ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-23 18:28:56    
ອາ​ເມ​ລິ​ກາມີ​ເຈ​ຕະ​ນາ​ເພີ່ມ​ສົ່ງ​ຜະ​ລິດ​ຕະ​ພັນ​ໄຮ​ເທັກ​ໃຊ້​ທາງ​ພົນລະ​ເຮືອນ​ອອກ​ຂາຍ​ໃຫ້​ຈີນ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 22 ພຶດສະພາ,ຢູ່​ປັກ​ກິ່ງ,ທ່ານ​ແຕວີ​ດ ​​ເມັກ​​ໂຄມິກ ຮອງ​ລັດຖະ​ມົນຕີ​ກະ​ຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ທີ່​ຮັບ​ຜິດ​ຊອບ​ການ​ຄຸ້ມ​ຄອງ​ການ​ສົ່ງ​ອອກ​ເວົ້າ​ວ່າ,ລັດຖະບານ​ອາ​ເມ​ລິ​ກາ​ຈະ​ໃຊ້​ມາດ​ຕະການ​ເພີ່ມສົ່ງຜະລິດ​ຕະພັນ​ໄຮ​ເທັກ​ໃຊ້​ທາງ​ພົນລະ​ເຮືອນອອກ​ຂາຍ​ໃຫ້ຈີນ.

ໃນ​ງານ​ໃຫ້​ສຳພາດຂ່າວ​ຕໍ່​ສື່​ມວນ​ຊົນ,ທ່ານ​ເມັກ​ໂຄມິກທີ່​ພວມ​ຢ້ຽມຢາມ​ຈີນ​ເວົ້າ​ວ່າ,ອາ​ເມ​ລິ​ກາ​ຈະ​ຊອກ​ຫາ​ຄວາມ​ອາດ​ເປັນ​ໄປ​ໄດ້ທີ່​ປ່ຽນ​ໃໝ່​ນະ​ໂຍບາຍ​ການ​ຄ້າ​ຂາ​ອອກ​ຕໍ່​ຈີນ.ທ່ານ​ເວົ້າ​ວ່າ,ນະ​​ໂຍ​ບາຍ​ການ​ຄ້າ​ຂາ​ອອກ​ບໍ່​ຄວນ"ສະກັດ​ກັ້ນ​ການ​ຄ້າ​ເຕັກນິກ​ໃຊ້​ທາງ​ພົນລະ​ເຮືອນ".

ອາ​ເມ​ລິ​ກາຈຳ​ກັດການ​ຄ້າ​ຂາ​ອອກ​ຕໍ່​ຈີນແມ່ນ​ມູນ​ເຫດ​ສຳຄັນ​ອັນ​ໜຶ່ງ​ທີ່​ພາ​ໃຫ້​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ບໍ່​ດຸນ​ດຽງ​ກັນ.