ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-20 20:25:45    
ຢູ່​ແບກ​ແດດ​ເກີດ​ເຫດ​ການ​ລະ​ເບີດ​ເຮັດ​ໃຫ້​77​ຄົນ​ຕາຍ​ແລະ​ບາດ​ເຈັບ

cri

ຕາມ​ຂ່າວCRI,ວັນ​ທີ20​ພຶດສະພາ,ຢູ່​ເມືອງ​ຊາ​ດ​ເດີ ​ເຂດ​ຄຸ້ມ​ນິກາຍ​ຊີ​ອິດ ທາງ​ທິດຕາ​ເວັນ​ອອກ​ແບກ​ແດດ​ນະ​ຄອນ​ຫຼວງ​ອີ​ຣັກ​ໄດ້​ເກີດ​ເຫດ​ການ​ຫຼອນ​ໂຈມ​ຕີ​ດ້ວຍ​ລະ​ເບີດ,​ຢ່າງ​ໜ້ອຍ​ເຮັດ​ໃຫ້​19​ຄົນ​ຕາຍ,​58​ຄົນ​ບາດ​ເຈັບ.

ກະຊວງ​ພາຍ​ໃນອີຣັກກ່າວ​ວ່າ,​ເຫດການ​ລະ​ເບີດ​ເກີດ​ຂຶ້ນ​ໃນ​ເວລາ​ຕອນ​ເຊົ້າ​ປະ​ມານ​6​ໂມງ​ເຄິ່ງ ​ເວລາ​ທ້ອງ​ຖິ່ນ, ຢູ່​ມໍ່​ຕະ​ຫຼາດ​ແຮງ​ງານ​ແຫ່ງ​ໜຶ່ງ, ​ລະ​ເບີດ​ຫັດ​ຖະ​ກຳ​ໜ່ວຍ​ໜຶ່ງ​ໄດ້​ລະ​ເບີດ​ໃນ​ຝູງ​ຄົນ​ທີ່​ຄອຍ​ຖ້າ​ສະ​ໝັກ​ງານ.

ສະພາ​ແຫ່ງ​ຊາດອີຣັກມີ​ແຜນ​ຈະ​ຈັດ​ກອງ​ປະຊຸມ​ໃນ​ຕອນ​ຄ່ຳ​ວັນ​ທີ20​ພຶດ​ສະ​ພາ,​ເພື່ອ​ສຳ​ຫຼວດ​ພິ​ຈາ​ລະ​ນາ​ບັນ​ຊີ​ລາຍຊື່​ຄະ​ນະ​ລັດ​ຖະ​ບານ​ຊຸດ​ໃໝ່​ທີ່​ທ່ານ​ມາ​ລີ​ຄີ​ຜູ່​ຄອຍ​ຮັບ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ໃຫ້.​ຖ້າ​ບັນ​ຊີ​ລາຍ​ຊື່​ຫາກ​ໄດ້​ຜ່ານ​ການ​ຮັບ​ຮອງ​ແລ້ວ, ​ຈະ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ລັດ​ຖະ​ບານ​ເອ​ກະ​ພາບ​​ແຫ່ງ​ຊາດ​ອີ​ຣັກ​ປະ​ກອບ​ສຳ​ເລັດ​ແລ້ວ.