ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-25 10:45:55    
ຝ່າຍ​ຈີນ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຢ່າງ​ຮຸນ​ແຮງ​ແລະ​ເດັດ​ດ່ຽວ​ຄັດ​ຄ້ານ ບົດ​ລາຍ​ງານ​ປະ​ຈຳ​ປີ​ກ່ຽວ​ກັບ​ກຳ​ລັງ​ການ​ທະ​ຫານ​ຂອງ​ຈີນ​ທີ່​ອາ​ເມ​ລິ​ກາ​ປະ​ກາດ

cri
ຕາມ​ຂ່າວສານ​ຊີນຮວາ,​ວັນ​ທີ24​ພຶດ​ສະພາ​ໃນ​ເວລາ​ຕອບ​ຄຳ​ຖາມຂອງ​ນັກ​ຂ່າວ, ທ່ານ​ລິວ​ຈ້ຽນ​ຊ່າວ ​ໂຄສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ຝ່າຍ​ຈີນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ຮຸນ​ແຮງ​ແລະ​ເດັດ​ດ່ຽວ​ຄັດ​ຄ້ານ ບົດ​ລາຍ​ງານ​ປະຈຳ​ປີ​ກ່ຽວ​ກັບ​ກຳລັງ​ການທະ​ຫານ​ຂອງ​ຈີນ​ປີ​2006 ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ອາ​ເມ​ລິ​ກາ​ປະກາດ​ຫວ່າງ​ມໍ່ໆ​ນີ້.

ທ່ານ​ລິວ​ຈ້ຽນຊ່າວ​ໄດ້​ຕິຕຽນ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ອາ​ເມ​ລິ​ກາ​ທີ່​ໄດ້​ເວົ້າ​ໂຍກ​ກຳ​ລັງ​ການ​ທະຫານ​ແລະ​ຄ່າ​ໃຊ້​ຈ່າຍ​ດ້ານ​ການ​ທະ​ຫານ​ຂອງ​ຈີນ,​ແລະ​ສືບ​ຕໍ່​ເປີດ​ປ່າວ​ຖ້ອຍ​ຄວາມ​ທີ່​ວ່າການ​ຂົ່ມ​ຂູ່ຂອງ​ຈີນ.ທ່ານ​ເວົ້າ​ວ່າ,​ປະ​ຊາ​ຄົມ​ໂລກ​ຮັບ​ຮູ້ໂດຍ​ທົ່ວ​ໄປ​ວ່າ,​ຈີນ​ແມ່ນ​ກຳ​ລັງ​ສຳ​ຄັນ​ທີ່​ຊຸກຍູ້​ສັນ​ຕິ​ພາບ​ຂອງ​ພາກ​ພື້ນ​ອາຊີ​ປາຊິ​ຟິກ​ກໍ​ຄື​ຂອງ​ໂລກ.​ໃນ​ຖານ​ເປັນ​ປະ​ເທດ​ທີ່​ມີ​ອະທິ​ປະ​ໄຕ,​ຈີນ​ດຳ​ເນີນ​ການ​ສ້າງ​ສາ​ປ້ອງ​ກັນ​ປະ​ເທດ​ເພື່ອ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ຊາດ​ແລະ​ປົກ​ປ້ອງ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ແມ່ນ​ເລື່ອງ​ທີ່​ຖືກ​ຕ້ອງ​ຕາມ​ທຳນອງ​ຄອງ​ທຳ.

ທ່ານ​ລິວ​ຈ້ຽນຊ່າວ​ຍັງ​ເວົ້າ​ວ່າ,​ໄຕ້​ຫວັນ​ແມ່ນດິນ​ແດນ​ສ່ວນ​ໜຶ່ງ​ທີ່​ຕັດ​ແຍກ​ອອກ​ບໍ່​ໄດ້​ຂອງ​ຈີນ,ຝ່າຍ​ຈີນ​ເຕືອນ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ​ໂຄລົບ​ນະ​ໂຍບາຍ​ຈີນ​ດຽວ, ປະຕິ​ບັດ​ຕາມ​ປະກາດ​ແຈ້ງ​ການ​ຮ່ວມ​ສາມ​ສະບັບ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ,​ເຊົາຂາຍ​ອາວຸດ​ໃຫ້​ໄຕ້​ຫວັນ,​ບໍ່​ສົ່ງ​ສັນ​ຍານ​ຜິດພາດ​ໃດໆ​ໃຫ້​ອິດທິ​ກຳລັງ​ທີ່​ຕັດ​ແຍກ​ໄຕ້​ຫວັນ​ໃຫ້​ເປັນ​ເອກະ​ລາດ.