ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-23 10:29:06    
ວິທີ​ໃຊ້ນ້ຳຢາລ້າງມືທີ່​ຄວນເອົາ​ໃຈ​ໃສ່

cri


ໃນ​ຊີວິດ​ປະຈຳ​ວັນ, ຄົນ​ທັງຫຼາຍ​ໄດ້​ເອົາ​ໃຈ​ໃສ່​ວ່າ, ລ້າງ​ມື​ບໍ່​ແມ່ນ​ເລື່ອງ​ທຳ​ມະ​ດາ, ມັນ​ກ່ຽວພັນ​ເຖິງ​ສຸຂະພາບ​ຂອງ​ຄົນ​ເຮົາ, ​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ຕໍ່​ການ​ປ້ອງ​ກັນ​ພະຍາດ. ສະ​ນັ້ນ, ຕ້ອງ​ຖື​ການ​ລ້າງ​ມື​ເປັນວິທີ​ທຳ​ຄວາມ​ສະອາດທີ່​ດີ​ແລະ​ຍຶດໝັ້ນ​ລ້າງ​ມື​ເລື້ອຍໆ, ດຽວ​ນີ້, ຄົນ​ສ່ວນ​ຫຼາຍ​ມັກ​ໃຊ້​ນ້ຳ​ຢາ​ລ້າງ​ມື, ສະ​ນັ້ນ, ຄຸນ​ນະພາ​ບຂອງ​​ນ້ຳ​ຢາ​ລ້າງ​ມື​ດີ​ຫຼື​ບໍ່​ຈິ່ງ​ກ່ຽວ​ພັນ​ເຖິງ​ສຸຂະພາບ​ ​ຂອງ​ພວກ​ເຮົາ​ໂດຍ​ກົງ. ຜູ້​ຊ່ຽວຊານ​ທີ່​ກ່ຽວຂ້ອງ​ເຕືອນ​ວ່າ: ຄຸນ​ນະພາ​ບຂອງ​ນ້ຳ​ຢາລ້າງ​ມືທີ່​ຈຳໜ່າຍ​ໃນ​ຕະຫຼາດ​​ປະຈຸ​ບັນ​ນີ້​ຕ່າງ​ກັນຫຼາຍ, ​ໃນ​ເວລາ​ເລືອກ​ຊື້​​ນ້ຳ​ຢາ​ລ້າງ​ມືນັ້ນ, ຕ້ອງ​ເບິ່ງ​​ວ່າ​ມັນ​ມີ​ເຄື່ອງໝາຍ​ດັບ​ເຊື້ອ​​ຫຼື​ບໍ່.

​ນ້ຳຢາ​ລ້າງ​ມື​ສອງ​ປະ​ເພດ: ປະ​ເພດ​ໜຶ່ງ​ແມ່ນ​​ນ້ຳ​ຢາ​ລ້າງ​ມືທຳ​ມະ​ດາ, ອີກ​ປະ​ເພດ​ໜຶ່ງ​ແມ່ນ​ດັບ​ເຊື້ອ​ໄດ້​ພ້ອມ. ປະ​ເພດ​ກ່ອນລ້າງ​ໃຫ້​ສະອາດ, ປະ​ເພດ​ລຸນ​ຈິ່ງ​ມີ​ທາດ​ຕ້ານ​ເຊື້ອ, ລະງັບ​ເຊື້ອ​ແລະ​ດັບ​ເຊື້ອ. ນ້ຳ​ຢາ​ລ້າງ​ມືສອງ​ປະ​ເພ​ດນີ້​ເຄື່ອງບັນຈຸ​ກໍແຕກ​ຕ່າງ​ກັນ​. ທຳ​ມະ​ດາ​ແລ້ວ​ນ້ຳ​ຢາ​ລ້າງ​ມືບໍ່​ມີ​ທາດຟົສພໍ, ອາ​ລຸຍ​ນິອົມ​ແລະ​ທາດດັ່ງ​, ​ໃຊ້​ຫຼັກ​ມູນ​ທີ່ລ້າງ​ສິ່ງ​ເປື້ອນອອກ​ແບບ​ອ່ອນໆ, ຜິ​ວໜັງ​ຮັບ​ເອົາ​ໄດ້​ງ່າຍ.

ດຽວ​ນີ້, ​ໃນ​ຫ້ອງ​ນ້ຳຂອງ​ສະຖານ​ທີ່ສາທາລະນະຕ່າງໆ​ເຊັ່ນ​ຮ້ານ​ອາຫານ, ຮ້ານ​ຄ້າ​ແລະ​ຫ້ອງສ້ວມ​ມີ​ນ້ຳ​ຢາ​ລ້າງ​ມື​ໄວ້​ໃຫ້ໃຊ້​ລ້າ, ນ້ຳລ້າງ​ມື​ທີ່​ໃຊ້​ຟຼີ​ເຫຼົ່າ​ນີ້​ພັດ​ພາ​ໃຫ້​ຄົນ​ເກີດ​ຄວາມ​ສົງ​ໄສ​ວ່າ: ນ້ຳ​ຢາ​ລ້າງ​ມື​ເຫຼົ່າ​ນີ້​ຈະ​ກັດ​ຜິວໜັງບໍ່? ທີ່​ຈິງ​ແລ້ວ, ​ເຖິງ​ວ່າ​ນ້ຳ​ຢາ​ລ້າງ​ມືຂວດ​ນ້ອຍ​ທີ່​ພວກ​ເຮົາ​ຊື້​ມາ​ໃຊ້​​ເອງ​ນັ້ນ​, ບາງ​ເທື່ອ​ກໍ​​ອາດ​ຈະມີ​ບັນຫາຄຸນ​ນະພາ​ບ​ເຊັ່ນ​ເຊື້ອ​ພະຍາດ​ເກີນ​ມາດຖານ​ແລະຝອດບໍ່​ຫຼາຍ​ເປັນ​ຕົ້ນ. ປະຈຸ​ບັນ, ຫຼາຍ​ປະ​ເທດ​ຍັງ​ບໍ່​​ໄດ້​ປະ​ກາດ​ມາດຖານ​ຜະລິດ​ຕະພັນ​ນ້ຳ​ຢາ​ລ້າງ​ມື​ຂອງ​ລັດ​ເທື່ອ. ຄຸນ​ນະພາ​ບຂອງ​ນ້ຳລ້າງ​ມື​ກໍ​ແລ້ວ​ແຕ່​ໂຮງງານ​ທີ່​ຜະລິດ​ຈະ​ເຄັ່ງ​ຄັດ​ຫຼບໍ່. ສະ​ນັ້ນ, ​ໃນ​ເວລາ​ເລືອກ​ຊື້​ຢາ​ລ້າງ​ມື​ນັ້ນ:

