ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-23 21:59:23    
ທ່ຽວຊົມມະຫາທະວີບທັງ 7 ໃນໂລກ

cri

ໃຜໆກໍຮູ້ດີແລ້ວວ່າ, ໜ່ວຍໂລກແມ່ນບ້ານຢູ່ທີ່ມວນມະນຸດອາໄສເພື່ອດຳລົງຄົງຕົວ.ນັບ
ມາຮອດດຽວນີ້, ກໍໄດ້ມີປະຫວັດມາ4600ລ້ານປີແລ້ວ. ຕາມຜິວນອກຂອງໜ່ວຍໂລກ,
ຮູບຖານປະກອບເດັ່ນກວ່າໝູ່ແມ່ນແຜ່ນດິນແລະມະຫາສະໝຸດ,ໃນນັ້ນ,ແຜ່ນດິນກວມ
ເນື້ອທີ່ທັງໝົດຂອງໜ່ວຍໂລກພຽງ29%,ສ່ວນແຜ່ນດິນພັດຖືກມະຫາສະໝຸດແບ່ງເປັນ
6ພາກສ່ວນໃຫຍ່,ຄົນທັງຫຼາຍຈິ່ງແບ່ງ6ແຜ່ນດິນກັບເກາະ ດອນຢູ່ອ້ອມແຜ່ນດິນເຫຼົ່າ
ນັ້ນເປັນ7ທະວີບ,ຄື ທະວີບອາຊີ, ທະວີບອາຟິຼກກາ,ທະວີບເອີລົບ,ທະວີບອາເມລິກາ
ເໜືອ,ທະວີບອາເມລິກາໃຕ້,ທະວີບໂອຊຽນນີແລະທະວີບຂົ້ວໂລກໃຕ້.

ທະວີບອາຊີຕ້ັງຢູ່ພາກຕາເວັນອອກສຽງເໜືອຂອງຊີກໂລກຕາເວັນອອກ,ທິດຕາເວັນ
ອອກຂອງທະວີບອາຊີຫັນໜ້າໃສ່ມະຫາສະໝຸດປາຊີຟິກ,ທິດເໜືອຫັນໜ້າໃສ່ມະຫາ
ສະໝຸດອາກຕິກ, ທິດໃຕ້ຫັນໜ້າໃສ່ມະຫາສະໝຸດອິນເດຍ,ສ່ວນທິດຕາເວັນຕົກຫັນ
ໜ້າໃສ່ທະເລເມດີແຕລານເນແລະທະເລດຳເຊິ່ງຂຶ້ນກັບມະຫາສະໝຸດອັດລັງຕິກ.ທະ
ວີບອາຊີມີເນື້ອທີ່44ລ້ານຕາລາງກີໂລແມັດ. ເຊິ່ງກວມ1/3 ຂອງເນື້ອທີ່ແຜ່ນດິນໂລກ
ທັງໝົດ.ເປັນທະວີບໃຫຍ່ທີ1 ຂອງໂລກ.ທະວີບອາຊີລວມມີ48ປະເທດແລະເຂດ
ແຄວ້ນ, ພົນລະເມືອງອາຊີໄດ້ກວມພົນລະເມືອງໂລກທັງໝົດປະມານ3/5. ອາຊີບໍ່ພຽງ
ແຕ່ເປັນທະວີບໃຫຍ່ກວ່າໝູ່ໃນໂລກເທົ່ານັ້ນ,ຫາກຍັງເປັນພູມສາດທີ່ສັບສົນກວ່າໝູ່ອີກ
ດ້ວຍ.ອາຊີມີຊາຍຝັ່ງທະເລຍາວກວ່າໝູ່ໃນໂລກຄືຍາວ6ໝື່ນ9ພັນ9ຮ້ອຍກີໂລແມັດ,
ແລະມີເນື້ອທີ່ແຫຼມຄາບທະເລທັງໝົດຢູ່ໃນອັນດັບໜຶ່ງຂອງບັນດາມະຫາທະວີບ,ໃນ
ນັ້ນ,ແຫຼມອາລັບແມ່ນແຫຼມທີ່ໃຫຍ່ກວ່າໝູ່ໃນໂລກ.ນອກນີ້, ອາຊີຍັງມີທົ່ງພຽງທີ່ແປນ
ເອີດເຕີດກວ່າໝູ່ໃນໂລກຄືທົ່ງພຽງຊີເບລີຕາເວັນຕົກ;ສາຍພູຫິມະໄລຢາແມ່ນສາຍພູ
ສູງກວ່າໝູ່ໃນໂລກ; ພູພຽງຊິງຫາຍຕິເບດຂອງຈີນໄດ້ຮັບຊື່ເປັນຫຼັງຄາໂລກຕະຫຼອດ
ມາ;ຈອມພູໂຈມູລູງມາແມ່ນຈອມພູທີ່ສູງກວ່າໝູ່ໃນໂລກ;ທະເລຕາຍແມ່ນຫຼົ້ງທີ່ຕຳ່ກວ່າ
ໝູ່ໃນໂລກທະເລກັດສະປຽນເຊິ່ງເປັນເຂດຕໍ່ແດນລະຫວ່າງທະວີບອາຊີກັບທະວີບເອີ
ລົບນັ້ນແມ່ນທະເລສາບທີ່ໃຫຍ່ກວ່າໝູ່ແລະເປັນທະເລສາບນຳ້ເຄັມທີ່ໃຫຍ່ກວ່າໝູ່ໃນ
ໂລກແລະອື່ນໆ.

