ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-21 00:02:15    
ຈີນ​ຊຸກ​ຍູ້​ໃຫ້​​ໃຊ້​ຊອຟ​ແວ​​ແບບ​ແທ້​ແມ່ນ​ໜ້າ​ທີ່​ໜັກ​ໜາ​ບົນ​ເສັ້ນ​ທາງ​ຍາວ​ໄກ(ສຽງ)

cri

ທ່ານ​ຜູ້​ຟັງ​ທີ່​​ໂຄລົບ,ຫວ່າງ​ມໍ່ໆ​ນີ້,ຫຼາຍກະຊວງ​ແລະ​ຄະນະ​ກຳມະການ​ທຽບ​ເທົ່າຂອງ​ລັດຖະບານ​ຈີນ​ໄດ້​ອອກ​ປະກາດແຈ້ງ​ການ​ຮ່ວມຮຽກຮ້ອງ​ວ່າ,ຖ້າ​ແມ່ນຄອມ​ພິວ​ເຕີ​ທີ່​ຜະລິດ​ແລະ​ຈຳໜ່າຍ​ຢູ່​​ໃນ​ແດນຈີນ,ຕ້ອງ​ຕິດ​ຕັ້ງ​ລະບົບ​ຄຸມ​ຈັກ​ແລະຊອຟ​ແວ​ແບບ​ແທ້.ດັ່ງ​ນັ້ນ,ຫຼາຍວິ​ສາ​ຫະກິດ​ທີ່​ຜະລິດ​ຄອມ​ພິວ​​​ເຕີທີ່​ໃຫຍ່​ກວ່າ​ໝູ່ຂອງ​ຈີນ​ໄດ້​ເຊັນ​ຂໍ້​ຜູກ​ພັນ​ທີ່​ມີ​ມູນ​ຄ່າ​ຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ສະຫະລັດກັບ​ບໍລິ​ສັດMicrosoftຂອງ​ອາ​ເມ​ລິ​ກາກ່​ຽວກັບ​ການຊື້​ລະບົບ​ຄຸມ​ຈັກwindows.​ແຕ່​ວ່າ,​ໃນ​ເວລາ​ວິ​ສາ​ຫະກິດ​ຊອຟ​ແວ​ຂອງ​ຈີນ​ແລະ​ຕ່າງປະ​ເທດ​ໄຊ​ໂຍ​ໂຮ​ຮ້ອງ​​ເພື່ອ​ມາດ​ຕະການ​ໃໝ່​ຂອງ​ລັດຖະບານ​ຈີນ,​ວິ​ສາ​ຫະກິດ​ຜ້ານ​ກາງ​ແລະ​ໜ້ອຍ​ພ້ອມ​ດ້ວຍຜູ້​ບໍລິ​ໂພ​ກສ່ວນ​ບຸກຄົນ​ຂອງ​ຈີນ​ຜັດ​ໄດ້​ອຸກ​ອັ່ງ​ຂຶ້ນ​ຍ້ອນ​ຕົ້ນ​ທຶນ​ຊື້ຄອມ​ພິວ​ເຕີ​ເພີ່ມ​ຂຶ້ນ.ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າປະຈຸ​ບັນ,ຈີນຊຸກຍູ້​​ໃຫ້​ໃຊ້ຊອຟ​ແວ​ແບບ​​ແທ້​ຢ່າງຮອບ​ດ້ານ​ຍັງ​​ແມ່ນໜ້າ​ທີ່ໜັກ​ໜາບົນ​​ເສັ້ນທາງ​ຍາວ​ໄກ.​ໃນ​ລາຍການ​ຈີນ​ປະຈຸ​ບັນ​ພາກ​ນີ້,​ ​ພວກ​ເຮົາ​ກໍ​ຂໍ​ລົມ​ເລື່ອງ​ນີ້​ສູ່​ທ່ານ​ຟັງ.

