ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-21 18:28:45    
ຈິນ​ໄດ້​ກອບ​ກູ້​ຊາວ​ປະ​ມົງ​ຫວຽດ​ນາມ​ທີ່​ປະ​ສົບ​ຄວາມ​ອັນ​ຕະ​ລາຍ​330​ຄົນ​ຢ່າງ​ສຳ​ເລັດ​ຜົນ

cri
ຕາມ​ຂ່າວສານ​ຊີນຮວາ,​ວັນ​ທີ21ພຶດ​ສະພາ,​ນັກ​ຂ່າວ​ໄດ້​ຊາບ​ຈາກ​ສູນ​ຊອກ​ຄົ້ນ​ແລະ​ກອບ​ກູ້​ເທິງ​ທະ​ເລ​ຂອງ​ຈີນ​ວ່າ,​ຈີນ​ໄດ້ກອບ​ກູ້​ຊາວ​ປະມົງ​330 ຄົນ​ໃນ​ເຮືອ​ຫາ​ປາ​ຂອງ​ຫວຽດ​ນາມ​15​ລຳ​ຢ່າງ​ສຳ​ເລັດ​ຜົນຢູ່​ເຂດ​ທະ​ເລ​ຕົ່ງ​ຊ່າ​ຂອງ​ຈີນ,​ປັດ ຈຸ​ບັນ,​ການ​ກອບ​ກູ້​ຍັງພວມ​ດຳ​ເນີນ​ຢູ່.

ວັນ​ທີ19​ພຶດສະ​ພາ,​ສູນຊອກ​ຄົ້ນ​ແລະ​ກອບ​ກູ້​ເທິງ​ທະ​ເລ​ຂອງ​ຈີນ​ໄດ້​ຮັບ​ໂທລະ​ເລກ​ຈາກ​ສະ​ຖານ​ທູດ​ຈີນ​ປະຈຳ​ຫວຽດ​ນາມ​ໂດຍ​ຂຽນວ່າ,​ຊາວ​ປະມົງ​ຫຼາຍ​ຮ້ອຍ​ຄົນ​ໃນ​ເຮືອ​ຫາ​ປາ​22ລຳ​ຂອງ​ຫວຽດນາມ​ໄດ້​ປະສົມ​ລົມ​ແຮງ​ຢູ່​ເຂດ​ທະ​ເລ​ມໍ່​ເກາະ​ຕົ່ງ​ຊ່າ,​ແລະ​ຕິດ​ຕໍ່​ກັບ​ຫວຽດ​ນາມບໍ່​ໄດ້,ຮ້ອງ​ຂໍ​ໃຫ້​ລັດ​ຖະບານ​ຈີນ​ໄປ​ກອບ​ກູ້.

ຜູ້​ຢູ່​ເວນ​ຂອງ​ສູນ​ກອບ​ກູ້​ເທິງ​ທະ​ເລ​ຂອງ​ຈີນ​ແນະ​ນຳ​ວ່າ,​ນັບ​ມາຮອດ​11​ໂມງ​ວັນ​ທີ21​ພຶດ​ສະພາ,​ກ່ຳ​ປັ່ນ​ກອບ​ກູ້​ຂອງ​ຈີນຊອກ​ໄດ້​ເຮືອ​ຫາ​ປາ​ຫວຽດ​ນາມ 21ລຳ​ຢູ່​ມໍ່ບ່ອນ​ກອບ​ກູ້,​ແລະ​ໄດ້​ກອບ​ກູ້​ເຮືອ​ຫາ​ປາ​ແລະ​ຊາວ​ປະມົງ​ທີ່​ຕ້ອງ​ການ​ນ້ຳມັນ​ເຊື້ອ​ໄຟ ນ້ຳ​ຈືດ​ແລະ​ອາຫານ.