ທະວີບໂອຊຽນນີແມ່ນທະວີບທີ່ນ້ອຍກວ່າໝູ່ໃນໂລກ.ມັນຕັ້ງຢູ່ທະເລກວ້າງຢູ່ເສັ້ນສູນ
ສູດຕອນພາກຕາເວັນຕົກສຽງໃຕ້ແລະຕອນໃຕ້ຂອງມະຫາສະໝຸດປາຊີຟິກ. ຄຳວ່າທະ
ວີບໂອຊຽນນີແມ່ນແປວ່າ" ແຜ່ນດິນກາງມະຫາສະໝຸດ " ເຊິ່ງແມ່ນທ່ານມານເຕີ
ໂປລົງ ນັກພູມສາດດານມາກເປັນຜູ່ຂະໜານນາມເມື່ອປີ1812. ທະວີບໂອຊຽນນີມີ14
ປະເທດທີ່ເປັນເອກະລາດ,ສ່ວນ10ກວ່າເຂດແຄວ້ນທີ່ເຫຼືອນັ້ນຍັງຢູ່ໃຕ້ການຄອບຄອງ
ປະເທດຕ່າງໆເຊັ່ນອາເມລິກາ,ອັງກິດແລະຝະລັ່ງເປັນຕົ້ນ. ນອກຈາກທະວີບຂົ້ວໂລກ
ໃຕ້ແລ້ວ,ທະວີບໂອຊຽນນີແມ່ນທະວີບທີ່ມີພົນລະເມືອງໜ້ອຍກວ່າໝູ່ໃນໂລກຄືມີພຽງ
29ລ້ານຄົນເທົ່ານັ້ນ. ການພັດທະນາເສດຖະກິດຂອງບັນດາປະເທດທະວີບໂອຊຽນນີ
ແມ່ນຜິດໂຕນກັນຫຼາຍ. ເສດຖະກິດຂອງອົສຕະລາລີແລະນູແວນເຊລັງແມ່ນພັດທະນາ
ຫຼາຍ, ສ່ວນປະເທດເກາະດອນອື່ນໆສ່ວນຫຼາຍແມ່ນປະເທດກະສິກຳ,ເສດຖະກິດຂອງ
ປະເທດເຫຼົ່ານີ້ກໍອ່າວຫຼ້າຫຼັງ.