ຫວ່າງ​ມໍ່ໆ​ນີ້,ລັດຖະບານ​ຈີນ​ໄດ້​ປະກາດ​ໃຊ້​ມາດຕະການ​ໃໝ່​ເພື່ອ​​ເຜີຍ​ແຜ່​ຊອຟ​ແວ​ແບບ​ແທ້​​ເຊິ່ງກ່ຽວ​ພັນ​ເຖິງ​ດ້ານຕ່າງໆ:ສຳລັບ​ຄອມ​ພິວ​ເຕີ​ຂອງ​ຂະ​ແໜງ​ການ​ອົງການ​ປົກຄອງ​ທຸກ​ຂັ້ນ​ແລະ​ວິ​ສາ​ຫະກິດ​ຂະໜາດໃຫຍ່,ລັດຖະບານ​​ກາງຮຽກ​ຮ້ອງ​​ໃຫ້​ພວກ​ເຂົາ​ເຈົ້າ​ຕ້ອງຈັດ​ຊື້ຄອມ​ພິວ​ເຕີ​ທີ່​ໄດ້​ຕິດ​ຕັ້ງ​ລະບົບ​ຄຸມ​ຈັກ​ແບບ​ແທ້;​ແຕ່​ສຳລັບ​ວິ​ສາ​ຫະກິດ​ທີ່​ຜະລິດ​ຄອມ​ພິວ​ເຕີ,ບໍ່​ວ່າ​ຜະລິດ​ຢູ່​ຈີນ​ຫຼື​ຕ່າງປະ​ເທດ,ທະ​ແນມ​ແຕ່​ຂາຍ​ຄອມ​ພິວ​ເຕີ​ໃນ​ຕະຫຼາດຈີນ,ກໍຕ້ອງ​ຕິດ​ຕັ້ງ​ລະບົບ​ຄຸມ​ຈັກ.

ວົງ​ການ​ວິ​ສາ​ຫະກິດ​ເອີ້ນຂໍ້ກຳນົດ​ເຫຼົ່າ​ນີ້​ເປັນ"ຄຳ​ສັ່ງ​​ໃຫ້​ໃຊ້ແບບ​ແທ້ທີ່​ເຂັ້ມ​ງວດ​ທີ່​ສຸດ"ຂອງ​ລັດຖະບານ​ຈີນ.​ແນ່ນອນ​ແລ້ວ,​ມັນ​ແມ່ນຂ່າວ​ດີ​ທີ່​ເຮັດ​ໃຫ້​ນັກ​ທຸລະ​ກິດ​ຊອຟ​ແວ​ດີ​ໃຈ​ທີ່​ສຸດ.ຫວ່າງ​ມໍ່ໆ​ນີ້,ວິ​ສາ​ຫະກິດ​ຜະລິດຄອມ​ພິວ​ເຕີ​ໃຫຍ່​ກວ່າ​ໝູ່​​ສີ່​ແຫ່ງຂອງ​ຈີນ​ເຊິ່ງ​ລວມທັງ​ກຸ່ມ​ເລ​ໂນ​ໂວໄດ້ເຊັນ​ສັນຍາຈັດ​ຊື້​ລະບົບຄຸມ​ຈັກwindows​ກັບ​ບໍລິສັດMicrosoft​ຂອງ​ອາ​ເມ​ລິ​ກາ​ຢ່າງ​ເປັນ​ລຳດັບ,ຍອດມູນ​ຄ່າ​ຂອງ​ຂໍ້​ຜູກ​ພັນສູງ​ຮອດ700ລ້ານ​ໂດ​ລາ​ສະຫະລັດ.

