ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-24 10:22:14    
ສາມ​ຈັງ​ຫວັດ​ພາກ​ກາງ​ແລະ​ພາກ​ໃຕ້​ຂອງ​ໄທ​ເກີດ​ໄພ​ນ້ຳ​ຖ້ວມ​ອັນ​ໜັກ​ໜ່ວງ ຢ່າງ​ໜ້ອຍ​ພາ​ໃຫ້​30​ຄົນ​ເສຍ​ຊີ​ວິດ

cri
ຕາມ​ຂ່າວCRI,​ໂທລະ​ພາບ​ໄທ​ລາຍ​ງານ​ວ່າ,​ຍ້ອນ​ຝົນຕົກ​ແຮງ​ຫຼາຍ​ມື້​ລຽນ​ຕິດ,​ຈັງ​ຫວັດ​ອຸດ​ຕະ​ຣາດິດ ຈັງ​ຫວັດ​ແພຼ່​ແລະ​ຈັງ​ຫວັດ​ສຸ​ໂຂ​ໄທ​ທີ່​ພາກ​ກາງສຽງ​ເໜືອ​ຂອງ​ໄທ​ໄດ້​ເກີດ​ໄພ​ນ້ຳ​ຖ້ວມ​ອັນ​ໜັກ​ໜ່ວງ,​ເຮັດ​ໃຫ້​ຫຼາຍ​ບ້ານ​ຖືກ​ນ້ຳຖ້ວມ ຍ້ອນ​ຝົນຕົກ​ແຮງ,​ໄຟຟ້າ​ແລະ​ຄົມ​ມະນາ​ຄົມ​ຂາດ​ສະບັ້ນ.​ຮອດ​ຕອນ​ຄ່ຳ​ວັນ​ທີ23​ພຶດ​ສະ​ພາ,​ຢ່າງ​ໜ້ອຍ​ມີ30​ຄົນ​ໄດ້​ເສຍ​ຊີ​ວິດ​ໃນ​ໄພ​ນ້ຳ​ຖ້ວມ,​ນອກ​ນັ້ນ​ມີ​200​ກວ່າ​ຄົນ​ບາດ​ເຈັບ.​ເຈົ້າ​ໜ້າ​ທີ່​ກູ້​ໄພ​ໃນ​ທ້ອງ​ຖິ່ນ​ຄາດ​ຄະ​ເນ​ວ່າ,​ຜູ້​ເສຍ​ຊີ​ວິດ​ຈະ​ຫຼາຍ​ກວ່າ​100ຄົນ.

ປັດຈຸ​ບັນ,​ພາກ​ສ່ວນ​ຫຼຸດ​ຜ່ອນ​ໄພ​ແລະ​ກູ້​ໄພ​ຂອງ​ລັດຖະ​ບານ​ໄທພວມ​ອອກ​ແຮງ​ກູ້​ໄພ,​ຝ່າຍ​ທະ​ຫານ​ໄທ​ໄດ້​ແຕ່ງ​ກອງ​ທະ​ຫານ​ກອບ​ກູ້​ພ້ອມ​ດ້ວຍ​ພາຫະ​ນະ​ກອບ​ກູ້​ເຊັ່ນ​ຍົນ​ເຮ​ລີ​ກົບ​ແລະ​ກ່ຳ​ປັ່ນ​ເປັນ​ຕົ້ນ​ໄປ​ກູ້​ໄພ.