ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-24 18:54:54    
ທ່ານ​ອານ​ນານ ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ເວົ້າ​ວ່າ ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ

cri Author: cai
ຕາມ​ຂ່າວCRI:ຕາມ​ເວັບ​ໄຊ​ຝ່າຍ​ທາງ​ການ​ຂອງ​ຄະນະ​ຈັດ​ຕັ້ງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ລາ​ຍງານ​ວ່າ,ວັນ​ທີ 23 ພຶດ​ສະ​ພາ,ຢູ່​ປັກ​ກິ່ງ,ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ເວົ້າ​ວ່າ,ທ່ານ​ເຊື່ອ​ວ່າ,ງານ​ໂອ​ລິ​ມປິກ​ປັກ​ກິ່ງຈະ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ.

ມື້​ດຽວ​ກັນ,ທ່ານ​ອານ​ນານ​ໄດ້​ໄປຢ້ຽມ​ຊົມສະ​ໜາມ​ກິລາ​ແຫ່ງ​ຊາດ​ເຊິ່ງ​ເປັນ​ສະໜາມກິລາ​ຕົ້ນຕໍ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ພວມ​ສ້າງ​ຢູ່.ພາຍ​ຫຼັງ​ການຢ້ຽມ​ຊົມ,ທ່ານ​ເວົ້າ​ວ່າ,ວຽກ​ງານ​ກະກຽມ​ຈັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ປະຈັກ​ຕາ​ຄົນ,ຂ່າວ​ຄາວທີ່ຄຳ​ຂວັນ​ແລະ​ທັດສະນະ​ຄະຕິ​ຂອງງານ​ໂອ​ລິ​ມປິກ​ປັກ​ກິ່ງສະ​ແດງ​ອອກ​ມາ​ນັ້ນ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໂດຍ​ທົ່ວ​ໄປ​ຈາກ​ປະຊາ​ຄົມ​ໂລກ.ທ່ານ​​ເຊື່ອ​ວ່າ,ງານ​ໂອ​ລິ​ມປິກ​ປີ 2008 ຈະ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ.

ໂດຍ​ຕອບ​ສະ​ໜອງ​ຄຳ​ເຊີນ​ຂອງ​ລັດຖະບານ​ຈີນ,ທ່ານ​ອານ​ນານ​ໄດ້​ເດີນທາງ​ມາ​ຮອດ​ປັກ​ກິ່ງ​ໃນ​ວັນ​ທີ 19 ພຶດສະພາ,​ໄດ້​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ເປັນ​ເວລາ 5 ມື້.