ແນ່ນອນ​ແລ້ວ,ບໍ່ພ​ຽງ​ແຕ່​ບໍລິສັດMicrosoftບໍລິສັດ​ດຽວ​ຮູ້ສຶກດີ​ໃຈ​,​ລະບົບຄຸມ​ຈັກLinux​ທີ່​ແກ່ງ​ແຍ່ງ​ກັບ​ລະບົບຄຸມ​ຈັກWindows​​ໃນ​ຕະຫຼາດ​​ເປັນ​ເລ​ລາ​ຍາວ​ນານນັ້ນກໍ່​ຊອກ​ໄດ້ໂອກາດ​​ການ​ຄ້າໃໝ່.ບໍລິສັດ​ວິ​ທະຍາ​ສາດ​ເຕັກນິກ​ຊອຟ​ແວ​ຈົ່ງ​ເຄີ່ຮົງ​ຊີ​ຈຳກັດແມ່ນ​ບໍລິສັດ​ຊອຟ​ແວ​ທີ່​ຄົ້ນ​ຄວ້າພັດ​ທະນາລະບົບLinux​ສະບັບພາສາ​ຈີນ,ຍ້ອນ​ວ່າເມື່ອ​ທຽບ​ກັບ​ລະບົບWindows​ແລ້ວລາຄາ​ຂອງLinux​ສະບັບ​ພາສາ​ຈີນມີ​ທ່າ​ແຮງ​ຢ່າງ​ເດັ່ນ​ຊັດ,ສະ​ນັ້ນ​,ໃນວຽກ​ງານ​ຄອມ​ພິວ​ເຕີ​ຂອງຂະ​ແໜງ​ການ​ອົງການ​ປົກຄອງ​ໃຊ້​ຊອຟ​ແວ​ແບບ​ແທ້​ທີ່​ລັດຖະບານ​ຈີນ​​ເຜີຍ​ແຜ່​ໃນ​ຫຼາຍ​ປີ​ມໍ່ໆ​ນີ້,ລະບົບLinux​ໄດ້​ຮັບຊ່ອງ​ຫວ່າງ​ພັດທະນາບໍ່​ໜ້ອຍ​.

ທ່ານ​ວາງ​ມິ​ງຮວາ ຜູ້ຈັດການ​ພະ​ແນ​ກພັດທະນາ​ຕະຫຼາດ​ຂອງ​ບໍລິສັດ​ຈົ່ງ​ເຄີ່ຮົງ​ຊີ​ເວົ້າ​ວ່າ,ຕະຫຼາດ90%ຂອງ​ລະບົບLinuxສະບັບພາສາ​ຈີນ​​ແມ່ນ​ການ​​ຈັດຊື້​ຂອງຂະ​ແໜງ​ການ​ອົງການ​ປົກຄອງ.​ພາຍຫຼັງ​ລັດຖະບານ​ຈີນປະກາດ​ໃຊ້ຂໍ້​ກຳນົດ​ທີ່​​ຮຽກຮ້ອງ​​ໃຫ້​ວິ​ສາ​ຫະກິດ​ຜະລິດຄອມ​ພິວ​ເຕີ​ຕິດ​ຕັ້ງ​ລະບົບ​ຄຸມ​ຈັກ​ແບບ​ແທ້​ແລ້ວ,ບໍລິສັດ​ຫຼັງ​ນີ້ຈະ​​ໄດ້​ຮັບ​ໂອກາດ​ການ​ຄ້າ​ຫຼາຍ​ກວ່າ​ເກົ່າ.ທ່ານ​ເວົ້າ​ວ່າ:

"ພວ​ກ​ເຮົາ​​ເຫັນ​ວ່າ,​ເອກະສານ​ທີ່​ຫຼາຍ​ກະຊວງ​​ຂອງ​ລັດ​ປະກາດ​ໃຊ້​ນັ້ນແມ່ນ​ສຳຄັນ​ທີ່​ສຸດ​ຕໍ່​ການຊຸກຍູ້​ການປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ.ປັດຈຸບັນ​ລັດ​​​ໄດ້​ເພີ່ມ​ທະວີ​ການ​ປົກ​ປ້ອງສິດ​ຊັບ​ສິນ​ທາງ​ປັນຍາ​​ຢ່າງ​ບໍ່​ຢຸດ​ຢັ້ງ,ປະຊາຊົນ​ກໍ​ມີທັດສະນະ​ຄະ​ຕິ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍານັບ​ມື້​ນັບ​ເພີ່ມ​ຂຶ້ນ,ວິ​ສາ​ຫະກິດ​ກໍ່ສະໜັບສະໜູນທີ່​ສຸດ.​ເວົ້າ​ສຳລັບ​ພວກ​ເຮົາ,​ແລ້ວກໍ່​ຈະ​ມີ​ໂອກາດ​ຫຼາຍ​ກວ່າ​ເກົ່າ​ໃນ​ຕະຫຼາດ."