ທະວີບເອີລົບຕັ້ງຢູ່ພາກຕາເວັນຕົກສຽງເໜືອຂອງຊີກໂລກຕາເວັນອອກ,ແລະຢູ່ເບື້ອງ
ຕາເວັນຕົກຂອງທະວີບອາຊີ. ທະວີບເອີລົບມີ 44ປະເທດແລະເຂດແຄວ້ນເຊັ່ນ,ອີຕາ
ລີ,ອັງກິດ,ເຢຍລະມັນ,ດານມາກແລະອື່ນໆ. ປະເທດທີ່ໃຫຍ່ກວ່າໝູ່ແລະປະເທດທີ່
ນ້ອຍກວ່າໝູ່ຢູ່ໃນໂລກລ້ວນແຕ່ຢູ່ທະວີບເອີລົບ,ລັດເຊຍທີ່ຕັ້ງຢູ່ພາກເໜືອຂອງແຜນ
ດິນໃຫຍ່ເອີລົບແລະອາຊີມີເນື້ອທີ່17ລ້ານ75ພັນ400ຕາລາງກີໂລແມັດ,ເຊິ່ງເປັນທີ 1
ຂອງໂລກ. ສ່ວນວາຕີກັງທີ່ຕັ້ງຢູ່ບ່ອນສູງແຈຕາເວັນຕົກສຽງເໜືອຂອງກຸງໂຣມອີຕາລີ
ນັ້ນແມ່ນປະເທດທີ່ນ້ອຍກວ່າໝູ່ຢູ່ໃນໂລກ,ມີເນື້ອທີ່ບໍ່ຮອດ1ຕາລາງກີໂລແມັດ,ມີພົນ
ລະເມືອງພຽງ1380ຄົນເທົ່ານັ້ນ. ວາຕີກັງແມ່ນສູນສາສະໜາໂລມັງກາໂຕລິກຂອງໂລກ,
ອະທິປະໄຕຂອງປະເທດນີ້ເປັນຂອງສັນຕະປາປາ. ປະເທດເອີລົບສ່ວນຫຼາຍແມ່ນປະ
ເທດພັດທະນາ, ໃນຂົງເຂດເສດຖະກິດໂລກຊູ່່ມື້ນີ້. ລະດັບພັດທະນາເສດຖະກິດຂອງ
ທະວີບເອີລົບແມ່ນອ່າວສູງກວ່າ.ຍອດມູນຄ່າເສດຖະກິດກໍເປັນອັນດັບໜຶ່ງຂອງທະວີບ
ຕ່າງໆ.

ຢູ່ພາກຕາເວັນຕົກສຽງໃຕ້ຂອງຊີກໂລກຕາເວັນອອກ,ມີແຜ່ນດິນໃຫຍ່ທີ່ຄ້າຍຄືກັບຮູບ
ສາມຫຼ່ຽມ,ນັ້ນກໍຄືທະວີບອາຟິຼກກາ.ເນື້ອທີ່ທົ່ວທະວີບດັ່ງກ່າວກວ້າງປະມານ30ລ້ານ2
ແສນຕາລາງກີໂລແມັດ,ເຊິ່ງເປັນທະວີບໃຫຍ່ທີ2ຂອງໂລກ.ປະຈຸບັນ,ທະວີບອາຟິຼກ
ກາມີ56ປະເທດແລະເຂດແຄວ້ນ.ຍ້ອນຢູ່ໃຕ້ແອກປົກຄອງລ່າເມືອງຂຶ້ນຢ່າງຍາວນານ,
ຈິ່ງເຮັດໃຫ້ທະວີບອາຟິຼກກາກາຍເປັນທະວີບທີ່ລະດັບພັດທະນາເສດຖະກິດຕຳ່ກວ່າ
ໝູ່ໃນໂລກ.ປະຈຸບັນ, ປະເທດຕ່າງໆລ້ວນແຕ່ແມ່ນປະເທດພວມພັດທະນາ.ແຕ່ວ່າ, ທະວີບອາຟິຼກກາກໍມີບ່ອນທີ່ເປັນໜ້າພາກພູມໃຈຂອງເຂົາເຈົ້າ.ກ່ອນອື່ນ,ທະວີບອາຟິຼກ
ກາແມ່ນທະວີບໜຶ່ງທີ່ໃຫ້ກຳເນີດ

