ້ນ ຕໍ່​ກຳມະກອນ​ປາດ​ຢາງພາລາ​ທີ່​ຝີ​ມື​ດ້ອຍ​ກວ່າ​ນັ້ນ, ນາງ​ມັກ​​ຊ່ອຍ​ແລະ​ຊີ້​ນຳ​ໂດຍ​ບໍ່​​ເຫັນ​ແກ່​ຕົວ. ​ໃນຫຼາຍປີ​ມາ​ນີ້, ກຳມະກອນ​ປາດ​ຢາງ​ພາລາ 6 ຄົນທີ່​ນາງ​ເປັນ​ເຈົ້າການ​ຊ່ອຍຊີ້​ນ້ຳ​ຊ່ອຍ​ເຫຼືອນັ້ນ ​ໄດ້​ກາຍ​ເປັນ​ກຳມະກອນ​ຊັ້ນໜຶ່ງ​ໝົດ​ທຸກ​ຄົນ.

ທ່ານ​ອູ​ສົງ​ຟູ້ ປະທານ​ກຳມະບານ​ຟາ​ມຊິ່ນ​ຈົ່ງ​ກ່າວ​ວ່າ, ນາງ​ສິລາ​ນ​ຊຽງ​ມັກ​ຮຽນ​ແລະ​ຊ່າງ​ຮຽນ​ແທ້ໆ, ນາງ​ມີປະຫວັດ​ການ​ສຶກສາ​ຕ່ຳ, ​ມັດທະຍົມ​ປາຍກໍ່​ບໍ່​ໄດ້​ຮຽນ​ຈົບ. ພາຍ​ຫຼັງ​ດຳvລົງ​ຕຳ​ແໜ່​ງຮອງ​ຫົວໜ້າ​ກຳມະກອນຜູ່​ຍິງ​ແລ້ວ, ວຽກ​ງານ​ແມ່ນ​ຕ່າງ​ກັບ​ແຕ່​ກ່ອນ​ໝົດ, ​ແຕ່​ນາງ​ໄດ້​ລື້​ງກັບ​ຕຳ​ແໜ່​ງວຽກ​ງານ​ຢ່າງ​ວ່ອງ​ໄວ, ນາງ​​ໄດ້ຮຽນ​​ພິມ​ດີດ​ແລະ​ພິມ​ເອ​ກະ​ສານ​, ນາງ​ວາງ​ຄາດໝາຍ​ຕໍ່​ຕົນ​ເອງ​ສູງ​ທີ່​ສຸດ.ປີ​ກາຍ​ນີ້, ພາຍຫຼັງນາງ​ສິ​ລານ​ຊຽງ​ໄດ້​ຮັບ​ໃບ​ແຈ້ງ​ເຂົ້າ​ຮຽນ​ຈາກ​ວິ​ທະ​ຍາ​ຄານ​ການ​ພົວພັນ​ແຮງ​ງານ​ຈີນ​ແລ້ວ, ສາ​ມີ​ຂອງ​ນາງ​ບໍ່ພໍ​ໃຈ​ປານ​ໃດ, ​ເວົ້າ​ຕໍ່​ນາງ​ວ່າ: ອາ​ຍຸ​ແກ່​ປານ​ນີ້​ແລ້ວ, ຍັງ​ເຂົ້າຮຽນ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ເຮັດ​ຫຍັງ? ລູກ​ສາວ​​ອາຍຸ 12 ປີ​ຈະ​ໃຫ້​ໃຜ​ມາ​ດູ​ແລ? ຕໍ່​ເລື່ອງ​ນີ້, ນາງ​ສິ​ລານ​ຊຽງ​ກໍ່​ມີ​ຄວາມ​ຄິດ​ຂອງ​ຕົນ, ນັ້ນ​ກໍ່​ຄື: ຂ້ອຍ​ບໍ່​ຢາກ​ໃຫ້​ຊີ​ວິດ​ຂອງ​ຕົນ​ຜ່ານ​ໄປ​ແບບ​ທຳ​ມະ​ດາ​ປານ​ນີ້. ຂ້ອຍ​ມີ​ແຕ່​ຮ່ຳຮ​ຽນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​​​ເມື່ອ​ຈົບ​ຮຽນ​ແລ້ວ, ​​ຈະ​ເຮັດ​ວຽກ​ໃຫ້​ດີ​ກວ່າ​ເກົ່າ​​ແລະ​ຮັບ​ໃຊ້​ຟາ​ມ​ໃຫ້​ດີກ​ວ່າ​ເກົ່າ​ທໍ່​ນັ້ນ, ຈຶ່ງ​ສາ​ມາດ​ຕອບ​ແທນ​ປະ​ຊາ​ຊົນ​ທີ່​ຄາດ​ຫວັງ​ນຳ​ຂ້ອຍ.