|
 |
(GMT+08:00)
2006-05-23 10:31:51
|
 |
ການຢືນເອົາຫົວສັກລົງແລະຍ່າງຖອຍຫຼັງມີຜົນດີຕໍ່ສຸຂະພາບ
cri

ທ່ານຜູ້ຟັງ, ຫວ່າງກ່ອນນີ້ບໍ່ດົນ, ທ່ານຖຽນຊວນ ອາຈານສອນວິຊາອອກກຳລັງກາຍຂອງວິທະຍາຄານກິລາເມືອງເສິງຕູ່ໄດ້ເວົ້າເຖິງວິທີຫັດກາຍບຳລຸງສຸຂະພາບສຳລັບມະຫາຊົນ, ທ່ານໄດ້ແນະນຳວິທີຫັດກາຍພິເສດບາງຢ່າງ. ທ່ານກ່າວວ່າ, ວິທີເຫຼົ່ານີ້ເຮັດງ່າຍແລະໄດ້ຮັບຜົນດີ.
ການຢືນເອົາຫົວສັກລົງດິນ. ຜູ່ຊ່ຽວຊານແພດສາດເຫັນວ່າ, ຜູ້ທີ່ນັ່ງຫຼືຢືນເລື້ອຍໆດົນແລ້ວມັກເປັນພະຍາດອະໄວຍະວະພາຍໃນຢ່ອນລົງ, ລິດສະດວງທວານໜັກສະໝອງຂາດເລືອດ, ເຈັບແອວຕີນບວມແລະອື່ນໆ. ສະນັ້ນການມັກເອົາຫົວລົງດິນເປັນບາງຄັ້ງບາງຄາວຢ່າງເໝາະສົມ, ສາມາດປ້ອງກັນບໍ່ໃຫ້ເປັນພະຍາດຫຼາຍຢ່າງຍ້ອນນັ່ງຫຼືຢືນດົນໂພດ. ພ້ອມກັນນັ້ນ, ຈະປົວແປງການໝູນວຽນຂອງເລືອດໃຫ້ດີຂຶ້ນ, ເຮັດໃຫ້ສະໝອງປອດໂປ່ງ, ເພີ່ມສັບພະຄຸນຂອງອະໄວຍະວະພາຍໃນ, ເຮັດໃຫ້ຮ່າງກາຍຜ່ອນຍານເປັນຕົ້ນ.
ການຍ່າງຖອຍຫຼັງ. ເມື່ອສັງເກດຈາກທັດສະນະວິທະຍາສາດກິລາສະໄໝແລ້ວເຫັນວ່າ, ການຍ່າງຖອຍຫຼັງມີຜົນດີຫຼາຍຢ່າງຄື: ສາມາດປ້ອງກັນບໍ່ໃຫ້ຫຼັງກ່ອມ, ໂດຍສະເພາະແມ່ນສຳລັບຊາວໜຸ່ມເຍົາວະຊົນທີ່ພວມເຕີບໃຫຍ່, ຝຶກຍ່າງຖອຍຫຼັງເລື້ອຍໆ, ຈະເຮັດໃຫ້ກ້າມເນື້ອແອວເຄັ່ງຂຶ້ນແລະຍານລົງເປັນຈັງຫວະ, ປັບປຸງການໝູນວຽນຂອງເລືອດຢູ່ຕາມແອວ, ປົວພະຍາດເຈັບແອວໄດ້; ເຮັດໃຫ້ຫົວເຂົ່າມີກຳລັງ, ຝຶກຝົນກ້າມເນື້ອແລະເອັນຫົວເຂົ່າ: ໃນເວລາຍ່າງຖອຍຫຼັງຕ້ອງຄວບຄຸມໃຫ້ຮ່າງກາຍສະໝ່ຳສະເໝີ, ຝຶກສະໝອງສ່ວນລຸ່ມທີ່ຄວບຄຸມຄວາມດຸນດ່ຽງຮ່າງກາຍ, ເພີ່ມຄວາມຄ່ອງແຄ້ວແລະປະສິດທິຄຸນປະສົມປະສານຂອງຮ່າງກາຍ.
ວິທີຍ່າງຕາກຝົນ. ເມື່ອທຽບກັບຍ່າງໃນຍາມອາກາດດີແລ້ວ, ຍ່າງຕາກຝົນມີປະສິດທິຄຸນບຳລຸງສຸຂະພາບໄດ້ພິເສດ. ຫຼັກອ້າງອີງກໍແມ່ນໃນຍາມຝົນຕົກຈະມີອີອົງອອກຊີແຊນລົບຫຼວງຫຼາຍ, ເຮັດໃຫ້ຄົນຮູ້ສຶກສົດຊື່ນເປັນພິເສດ, ຊ່ອຍສັບຊ້ອນປະສາດຂອງຄົນແລະກຳຈັດຄວາມອຸກອັ່ງໃນໃຈ.
|
|
|