ຢູ່ເທິງມະຫາສະໝຸດທີ່ກວງໄກມີດອນນ້ອຍແຫ່ງໜຶ່ງ, ເທິງດອນນ້ອຍແຫ່ງນີ້ມີອາລົມຈິດຕ່າງໆອາໄສຢູ່, ເຊັ່ນ ຄວາມດີໃຈ ຄວາມໂສກເສົ້າ ຄວາມຮັກແລະອື່ນໆ
ມີມື້ໜຶ່ງ ເຂົາເຈົ້າໄດ້ຂ່າວວ່າ,ດອນນ້ອຍແຫ່ງນີ້ໃກ້ຈະຈົມແລ້ວ. ສະນັ້ນ ຜູ້ໃດກໍຫ້າງເຮືອໄວ້ເພື່ອໜີຈາກດອນນີ້ໄປ. ມີແຕ່ຄວາມຮັກຍັງຫວັງວ່າດອນນ້ອຍອາດຈະບໍ່ຈົມ,ຈຶ່ງຢາກລໍຖ້າຈົນຮອດນາທີສຸດທ້າຍ.
ຜ່າໄປບໍ່ດົນ ດອນນ້ອຍຈະຈົມແທ້ແລ້ວ, ຄວາມຮັກບໍ່ມີເຮືອ, ຈຳເປັນຕ້ອງຫາຄົນຊ່ອຍ.
ໃນຂະນະນີ້ ຄວາມຮັ່ງຂີ່ເຮືອໃຫຍ່ລຳໜຶ່ງຜ້ານມາ.
ຄວາມຮັກຖາມວ່າ: ຄວາມຮັ່ງເອີ້ຍ, ເຈົ້າພາຂ້ອຍໄປນຳໄດ້ບໍ່?
ຄວາມຮັ່ງຕອບວ່າ: ບໍ່, ໃນເຮືອຂ້ອຍມີເງິນມີຄຳມີເພັດນີນຈິນດາຫຼາຍໂພດ ບໍ່ມີບ່ອນຫວ່າງໃຫ້ເຈົ້ານັ່ນດອກ.
ຄວາມຫຼູຫຼາຂີ່ເຮືອອັນສວຍງາມລຳໜຶ່ງຜ່ານມາ, ຄວາມຮັກກໍ່ຖາມວ່າ: ອ້າຍຫຼູຫຼາ ອ້າຍຊ່ວຍນ້ອງແດ່ໄດ້ບໍ່?
ຄວາມຫຼູຫຼາຕອບວ່າ: ຂ້ອຍຊ່ວຍເຈົ້າບໍ່ໄດ້, ເຈົ້າປຽກອ້ອບຍ້ອບໝົດຄີງ ຈະເຮັດໃຫ້ເຮືອງາມຂ້ອຍເປີເປື້ອນ
ບຶດໜຶ່ງ ຄວາມໂສກເສົ້າຜ່ານມາ, ຄວາມຮັກກໍ່ຂໍຄວາມຊ່ວຍເຫຼືອນຳເຂົາວ່າ: ອ້າຍໂສກເສົ້າ ນ້ອງບໍໄປນຳແດ່ໄດ້ບໍ່?
ຄວາມໂສກເສົ້າຕອບວ່າ: ໂອ້ຍ ຄວາມຮັກເອີ້ຍ, ຕອນນີ້ຂ້ອຍໂສກເສົ້າຫຼາຍ ຂ້ອຍຢາກຢູ່ມິດໆຜູ້ດຽວຄາວໜຶ່ງ
ບຶດໜຶ່ງ ຄວາມມ່ວນຊື່ນຂີ່ເຮືອຜ່ານມາ, ແຕ່ວ່າເຂົາມ່ວນຊື່ນດີໃຈຫຼາຍ ຈົນບໍ່ໄດ້ຍີິນສຽງຮ້ອງຂອງຄວາມຮັກ.
ໃນທັນໃດນັ້ນ ມີສຽງໜຶ່ງຮ້ອງຂຶ້ນວ່າ, ມາພີ້ ຄວາມຮັກ, ອ້າຍຈະພານ້ອງໄປ.
ເພິ່ນແມ່ນຜູ້ອາວຸໂສຜູ້ໜຶ່ງ, ຄວາມຮັກດີໃຈຫຼາຍທີ່ມີຄົນຊ່ອຍຈົນລຶມຖາມຊື່ຂອງຜູ້ອາວຸໂສ
ຄວາມຮູ້ສຶກຂອບບຸນຂອບຄຸນຫຼາຍຕໍ່ຜູ້ອາວຸໂສຜູ້ນີ້, ສະນັ້ນ, ຈຶ່ງໄປຖາມຄວາມຮູ້ຊຶ່ງແມ່ນຜູ້ອາວຸໂສອີກຜູ້ໜຶ່ງວ່າ, ຜູ້ທີ່ຊ່ອຍຕົນນັ້ນແມ່ນໃຜ, ຄວາມຮູ້ບອກວ່າຜູ້ອາວຸໂສຜູ້ນັ້ນຊື່ວ່າເວລາ.
"ເວລາຫວະ?" ຄວາມຮັກຖາມວ່າ"ເປັນຫຍັງເພິ່ນຄ່ອຍຊ່ອຍເຫຼືອນ້ອງ?"
