ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-20 17:40:16    
ຈີນ​ກ່າວ​ລື້ມ​ວ່າ​ໄຕ້​ຫວັນ​ບໍ່​ມີ​ຄຸນ​ວຸດ​ທິ​ເປັນ​ສະ​ມາ​ຊິກ​ຫຼື​ຜູ້​ສັງ​ເກດ​ການ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ

cri
ຕາມ​ຂ່າວສານ​ຊີນ​ຮວາ,​ວັນ​ທີ19​ພຶດ​ສະ​ພາ,​ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ ຂ້ອງ​ຂອງ​ນັກ​ຂ່າວ,​ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ອົງ​ການ​ອະນາ​ໄມ​ໂລກ​ແມ່ນ​ອົງ​ການຈຳ​ເພາະ​ສະ​ຫະ​ປະຊາ​ຊາດ​ທີ່ມີ​ແຕ່​ປະ​ເທດ​ອະທິ​ປະ​ໄຕ​ຈຶ່ງ​ເຂົ້າ​ຮ່ວມ​ໄດ້.​ຈີນ​ແມ່ນ​ປະ​ເທດ​ສະມາ​ຊິກ​ຂອງ​ອົງ​ການ ອະນາ​ໄມ​ໂລກ,​ໄຕ້​ຫວັນ​ແມ່ນ​ພາກ​ສ່ວນ​ໜຶ່ງ​ຂອງ​ຈີນ,​ສະ​ນັ້ນ​ໄຕ້​ຫວັນ​ບໍ່​ມີ​ຄຸນ​ວຸດ​ທິເປັນ​ສະມາ​ຊິກ​​ຫຼືຜູ້​ສັງ​ເກດ​ການ​ຂອງອົງ​ການ​ອະນາ​ໄມ​ໂລກ.​ປະ​ຊາ​ຄົມ​ໂລກ​ມີ​ຄວາມ ຮັບ​ຮູ້ຄື​ກັນໄປ​ຢ່າງ​ຈະ​ແຈ້ງ​ແລະ​ກວ້າງ​ຂວາງ​ໃນ​ບັນຫາ​ດັ່ງກ່າວ.

ທ່ານ​ເວົ້າ​ວ່າ,​ລັດຖະ​ບານ​ກາງຂອງ​ຈີນ​ເອົາ​ໃຈ​ໃສ່​ແລະ​ຕັ້ງ​ໜ້າ​ປົກ​ປັກ​ຮັກ​ສາ​ສຸຂະ​ພາບ​ຂອງ​ມວນ​ຊົນ​ໄຕ້​ຫວັນ,​ພະ​ຍາຍາມ​ຊຸກຍູ້​ການ​ແລກ​ປ່ຽນ​ລະຫວ່າງ​ສອງ​ຝັ່ງ​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ.​ໄຕ້​ຫວັນ​ມີ​ຊ່ອງ​ທາງ​ອັນ​ສະດວກ​ໃນການ​ໄດ້ຮັບ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ເຕັກ​ນິກ​ສາ​ທາ​ລະນະ​ສຸກ,​ບໍ່​ມີອັນ​ທີ່​ວ່າ"ຮູ​ຮົ່ວ"​ໃນ​ການ​ປ້ອງ​ກັນ​ຄວບ​ຄຸມພະ​ຍາດ​ສາກົນ.