ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-22 16:28:35    
ເຄື່ອງ​ໝາຍ​ທາງ​ເດີນ​ເຮືອ​ດີ​ຈີ​ຕອນ​ຊີ້​ນຳ​ເຮືອ​ຈີນ​ໜີ​ຫວິດ​ລົມ​ໃຕ້​ຝຸ່ນ "​ເຈິ່ນຈູ່"

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ​ໃນ​ໄລຍະ​ລົມ​ໃຕ້​ຝຸ່ນ "​ເຈິ່ນຈູ່" ​ລົມ​ໃຕ້​ຝຸ່ນ​ເລກໜຶ່ງປີ​ນີ້ພັດ​ພື້ຢູ່​ເຂດ​ທະ​ເລ​ຈີນ, ​ເຄື່ອງໝາຍ​ທາງ​ເດີນ​ເຮືອ​ດີ​ຈີ​ຕອນ​ໄດ້​ຊີ້​ນຳ​ເຮືອ​ຈີນ​ໜີ​ຫວິດລົມ​ໃຕ້​ຝຸ່ນ, ບໍ່​ມີ​ເຮືອ​ລຳ​ໃດ​ປະສົບ​ສະພາບ​ອັນຕະລາຍ.

​ເຄື່ອງໝາຍ​ທາງ​ເດີນ​ເຮືອ​ຖື​ລະບົບ​ຈຳ​ແນ​ກ​ໂດຍອັດຕະ​ໂນ​ມັດ​ຂອງເຮືອ​ເປັນ​ຕົວ​​​ແທນ, ສາມາດ​ເຮັດ​ໃຫ້​ເຮືອ​ຊົມ​ໃຊ້​ເຄືອ​ຂ່າຍຂໍ້​ມູນ​ຂ່າວສານ​ກັບ​ເຮືອລຳ​ອື່ນຢູ່​ໃກ້​ກັນ​ແລະ​ສະຖານີ​ຢູ່​ເທິງ​ຝັ່ງ​. ​ໃນ​ດ້ານ​ກໍ່ສ້າ​ງ​ແລະ​ນຳ​ໃຊ້ເຄື່ອງໝາຍ​ທາງ​ເດີນ​ເຮືອ, ​ໂດຍ​ສະ​ເພາະ​ແມ່ນ​ລະບົບ​ຈຳ​ແນ​ກ​ໂດຍອັດຕະ​ໂນ​ມັດ​ຂອງ​ເຮືອ, ຈີນ​​ຢູ່​ໃນ​ແນວ​ໜ້າ​ຂອງໂລກ​, ​ເຄືອ​ຂ່າຍໄດ້​ກວມ​ທ່າ​ກຳ​ປັ່ນສຳຄັນ​ແລະ​​ເຂດ​ທະ​ເລ​ທັງ​ໝົດ​ຂອງ​ຈີນ.

ວັນ​ທີ 22 ພຶດສະພາ, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ລິວ​ກົ່ງ​ເຊິ​ງ ຮອງ​ຫົວໜ້າ​ປະຈຳການຂອງ​ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ​ເວົ້າ​ວ່າ, ​ໃນ​ຂະ​ບວນການ​ປ້ອງ​ກັນ​ແລະ​ສູ້​ຢັນ​ກັບລົມ​ໃຕ້​ຝຸ່ນ "​ເຈິ່ນຈູ່", ກົມ​ທະ​ເລ​​ແຫ່ງ​ຊາດຈີນ​ໄດ້​ໃຊ້​ລະບົບ​ຈຳ​ແນ​ກ​ໂດຍອັດຕະ​ໂນ​ມັດ​ຂອງ​ເຮືອ​ປະກາດ​ຂໍ້​ມູນ​ຂ່າວສານ​ຢ່າງ​ຂະໜາດ​ໃຫຍ່​ແລະ​ໃນ​ເນື້ອ​ທີ່​ກວ້າງ, ອັນ​ໄດ້​ເຮັດ​ໃຫ້​ເຮືອ​ຈີນທຸກ​ລຳ​ທີ່​ຢູ່​ບົນ​ເສັ້ນທາງລົມ​​ໃຕ້ຝຸ່ນ​ໄດ້​ໜີ​ຫວິດຈາກການ​ໂຈມ​ຕີ​ໂດຍ​ກົງ​ຂອງ​ລົມ​ໃຕ້​ຝຸ່ນ​ຢ່າງ​ສຳ​ເລັດ​ຜົນ.