ວັດທະນະທຳບູຮານຂອງໂລກເກົ່າແກ່ກ່ອນໝູ່. ເອຢິບເຊິ່ງແມ່ນ1ໃນ4 ປະເທດອະລິ
ຍະທຳບູຮານນັ້ນກໍມີປະຫວັດ5000ກວ່າປີແລ້ວ. ຢູ່ແຖບພູພຽງອາຟິຼກກາຕາເວັນອອກ
ກໍແມ່ນບ່ອນກຳເນີດມະນຸດບູຮານແຫ່ງໜຶ່ງ.ນອກນີ້, ທະວີບອາຟິຼກກາແມ່ນມະຫາທະ
ວີບທີ່ມີຊັບພະຍາກອນອຸດົມສະສົມບູນ.ບໍລິມາດບໍ່ແຮ່ຫຼາຍຊະນິດທີ່ນອນຢູ່ພື້ນດິນເຊິ່ງ
ສຳຫຼວດຄັກແນ່ແລ້ວໃນປະຈຸບັນກໍຢູ່ແຖວໜ້າໝູ່ຂອງໂລກ.ໃນນັ້ນ,ນຳ້ມັນເຊື້ອໄຟແລະ
ອາຍແກັສທຳມະຊາດມີຢູ່ໃຕ້ດິນກໍອຸດົມສົມບູນ,ຄຳແລະຫີນເພັດກໍມີຊື່ລືຊາມາແຕ່ດົນ
ແລ້ວ. ທະວີບອາຟິຼກກາມີພຶກສາຊາດຢ່າງໜ້ອຍກໍເກີນ4ໝື່ນຊະນິດ.ໃນຈຳນວນສັດ
ຕ່າງໆເຊັ່ນມ້າລາຍແລະລະມັ່ງຄໍຍາວເປັນຕົ້ນກໍມີຊື່ສຽງດົ່ງດັງໃນໂລກມາແຕ່ດົນແລ້ວ.
ນອກນີ້, ທະວີບອາຟິຼກກາຍັງເປັນບ່ອນກຳເນີດພືດເສດຖະກິດຊະນິດຕ່າງໆເຊັ່ນກາເຟ
ແລະກ້ວຍຫອມເປັນຕົ້ນ.ຜົນຜະລິດກາກາວ,ການພູ,ກົກໝາກເນແລະນຳ້ມັນປານແມ
ລ້ວນແຕ່ຢູ່ໃນອັນດັບໜຶ່ງຂອງໂລກ.

ທະວີບອາເມລິກາຕັ້ງຢູ່ຊີກໂລກຕາເວັນຕົກ,ເຊິ່ງແບ່ງເປັນທະວີບອາເມລິກາເໜືອແລະ
ທະວີບອາເມລິກາໃຕ້ໂດຍເອົາຄອງປານາມາເປັນເສັ້ນແບ່ງ.ເນື້ອທີ່ທັງໝົດຂອງທະວີບ
ອາເມລິກາເໜືອກວ້າງ24ລ້ານ2ແສນ2ໝື່ນ8ພັນກີໂລແມັດ,ເປັນມະຫາທະວີບທີ3ຂອງ
ໂລກ. ທະວີບອາເມລິກາເໜືອມີ23ປະເທດ,ໃນນັ້ນ, ອາເມລິກາແລະການາດາເປັນປະ
ເທດເສດຖະກິດພັດທະນາ,ມີພື້ນຖານອຸດສາຫະກຳໜາແໜ້ນ.ວິທະຍາສາດເຕັກໂນໂລ
ຢີກ້າວໜ້າ.ການກະສິກຳ,ໄປ່ໄມ້,ລ້ຽງສັດແລະການປະມົງກໍພັດທະນາຫຼາຍ.

ທະວີບອາເມລິກາໃຕ້ແມ່ນຢູ່ວົງອ້ອມຂອງມະຫາສະໝຸດອັດລັງຕິກແລະມະຫາສະໝຸດ
ປາຊີຟິກ,ມີຊາຍຝັ່ງທະເລຍາວຢຽດ,ບ່ໍມີແຫຼມຄາບທະເລແລະເກາະດອນ.ປະຈຸບັນ, ທະ
ວີບອາເມລິກາໃຕ້ມີ12ປະເທດທີ່ເປັນເອກະລາດ.ປະເທດເຫຼົ່ານີ້ລ້ວນແຕ່ແມ່ນປະເທດ
ພວມພັດທະນາ.ໂຄງປະກອບເສດຖະກິດແມ່ນເອົາຂະແໜງຂຸດບໍ່ແລະຂະແໜງຜະລິດ
ເປັນຫຼັກ. ກະສິກຳປູກຝັງກໍມີທ່າແຮງອັນແນ່ນອນ.ແຄມທະເລທະວີບອາເມລິກາໃຕ້ມີ
ປາຊາກດິນ, ປາໄຫຼ ປາທູນາ ແລະປາຊະນິດອື່ນໆເປັນຈຳນວນຫຼວງຫຼາຍ.ເປລູແລະ
ຈີເລແມ່ນປະເທດປະມົງທີ່ມີຊື່ສຽງດົ່ງດັງໃນໂລກ.ໃນຈຳນວນປະເທດພວມພັດທະນາ
ທົ່ວໂລກ,ລະດັບພັດທະນາເສດຖະກິດຂອງປະເທດທະວີບອາເມລິກາໃຕ້ແມ່ນອ່າວສູງ
ໂດຍທົ່ວໄປ.ໂດຍສະເພາະແມ່ນເບຼຊີນ, ກຳລັງຕົວຈິງດ້ານເສດຖະກິດແມ່ນຢູ່ໃນອັນ
ດັບໜຶ່ງຂອງທະວີບອາເມລິກາໃຕ້,ແລະກາຍເປັນປະເທດໃຫຍ່ດ້ານເສດຖະກິດອັນດັບ
8ຂອງໂລກ.

