ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-23 16:05:33    
ບຸກ​ຄົນ​ວົງ​ການ​ສາ​ສະ​ໜາ​ຈີນ​ຕິ​ຕຽນ​ຄະ​ນະ​ກຳ​ມະ​ການ​ຄວາມ​ເສ​ລີ​ທາງ​ສາ​ສະ​ໜາ​ສາ​ກົນ​ອາ​ເມ​ລິ​ກາ​ຕິ​ຕຽນ​ຈີນ​ຢ່າງ​ໄຮ້​ເຫດ​ຜົນ

cri Author: min
ຕາມ​ຂ່າວ​ໜັງສືພິມ​ຢືນ​ມິນ​ຢື້​ປ້າວ​ສະບັບ​ພົ້ນ​ທະ​ເລ: ຫວ່າງ​ມໍ່ໆ​ນີ້, ບຸກຄົນວົງ​ການ​ສາສະໜາ​ຢູ່​ນະຄອນ​ຫຼວງ​ປັກ​ກິ່ງ​ຂອງ​ຈີນ​ພາກັນ​ໃຫ້​ສຳພາດ, ກ່າວ​ປະນາມ​ຄະນະ​ກຳມະການ​ຄວາມ​ເສລີ​ທາງ​ສາສະໜາ​ສາກົນ​ອາ​ເມ​ລິ​ກາ​ຕິຕຽນ​ສະພາບ​ສາສະໜາ​ຂອງ​ຈີນ​ຢ່າງ​ໄຮ້ເຫດຜົນ.

ຕົ້ນ​ເດືອນ​ນີ້, ຄະນະ​ກຳມະການ​ຄວາມ​ເສລີ​ທາງ​ສາສະໜາ​ສາກົນ​ອ​າ​ເມ​ລິ​ກາ​ປະກາດ "ບົດ​ລາຍ​ງານ​ກ່ຽວກັບ​ຄວາມ​ເສລີ​ທາງ​ສາສະໜາ​ສາກົນ​ສົກ​ປີ 2006", ​ໃນ​ພາກສ່ວນ​ທີ່​​ກ່ຽວ​ພັນ​ເຖິງ​ຈີນ​ນັ້ນໄດ້​ຕິຕຽນ​ນະ​ໂຍບາຍ​ສາສະໜາ​ແລະ​ສະພາບ​ຄວາມ​ເສລີ​ທາງ​ສາສະໜາ​ຂອງ​ຈີນ​ຢ່າງ​​​ໄຮ້​ເຫດຜົນ, ​ແລະ​ໄດ້​ກ່າວໂຈມ​ຕີດ້ວຍ​ເຈຕະນາ​ຮ້າຍວ່າ, ​ລັດຖະບານ​ຈີນຍຸບ​ອົງການ​ຝາ​ເວີນ​ກົງຕາມ​ກົດໝາຍ​ນັ້ນ​ແມ່ນ​ການ​ທຳຮ້າຍ​ສາສະໜາ.

ທ່ານ​ລິວ​ໂປ​ນຽນ ຮອງ​ປະທານ​ສະມາຄົມ​ຮັກ​ຊາດ​ສາສະໜາ​ໂລມັນ​ກາ​ໂຕລິກຈີນ​ເຫັນ​ວ່າ, ອົງການ​ຝາ​ເວີນ​ກົງເປັນ​ປໍ​ລະ​ປັກ​ກັບ​ສັງຄົມ​, ມີ​ຜົນຮ້າຍ​ຕໍ່​ສັງຄົມ, ​ຝືນກັບ​ຈຸດປະສົງ​ຂອງ​ສາສະໜາ​ອອກ​ໂຕ​ດົກ, ດັ່ງ​ນັ້ນບໍ່​ແມ່ນ​ສາສະໜາ. ຈຸດ​ປະສົງ​ຂອງບົດ​ລາຍ​ງານສະບັບ​ດັ່ງກ່າວ​ໂຄສະນາ​ໃຫ້​ອົງການ​ຝາ​ເວີນ​ກົງ​ນັ້ນ, ​ແມ່ນສວຍ​ໃຊ້​ສາສະໜາ​ໄຂວ​ມາ​ທຳລາຍສະຖຽນ​ລະ​ພາບ​ສັງຄົມ​ແລະ​ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ​.