|
 |
(GMT+08:00)
2006-05-21 18:30:59
|
 |
ລັດຖະມົນຕີກະຊວງປ້ອງກັນປະເທດອິສຣາແອນອະນຸມັດໃຫ້ຂະຫຍາຍສ້າງຈຸດຕັ້ງຖິ່ນຖານຊາວຢິວ
cri
ຕາມຂ່າວCRI,ວັນທີ21ພຶດສະພາ,ສື່ມວນຊົນອິສຣາແອນແຈ້ງຂ່າວວ່າ,ທ່ານອາເມີເບເລັສ ລັດຖະມົນຕີກະຊວງປ້ອງກັນປະເທດອິສຣາແອນໄດ້ອະນຸມັດໃຫ້ເສີມສ້າງຈຸດຕັ້ງຖິ່ນຖານຊາວຢິວສີ່ບ່ອນຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ.
ຕາມຂ່າວແຈ້ງວ່າ,ຈຸດຕັ້ງຖິ່ນຖານທີ່ຂະຫຍາຍສ້າງເທື່ອນີ້ສ່ວນຫຼາຍຢູ່ມໍ່ເສັ້ນຢຸດຍິງຂອງສົງຄາມຕາເວັນອອກກາງເມື່ອປີ1967.
ປາເລັສຕິນແລະອົງການປີກຊ້າຍຈຳນວນໜຶ່ງຂອງອິສຣາແອນຕິຕຽນວ່າການກະທຳດັ່ງກ່າວຂອງລັດຖະບານອິສຣາແອນແມ່ນເພື່ອຍຶດຄອງດິນແດນປາເລັສຕິນຫຼາຍກວ່າເກົ່າດ້ວຍຮູບການຂະຫຍາຍສ້າງຈຸດຕັ້ງຖິ່ນຖານກ່ອນຂີດແບ່ງຊາຍແດນໃນທີ່ສຸດ.
ອີງຕາມແຜນການຖອນອອກແຕ່ຝ່າຍດຽວຂອງທ່ານໂອນເມີດ ນາຍົກລັດຖະມົນຕີອິສຣາແອນ,ພາຍໃນ4ປີຂ້າງໜ້າ,ອິສຣາແອນຈະໃຫ້ຜູ່ຕັ້ງຖິ່ນຖານໃນຈຸດຕັ້ງຖິ່ນໂດດດ່ຽວສ່ວນຫຼາຍຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນຖອນຄືນສູ່ຈຸດຕັ້ງຖິ່ນຖານຊາວຢິວຂະໜາດໃຫຍ່ຫຼາຍບ່ອນທີ່ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ.ຈຸດຕັ້ງຖິ່ນຖານເຫຼົ່ານີ້ແລະເຢລູຊາເລມອັນຄົບຖ້ວນລ້ວນແຕ່ຈະກາຍເປັນດິນແດນສ່ວນໜື່ງຂອງອິສຣາແອນ.
|
|
|