ໃນ​ຂະນະ​ດຽວ​ກັນ​ນັ້ນ,ທ່ານ​ວາງ​ຈີ້​ຊຽງ ​ໂຄ​ສົກ​ກົມ​ລິຂະ​ສິດ​ແຫ່ງ​ຊາດ​ຈີນ​ກໍຮັບຮອງ​ວ່າ,​ເຖິງວ່າອົງການ​ປົກຄອງຂັ້ນ​ເມືອງ​ຂຶ້ນ​ໄປ​ຂອງ​ຈີນ​ໄດ້​ໃຊ້​ຊອຟ​ແວ​​ແບບ​ແທ້​ໂດຍ​ພື້ນ​ຖານ​ແລ້ວ,​ແຕ່ຖ້າ​ຢາກ​​ເຜີຍ​ແຜ່​ໃຊ້​ແບບ​​ແທ້​ໃນ​ວິ​ສາ​ຫະກິດ​ທັງ​ໝົດ,ກໍ່ມີຄວາມ​ຫຍຸ້ງ​ຍາກຫຼາຍສົມຄວນ.ທ່ານ​ເວົ້າ​ວ່າ:

"​ເມື່ອ​ເບິ່ງ​ຈາກສະພາບ​ກໍ່ສ້າງ​ລະບອບ​ກົດໝາຍ​ແລະ​ທັດສະນະ​ຄະຕິຄຸນສົມບັດ​ຂອງ​ຄົນ​ທັງຫຼາຍ​ໃນ​ປັດຈຸບັນ​ແລ້ວ​ເຫັນ​ວ່າ,ສາທາລະນະ​ຊົນ​ຍັງເຮັດ​ບໍ່​ໄດ້​ເທື່ອ.ປະ​ຈຸ​ບັນ​ແມ່ນ​ສົ່ງ​ເສີມ​ໃຫ້​ວິ​ສາ​ຫະກິດ​ໃຊ້​ຊອຟ​ແວ​​ແບບ​​ແທ້,ຈຸດ​ໜັກ​ຄວນ​ຢູ່​ໃນ​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່,​ແລ້ວຄ່ອຍໆ​ເຜີຍ​ແຜ່​ໄປ​ສູ່​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ.​ເມື່ອຜ່ານ​ຈາກ​​ໄລຍະ​ໃດ​ໜຶ່ງ​ແລ້ວ,​ເຮັດ​ໃຫ້​ວຽກ​ງານ​ໃຊ້​ຊອຟ​ແວແບບ​​ແທ້​ໃນ​ວິ​ສາ​ຫະກິດ​ກະ​ເຕື້ອງ​ດີ​ຂຶ້ນ​ໃນ​ດ້ານ​ກົກ​ຮາກ​."