ຄວາມຮູ້ຕອບວ່າ: ເພາະວ່າ ມີແຕ່ເວລາຈຶ່ງເຂົ້າໃຈຄວາມຍິ່ງໃຫຍ່ຂອງຄວາມຮັກ
ກໍ່ຄືດັ່ງທີ່ກ່າວໃນນິທານເລື່ອງນີ້ ສິ່ງທີ່ສາມາດຮັບເອົາຄວາມຮັກໄດ້ນັ້ນ, ບໍ່ແມ່ນ"ຄວາມຮັ່ງມີ" ຫຼື "ຄວາມງາມຫຼູຫຼາ"ທີ່ສາມາດຕົກແຕ່ງປະດັບປະດາໃຫ້ຄວາມຮັກງາມຈົນເຫຼື້ອມຕາ ບໍ່ແມ່ນ"ຄວາມໂສກເສົ້າ"ທີ່ເຮັດໃຫ້ຄວາມຮັກປະກົດວ່າໂລມັງຕິກ, ແລະກໍ່ບໍ່ແມ່ນ"ຄວາມມ່ວນຊື່ນ"ທີ່ສາມາດເສີມບັນຍາກາດໃຫ້ຄວາມຮັກມ່ວນຊື່ນຊົ່ວຄາວ, ສິ່ງທີ່ສາມາດຮັບເອົາແລະກວດສອບຄວາມຮັກແທ້ຈິງນັ້ນ, ມີແຕ່ເວລາ
ແມ່ນແທ້, ຄວາມຮັ່ງມີແລະຄວາມຫຼູຫຼາມີໜ້າມີຕາສາມາດສ້າງຄວາມຮຸ່ງເຮືອງດ້ານນອກ, ມັນອາດຈະເຮັດໃຫ້ຜູ້ອື່ນອອນຊອນນຳ. ແຕ່ເມື່ອດົນແລ້ວຄວາມຫຼູຫຼາດ້ານນອກອາດຈະເຮັດໃຫ້ຕົນເອງຮູ້ສຶກມີແຕ່ຄວາມເປົ່າປ່ຽວທີ່ບໍ່ຮູ້ສາເຫດ, ຈິດອາລົມຂອງຄົນກໍ່ຄືກັບໃສ່ເກີບ, ເບິ່ງຮູບນອກບໍ່ວ່າຜູ້ອື່ນຈະຮູ້ສຶກເກີບເຈົ້າງາມສ່ຳໃດ, ລາຄາແພງປານໃດ, ເກີບຄູ່ນີ້ໃສ່ສະບາຍຫຼືບໍ່, ມີແຕ່ຕົນເອງຈຶ່ງຮູ້.
ແຕ່ອັນນີ້ກໍບໍ່ໝາຍຄວາມວ່າມີແຕ່ຄວາມຮັກທີ່ຮັກສາໄດ້ຍາວນານຈຶ່ງແມ່ນຄວາມຮັກທີ່ຍິ່ງໃຫຍ່, ທະແນມແຕ່ແມ່ນຄວາມຮັກອັນຈິງໃຈ, ເວລາຈະສັ້ນມັນກໍ່ຍືນຍົງຄືກັນ, ຄວາມຮັກແນ່ວແນ່ແທ້ຈິງນັ້ນ ເມື່ອໄດ້ຜ່ານຄວາມງືກຄວາມຜິດ, ຄວາມຮັກຄວາມຊັງ, ຄວາມມ່ວນຄວາມໂສກຫຼາຍຟ້າປີແລ້ວ, ຮັກນັ້ນກໍຍິ່ງປະກົດວ່າໃໝ່ອ່ຽມ. ໃນຊີວິດຫຼາຍສິບປີຂອງຄົນເຮົາ, ຄົນແລະຄວາມຮັກທີ່ບໍ່ປ່ຽນແປງນັ້ນມີຢູ່ບໍ່ຫຼາຍ, ຄວາມຮັກຂອງພໍ່ແມ່ແມ່ນຮັກແຕ່ເຮົາເກີດຮອດເພິ່ນລ່ວງລັບໄປ, ບໍ່ເຄີຍຢຸດເຊົາຈັກເທື່ອ, ຄວາມຮັກຄັ້ງແລກທີ່ມີລົດດິບໆຝາດໆໃນໄວໜຸ່ມ, ອາດຈະຮັກສາໄວ້ໄດ້ພຽງປີໜຶ່ງ, ຜູ້ທີ່ຍື່ນມີໃຫ້ຄວາມຊ່ວຍເຫຼືອແກ່ພວກເຮົາໃນເວລາພວກເຮົາປະສົບຄວາມຫຍຸງຍາກນັ້ນ ພວກເຣົາອາດຈະເຄີຍເຫັນໜ້າແຕ່ເທື່ອດຽວ, ບາງທີ ຜູ້ທີ່ໃຫ້ຄວາມຮັກອັນອົບອຸ່ນແກ່ພວກເຮົານັ້ນ, ພວກເຮົາອາດຈະບໍ່ເຄີຍເຫັນໜ້າຈັກເທື່ອ, ແຕ່ຄົນເຫຼົ່ານີ້ແລະຄວາມຮັກຂອງພວກເພິ່ນຈະຈາລຶກໃນຄວາມຊົງຈຳຂອງພວກເຮົາຈົນເຖິງຍາມທີ່ພວກເຮົາເຖົ້າແກ່ຊະລາ, ເພາະວ່າ, ຄວາມຣັກແທ້ຈິງນັ້ນແມ່ນສາມາດທົນຕໍ່ການທົດສອບໄດ້
|