ທະວີບຂົ້ວໂລກໃຕ້ແມ່ນແຜ່ນດິນໃຫຍ່ແຫ່ງສຸດທ້າຍທີ່ມະນຸດຄົ້ນພົບຢູ່ໃນໂລກໜ່ວຍ
ນີ້ແລະເປັນແຜ່ນດິນໃຫຍ່ແຫ່ງດຽວທີ່ບໍ່ມີຄົນພື້ນເມືອງພັກພາອາໄສຈິ່ງເອີ້ນເປັນ"
ແຜ່ນດິນໃຫຍ່ທີ7 ". ມີເນື້ອທີ່ທັງໝົດ13ລ້ານ9ແສນຕາລາກີໂລມແມັດ,ເປັນທີ5 ໃນ
ບັນດາທະວີບຂອງໂລກ. ທະວີບຂົ້ວໂລກໃຕ້ແມ່ນແຜ່ນດິນທີ່ໜາວກວ່າໝູ່ໃນໂລກ.
ພ້ອມກັນນັ້ນກໍເປັນເຂດທີ່ມີລົມພັດແຮງກວ່າໝູ່ແລະຫຼາຍກວ່າໝູ່ໃນໂລກ. ຢູ່ມໍ່ກັບຈຸດ
ຂ້ົວໂລກນັ້ນເກືອບບໍ່ມີຝົນຕົກເລີຍ. ອາກາດກໍແຫ້ງແລ້ງທ່ີສຸດເຊີ່າງຮຽກວ່າ,"ເຂດດິນ
ເຮື້ອສີຂາວ" ,ທະວີບຂົ້ວໂລກໃຕ້ມີແຕ່ນັກສຳຫຼວດວິທະຍາສາດແລະໜ່ວຍຈັບປາ
ສະຫຼາມຈຳນວນໜຶ່ງທີ່ໄປຈາກແຜ່ນດິນອື່ນເທົ່ານັ້ນ,ບໍ່ມີຄົນຢູ່ປະຈຳມາກ່ອນ.

ເມື່ອເດືອນທັນວາປີ1959,12ປະເທດເຊັ່ນອັກຊັງຕີນ,ອົສຕະລາລີແບນຊິກແລະອື່ນໆ.
ໄດ້ເຊັນສົນທິສັນຍາຂົ້ວໂລກໃຕ້ເຊິ່ງມີເນື້ອໃນຕົ້ນຕໍຄື ໃຫ້ໃຊ້ຂົ້ວໂລກໃຕ້ຮັບໃຊ້ຈຸດປະ
ສົງໃນສັນຕິພາບທໍ່ນັ້ນ, ຫ້າມບໍ່ໃຫ້ດຳເນີນການເຄື່ອນໄຫວຫຍັງທີ່ມີລັກສະນະການທະ
ຫານຢູ່ໃນເຂດສົນທິສັນຍາ. ກັກກັນບໍ່ໃຫ້ໃຜທວງເອົາດິນແດນຂົ້ວໂລກໃຕ້ດ້ວຍທຸກຮູບ
ການ.ສົ່ງເສີມໃຫ້ມີການຮ່ວມມືລະຫວ່າງຊາດໃນການສຳຫຼວດວິທະຍາສາດຢູ່ຂົ້ວໂລກ
ໃຕ້ແລະອື່ນໆ.ປະຈຸບັນ, ຢູ່ໃນໂລກມີ43ປະເທດຄືຈີນ,ຈີເລ,ຝະລັ່ງແລະອ່ືນໆໄດ້ເຂົ້າ
ຮ່ວມໃນອົງການສົນທິສັນຍາຂົ້ວໂລກໃຕ້ແລ້ວ.