ທ່ານ​ວາງ​ຈື້ຊຽງແນະນຳ​ວ່າ,ປີ​ນີ້,ຈຸດ​ໜັກ​ຂອງ​ວຽກ​ງານປົກ​ປ້ອງ​ລິ​ກຂະ​ສິດຂອງ​ຈີນ​ແມ່ນ​ເຜີຍ​ແຜ່​ໃຊ້​ຊອຟ​ແວ​ແບບ​​ແທ້​​ໃນ​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່.ວິ​ສາ​ຫະກິດ​ຂະໜາດ​ໃຫຍ່​​​ເຫຼົ່ານີ້​ບໍ່ພ​ຽງ​ແຕ່​ລວມທັງ​ລັດວິ​ສາ​ຫະກິດ​ຂະໜາດ​ໃຫຍ່​ທໍ່​ນັ້ນ,ຍັງລວມທັງ​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່ທີ່​ນັກທຸລະກິດ​ຕ່າງປະ​ເທດ​ລົງທຶນແລະ​​ເອກະ​ຊົນ​​.ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ວິ​ສາ​ຫະກິດຂະໜາດ​ໃຫຍ່300ກວ່າ​ແຫ່ງ​​ໃນ​ແດນຈີນ​​ໄດ້ຮ່ວມ​ກັນ​ລົງ​ນາມ​ໃນ​ຂໍ້​ລິ​ເລີ່​ມ​ໃຫ້ວິ​ສາ​ຫະກິດ​ໃຊ້​ຊອຟ​ແວ​ແບບ​ແທ້,ຮຽກຮ້ອ​ງວິ​ສາ​ຫະກິດ​​ແລະ​ໜ່ວຍ​ງານຍິ່ງ​ຫຼາຍ​ໃຊ້​ຊອຟ​ແວ​ແບບ​ແທ້,ຂວ້ຳ​ບາດ​ຊອຟ​ແວ​ລັກລອກ​ແບບ,​ໂຄລົບ​ແລະ​ປົກ​ປ້ອງສິດ​ຊັບ​ສິນ​ທາງ​ປັນຍາ.

ແຕ່​ວ່າ,​ເມື່ອທຽບ​ກັບ​ວິ​ສາ​ຫະກິດຂະໜາດໃຫຍ່​​ທີ່​ມີ​ກຳລັງ​ຕົວ​ຈິງ​ຊື້​ຊອຟ​ແວ​ແບບ​ແທ້​ແລ້ວ,ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ບາງ​ແຫ່ງ​ພ້ອມ​ດ້ວຍ​ຜູ້​ໃຊ້​ສ່ວນ​ບຸກຄົນ​ຍັງບໍ່​ກ້າ​ຊື້​ຊອຟ​ແວ​ແບບ​​ແທ້​ຍ້ອນ​ລາ​ຄາ​ແພງ,​​ຄາດ​ຄະ​ເນ​​ໄດ້ວ່າ,​ເຖິງ​ວ່າ​ລັດຖະບານ​ຈີນ​ໄດ້​ປະກາດ​ຄຳ​ສັ່ງ​​ເຂັ້ມ​ງວດ​ທີ່​​ຕ້ອງ​ຕິດ​ຕັ້ງ​ລະບົບ​ຄຸມ​ຈັກ​​ແບບ​​ແທ້​ໃນ​ເວລາ​ຜະລິດ​ຄອມ​ພິວ​ເຕີ​,​ແຕ່​ວ່າ​ຖ້າ​ຢາກ​ໃຊ້​ຊອຟ​ແວ​ແບບ​ແທ້ຢ່າງຮອບດ້ານແທ້​ຈິງ,ຍັງ​ແມ່ນ​ໜ້າ​ທີ່​ໜັກ​ໜາ​ບົນເສັ້ນທາງ​ຍາວ​ໄກ.ທ່ານວາງ​ຈື້ຊຽງ ​ໂຄສົກ​ກົມ​ລິຂະ​ສິດ​ແຫ່ງ​ຊາດ​ຈີນ​ເຫັນ​ວ່າ,ນີ້​ຕ້ອງການ​ຄວາມ​ພະຍາຍາມ​ສາມ​ດ້ານ,ຄື:ລັດຖະບານ​ປະຕິ​ບັດ​ກົດໝາຍຢ່າງ​ແຂງ​ແຮງ​ກວ່າ​ເກົ່າ,ວິ​ສາ​ຫະກິດ​ຊອຟ​ແວ​ຕັ້ງ​ໜ້າ​ຮັກສາ​ສິດ​ຂອງ​ຕົນ​ແລະທົ່ວ​ສັງຄົມ​ຍົກທັດສະນະ​ຄະຕິ​ກ່ຽວ​ກັບລິກຂະ​ສິດ​ໃຫ້​ສູງຂຶ້ນ.

