ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-23 11:32:38    
ບໍ​ລິ​ສັດ​ໄມ​ໂກຼ​ຊອຟດ໌​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ອຸດ​ສາ​ຫະ​ກຳ​ຂໍ້​ມູນ​ຂ່າວ​ສານ​ຂອງ​ຈີນ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ22​ພຶດສະພາ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ບາ​ວ​ເອີ​ໂມ ຫົວ​ໜ້າ​ຜູ້​ບໍ​ລິ​ຫານ​ງານ​ຂອງ​ບໍ​ລິ​ສັດ​​ໄມ​ໂກຼຊອ​​ຟດ໌​​ໄດ້​ປະ​ກາດ​ວ່າ,​ພາຍ​ໃນ​5​ປີ​ຂ້າງ​ໜ້າ,​ບໍ​ລິ​ສັດ​ໄມ​ໂກຼ​ຊອຟດ໌​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ລົງ​ທຶນ​ບໍ່​ໜ້ອຍ​ກວ່າ​250​ລ້ານ​ຢວນ​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ​ກັບ​ວົງ​ການ​ອຸດ​ສາ​ຫະ​ກຳ​ຂໍ້​ມູນ​ຂ່າວ​ສານ​ຈີນ.

ໃນບົດບັນທຶກ​ການ​ຮ່ວມ​ມືທີ່​ລົງ​ນາມ​ກັບ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ຂໍ້​ມູນ​ຂ່າວ​ສານ​ຈີນ​ໃນ​ວັນ​ທີ​22​ພຶດ​ສະ​ພາ,​ບໍ​ລິ​ສັດ​​ໄມ​ໂກຼ​ຊອຟດ໌​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ,​ໃຕ້​ການ​ຊີ້​ນຳ​ຂອງ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ຂໍ້​ມູນ​ຂ່າວ​ສານ,​ໃນ​ອະ​ນາ​ຄົດ,​ຈະ​ສ້າງ​ຫ້ອງ​ທົດ​ລອງ​ຄົ້ນ​ຄວ້າ​ພັດ​ທະ​ນາ​ແລະ​ສູນ​ປະ​ດິດ​ສ້າງ​ຫຼາຍ​ກວ່າ​ເກົ່າ,​ອົບ​ຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ຊອຟ​ແວ,​ເພື່ອ​ຊ່ອຍຈີນ​ຍົກ​ຄວາມ​ສາ​ມາດ​ພັດ​ທະ​ນາ​ແລະ​ປະ​ດິດ​ສ້າງ​ຂອງ​ວິ​ສາ​ຫະ​ກິດ​ຊອຟ​ແວ​ໃຫ້​ສູງ​ຂຶ້ນ.ຈຸດ​ໜັກ​ອີກ​ຂໍ້​ໜຶ່ງ​​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ແມ່ນ​ການ​ຫັນ​ຊົນ​ນະ​ບົດ​ເປັນ​ແບບ​ຂໍ້​ມູນ​ຂ່າວ​ສານ,​ຊ່ອຍ​ຊາວ​ກະ​ສິ​ກອນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ,​ສ້າງ​ຮັ່ງ​ຄູນ​ມີ​ດ້ວຍ​​ເຕັກ​ນິກ​ຂໍ້​ມູນ​ຂ່າວ​ສານ.

ເຈົ້າໜ້າທີ່​ກະຊວງ​ອຸດສາຫະກຳ​ຂໍ້ມູນຂ່າວສານ​ຈີນ​ກ່າວ​ວ່າ,ການ​ຮ່ວມ​ມື​ກັບ​ບໍ​ລິ​ສັດ​ໄມ​ໂກຼ​ຊອຟດ໌​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຊອຟ​ແວ​ຂອງ​ຈີນ.ຈີນ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ດ້ານ​ຊອ​ຟ​ແວ,​ສ້າງ​ເງື່ອນ​ໄຂ​ອັນ​ດີງາມ​ໃຫ້​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຂໍ້​ມູນ​ຂ່າວ​ສານ.