ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-24 16:43:52    
ຂົວ​ອາ​ກາດ​060523(ສຽງ)

cri

ຫວ່າງ​ມໍ່ໆ​ນີ້,​ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ​ຂອງ​ທ່ານ ຕົວ​ທໍ​ດາ​ເຊັງ ທີ່​ຢູ່​ສະຫະພັນ​ກຳມະບານ ​ແຂວງ​ອຸດົມ​ໄຊ,​​ໃນ​ຈົດໝາຍ​ ທ່ານ​ຂຽນ​ວ່າ,ທ່ານ​​ໄດ້​ຮັບ​ລາງວັນ​ທີ່​ພວ​ກ​ເຮົາ​ສົ່ງ​ໄປນັ້ນ​ແລ້ວ,​ແລະ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຈຳນວນ​ໜຶ່ງກ່ຽວ​ກັບການ​ເສັງ​ຄວາມ​ຮູ້​ທີ່​CRIພວກ​ເຮົາ​ຈັດຂຶ້ນ,ທ່ານ​ຂຽນ​ວ່າ:ສ່ວນ​ການ​ເສັງ​ຄວາມ​ຮູ້​ຊີງລາງວັນ​ນັ້ນ,ຂ້າພະ​ເຈົ້າ​ຄິດ​ວ່າ​ຈະ​ຖືກ​ຫຼືບໍ່​ຖືກ​ກໍ່​ບໍ່​ສຳຄັນ,ບໍ່​ເສຍ​ໃຈ.ສິ່ງ​ສຳຄັນ​ຄິດ​ວ່າ​ພຽງ​ແຕ່​ໄດ້​ເຂົ້າ​ຮ່ວມ​ນຳ​ເພື່ອ​ນມິດ​ຜູ້​ຟັງທັງຫຼາຍ​ກໍ່​ພໍ,​ເພາະ​ການ​ເສັງ​ຄວາມ​ຮູ້​ແຕ່​ລະ​ຄັ້ງ​ມັນ​ໄດ້​ສົ່ງ​ຄວາມ​ຮູ້​ໃຫ້​ຕົນ​ເອງ​ບໍ່ຫຼາຍກໍ່​ໜ້ອຍ.

ຂອບ​ໃຈ​ທ່ານຕົວ​ທໍ​ດາ​ເຊັງຫຼາຍໆ​ທີ່​ໄດ້​ສົນ​ໃຈ​ແລະ​ສະໜັບສະໜູນ​ລາຍການ​ຂອງ​ພວກ​ເຮົາ.​ແລະຂໍ​ແຈ້ງໃຫ້ເພື່ອນ​ມິດ​ຜູ້​ຟັງ​ຊາບວ່າ,ແຕ່​ວັນ​7ພຶດສະ​ພາ​ປີ​ນີ້ເປັນ​ຕົ້ນ​ໄປ,CRIພວກ​ເຮົາ​​ໄດ້​ເລິ່ມ​ຈັດລາຍການ​ພິ​ເສດຫຼັງ​ຈາກ​ສະ​ເໜີ​ບົດ​ແລະ​ຄຳຖາມ​ໝົດ​ທັງ4​ພາກ​ແລ້ວ,ພວກ​ເຮົາ​ຍັງ​ຈະ​ເອົາ​ບົດ​ສະ​ເໜີ​ແລະ​ຄຳ​ຖາມ​ຂຶ້ນ​ເວັບ​​ໄຊ​ຂອງCRIແລະ​ການເສັງ​ຄວາມ​ຮູ້ທີ່​ພາດ​ຫົວ​ເລື່ອງ​ວ່າ"​ເຮົາກັບ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດຈີນ"​,​ເຊື່ອ​ວ່າ,ຜູ້​ຟັງ​ທີ່​ຕິດຕາມ​ຮັບ​ຟັງ​ລາຍການ​ຂອງ​ພວກ​ເຮົາ​ໄດ້​ຮັບ​ຟັງ​ລາຍການ​ທຸ​ດອາທິດ​ຜ່ານ​ມາ​ແລ້ວ,ທ່ານ​ອາດ​ຈະ​ໄດ້​ຮູ້ຄຳ​ຖາມ​ທີ່​ພວກ​ເຮົາ​ຕັ້ງ​​ໄວ້ໃນ​ລາຍການ,​ບໍ່​ຕ້ອງ​ຟ້າ​ວຝັ່ງ,ພວກ​ເຮົາ​ໄດ້​ກຽມໃບຄຳ​ຖາມ​ຂອງການ​ເສັງ​ຄວາມ​ຮູ້​ເທື່ອ​ນີ້​ຮຽບຮ້ອຍ​ແລ້ວ,​ແລະ​ຈະ​ຝາກ​ໃຫ້​ບັນດາ​​ເພື່ອນ​ມິດ​ຜູ້​ຟັງ​ໃນ​ໄວໆ​ນີ້,ທ່ານ​ພຽງ​ແຕ່​ຂີດ​ໃສ່ບ່ອນ​ຫວ່າງ​ທີ່​ທ່ານ​ເລືອກ​ເອົາ​ ​ແລ້ວ​ຝາກ​ໃບ​ຄຳ​ຖາມ​ຄືນ​ໃຫ້​ພວກ​ເຮົາ​ກໍ່​ໄດ້​ແລ້ວ.ສ່ວນ​ຜູ້​ຟັງ​ທີ່​ບໍ່​ໄດ້​ຟັງ​ລາຍການ​​ເສັງ​ຄວາມ​ຮູ້​ສາມ​ພາກ​ທີ່​ໄດ້​ອອກ​ອາກາດ​ແລ້ວ​ນັ້ນ,ຢ່າ​​ເປັນ​ຫ່ວງ,ພວ​ກ​ເຮົາ​ຍັງ​ຈະກະຈາຍ​ລາຍການ​ເສັງ​ຄວາມ​ຮູ້​ຄືນ​ໃໝ່​ໃນ​ເດືອນມິຖຸນາ​ແລະ​ເດືອນສິງຫາ​ປີ​ນີ້,ວັນ​ສຸດ​ທ້າຍ​ທີ່ຮັບຄຳ​ຕອບ​ແມ່ນ​ວັນ​ທີ1​ກັນຍາ​ປີ​2006,ຊົມ​ເຊີຍ​ທ່ານ​ຕິດຕາມ​ຟັງ​ແລະ​ເຂົ້າຮ່ວມ​ການ​ເສັງ​ຄວາມ​ຮູ້.

ໃນ​ຕອນ​ມ້ວນທ້າຍ,ພວ​ກ​ເຮົາ​ຂໍ​ມອບ​ເພງ​ມ່ວນໆ​ເພງ​ໜຶ່ງ​​ໃຫ້​ແກ່​ທ່ານ ຕົວ​ທໍ​ດາ​ເຊັງ​ແລະ​ເພື່ອນ​ມິດ​ຜູ້​ຟັງ​ທັງຫຼາຍ​ທີ່​ເອົາ​ໃຈ​ໃສ່​ນຳ​ລາຍການ​ຂອງ​ພວກ​ເຮົາ,​ເພງ​ນີ້​ຊື່ວ່າ"ຕ້າຫຼາຍ",​ແປ​ວ່າ"ທະ​ເລ".​ເອົາລະ,ຕໍ່​ໄປ​ພວ​ກ​ເຮົາ​ມາ​ຟັງ​ເພງ​ນີ້​ນຳ​ກັນ.