1, ຕ້ອງ​ໄປ​ຊື້​ຢູ່​ຮ້ານ​ຄ້າ​ແບບ​ແຜນ, ​ເພາະ​ຮ້ານ​ຄ້າ​ແບບ​ແຜນ​ສ່ວນ​ຫຼາຍ​ຈະ​ຊື້​ເຄື່ອງ​ທີ່​ຄຸນ​ນະພາ​ບຮັບປະກັນ​ມາ​ຂາຍ,, ມີ​ລະບອບຮັບປະກັນ​ຄຸນ​ນະພາ​ບ​ສິນຄ້າ​ອ່າວ​ເຂັ້ມງວດ.

2, ສັງ​ເກດ​ເບິ່ງ​ວ່າການ​ຫຸ້ມ​ຫໍ່​ດີ​ບໍ່, ຕົວ​ໜັງສື​ຕາມ​ເຄື່ອງ​ບັນຈຸ​ຊັດ​ແຈ້ງ​ບໍ່, ບ່ອນ​ກົດ​ດີ​ບໍ່, ຄັນ​ບໍ່​ດີ, ນ້ຳ​ຢາ​ກົດ​ອອກ​ບໍ່​ໄດ້​ຫຼື​ຮົ່ວ, ກໍ​ຊື້​ຖິ້ມ​ລ້າໆ.

3, ສັງ​ເກດ​​ເບິ່ງວ່າກາ​ໝາຍ​ຄົບ​ຖ້ວນ​ບໍ່, ມີ​ຊື່​​ໂຮງງານ​ແລະທີ່​ຕັ້ງ​ໂຮງງານ​ບໍ່, ​ໂດຍ​ສະ​ເພາະ​ແມ່ນ​ຕ້ອງກວດ​ເບິ່ງວ່າ​ມີ​ເລກ​ໝາຍ​ມາດຖານ​ຫຼື​ບໍ່. ​ເຖິງ​ວ່າ​ດຽວ​ນີ້​ນ້ຳ​ຢາງ​ລ້າງ​ມືຍັງ​ບໍ່​​ມີ​ມາດຖານ​​ທີ່​ເປັນ​ເອກະ​ພາບ​ຂອງ​ລັດ​ເທື່ອ, ​ແຕ່​ກໍບໍ່​ອະນຸຍາດ​ໃຫ້​ຜະລິດ​​ແບບ​ບໍ່​ມີ​ກາ​ໝາຍ, ສະ​ນັ້ນ​ວິ​ສາ​ຫະກິດ​ຕ່າງໆ​ຕ້ອງ​ວາງ​ມາດຖານ​ຂອງ​ວິ​ສາ​ຫະກິດ​ເອງ, ​ແລະ​ໝາຍເລກ​ມາດຖານຂອງ​ໂຮງງານ​ໃສ່ເພື່ອ​ຮັບປະກັນ​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ.

4, ຕ້ອງ​ດົມ​ເບິ່ງ​ວ່າ​ນ້ຳ​ລ້າງ​ມື​ທີ່​ຊື້​ນັ້ນມີ​ກິ່ນ​ເໝັນ​ຫຼື​ກິ່ນຂິວ​ຫຼື​ບໍ່. ຖ້າ​ມີ​ອາດ​ຈະ​ແມ່ນ​ຍ້ອນ​ຜະລິດ​ຕະພັນກາຍ​​​ກຳນົດ​ໃຊ້​ຫຼື​ໃຊ້​ວັດຖຸ​ດິບ​ທີ່​ເກືອດ​ຫ້າມ​ແລ້ວ, ດີ​ທີ່​ສຸດ​ບໍ່​​ຊື້​ແລະ​ບໍ່ໃຊ້. ຍັງ​ຕ້ອງ​ສັງ​ເກດ​​ເບິ່ງວ່າ​ນ້ຳ​ຢາງ​ລ້າງ​ມືມີ​ສະພາບທີ່​ນ້ຳ​ກັບ​ນ້ຳມັນ​ແຍກ​ອອກ​ຈາກ​ກັນຫຼື​ບໍ່, ຖ້າ​ມີ​ກໍ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ຜະລິດຕະພັນ​ນີ້​ບໍ່​ມີ​ຄຸນ​ນະ​ພາບ​ດີ.