ບໍລິ​ສັດຈີນ​ຊ່ານ​ແມ່ນ​ວິ​ສາ​ຫະກິ​ດຊອຟ​ແວ​ທີ່​ມີ​ຊື່ສ​ຽງຂອງ​ຈີນ,ຊອຟ​ແວ​ເຮັດ​ການ,​ຊອຟ​ແວແປ​ພາສາ​ແລະ​ຊອຟ​ແວ​ດັບ​ໄວ​ລັສທີ່​ບໍລິສັດ​ດັ່ງກ່າວ​ຄົ້ນຄວ້າຜະລິດ​ນັ້ນໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຫຼາຍສົມຄວນ.​ໃນ​ເວລາໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ພວກ​ເຮົາ,ທ່ານ​ເກີ​ເຄີ່ ຮອງ​ຜູ້ອຳນວຍ​ການ​​ໃຫຍ່ຂອງ​ບໍລິສັດດັ່ງກ່າວເວົ້າ​ວ່າ,ທ່ານ​ມີ​ທ່າ​ທີ​​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ການ​ປົກ​​ແປງສະພາບ​ແວດ​ລ້ອມ​ໃຊ້​ຊອຟ​ແວ​ຂອງ​ຈີນ​ໃຫ້​ດີ​ຂຶ້ນ​ໃນ​ອະນາຄົດ.ທ່າ​ນ​ເວົ້າ​ວ່າ:

"ຂ້າພະ​ເຈົ້າ​​ເຫັນ​ໄປ​ໃນ​ແງ່​ດີທີ່​ສຸດ,ຈີນ​ຊ່ານ​ຜະລິດ​ຊອຟ​ແວ​ມາ10ກວ່າ​ປີ​ແລ້ວ,ກໍ່​ໄດ້​ເຫັນ​ສະພາບ​ແວດ​ລ້ອມຂອງອຸດສາຫະກຳຊອຟ​ແວ​ຂອງ​ຈີນດີ​ຂຶ້ນ​​ເທື່ອ​ລະ​ກ້າວ.​ໂດຍ​ສະ​ເພາະ​ແມ່ນລັດຖະບານ​ຈີນ​​ໄດ້​ນຳ​ໜ້າຊື້​ຊອຟ​ແວ​ແບບ​ແທ້​ໃນ​ປີ2004,​​​ເປັນ​ການ​ເລີ່ມຕົ້ນ​ຂອງ​ວຽກ​ງານ​ປົກ​ປ້ອງສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຈີນ,ຂ້າພະ​ເຈົ້າ​ກໍ​ໄດ້ຍັງ​​ເຫັນ​ວ່າ​,ຜ່ານ​ຈາກ​ປີ2004,2005,ລວງ​ທັງ​ໄຕ​ມາດ​ທີ່​ໜຶ່ງ​ຂອງ​ປີ2006,ລັດຖະບານ​ຈີນ​ໄດ້​ໃຊ້​ຊອຟ​ແວ​ແບບ​ແທ້​ໃນ​ຂັ້ນ​ພື້ນຖານ​ແລ້ວ.ຂ້າພະ​ເຂົ້າ​ເຊື່ອ​ວ່າ,ການ​ປະກາດ​ໃຊ້​ນະ​ໂຍບາຍ​ໃໝ່​ລາຍນີ້ກໍ​ເປັນ​ການເລີ່ມຕົ້ນທີ່​ວິ​ສາ​ຫະກິດ​​ໃຊ້​ຊອຟ​ແວ​ແບບ​​ແທ້.ຄວນ​ເວົ້າ​ວ່າ,ການ​ປົກ​ປ້ອງສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຈີນ​ຈະ​ນັບ​ມື້​ນັບ​ດີ​ຂຶ້ນ."