ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-25 11:03:58    
ຈີນ​ເພີ່ມ​ຄວາມ​ແຮງ​ຊອກ​ຫາ​ກອບ​ກູ້​ຊາວ​ປະ​ມົງ​ຫວຽດ​ນາມ​ທີ່​ຫາຍ​ສາບ​ສູນ,​ຫວຽດ​ນາມ​ຕີ​ລາ​ຄາ​ສູງ​ຕໍ່​ການ​ກອບ​ກູ້​ຂອງ​ຈີນ

cri
ຕາມ​ຂ່າວCRI,ວັນ​ທີ24​ພຶດສະພາ,ທ່ານ​ຫູ​ສຽນ​ເວິນ ເອກ​ອັກຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຫວຽດ​ນາມ​ກ່າວ​ວ່າ,ກະຊວງ​ຄົມມະນາຄົມ​ຈີນ​ໄດ້​ໄຂ​ກອງ​ປະຊຸມ​ສະ​ເພາະ,ຈັດ​ວາງ​ອີກ​ເທື່ອ​ໜຶ່ງ​ກ່ຽວ​ກັບ​ວຽກ​ງານ​ກອບກູ້​ເຮືອ​ຫາ​ປາ​ແລະ​ຊາວ​ປະ​ມົງ​ຂອງ​ຫວຽດ​ນາມ​ທີ່​ຫາຍ​ສາບ​ສູນ.​ກອງ​ປະ​ຊຸມ​ຕົກ​ລົງ​ສົ່ງ​ກຳ​ລັງ​ກອບ​ກູ້​ໄປ​ຕື່ມ,​ຂະ​ຫຍາຍ​ບໍລິ​ເວນ​ຊອກ​ຫາ,​ເພີ່ມ​ຄວາມ​ແຮງ​ໃນ​ການ​ກອບ​ກູ້​ເຮືອ​ຫາ​ປາ​ແລະ​ຊາວ​ປະ​ມົງ​ຫວຽດ​ນາມ​ທີ່​ຫາຍ​ສາບ​ສູນ.

ວັນ​ທີ24​ພຶດສະພາ,ໜັງສືພິມ​ຂອງຫວຽດນາມ​ເຊັ່ນ​ໜັງສືພິມ​ກວນ​ໂດຍ​ເຍິນ​​ເຢິນ​ແລະ​ໜັງ​ສື​ພິມ​ຮາ​ໂນ​ຍ​ເມີ່​ຍ​ເປັນ​ຕົ້ນ​ລ້ວນ​ແຕ່​​ໃສ່ຫົວ​ຂໍ້​ທີ່​ການ​ລາຍ​ງານ​ຂ່າວ​ເທື່ອ​ນີ້​ວ່າ​ການ​ກອບ​ກູ້​ເທິງ​ທະ​ເລ​ສາກົນ​ຂະໜາດ​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ​ນັບ​ມາ​ຮອດ​ປັດ​ຈຸ​ບັນ,​ແນະ​ນຳ​ການ​ກອບ​ກູ້​ຊ່ອຍ​ເຫຼືອ​ຂອງ​ຈີນ​ຢ່າງ​ຮອບ​ດ້ານ,​ຍ້ອງ​ຍໍ​ຝ່າຍ​ຈີນ​ທີ່​ໃຊ້​ພາ​ຫະ​ນະ​ຄົມ​ມະ​ນາ​ຄົມ​ທີ່​ທັນ​ສະ​ໄໝ​ທີ່​ສຸດ,​ອອກ​ແຮງ​ສຸດ​ຂີດ​ກອບ​ກູ້​ເຮືອ​ຫາ​ປາ​ແລະ​ຊາວ​ປະມົງ​ຫວຽດ​ນາມ​ທີ່​ປະ​ສົບ​ອັນ​ຕະ​ລາຍ,​ແລະ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ດ້ານ​ວັດ​ສະດຸ​ຈຳ​ນວນ​ຫຼວງ​ຫຼາຍ​​ແກ່​ພວກ​ເຂົາ​ເຈົ້າ.

ທ່ານ​ເຈິ​ນດຶກ​ເລື່ອງ ປະທານ​ປະ​ເທດ​ຫວຽດ​ນາມ,​ທ່ານ​ເລ​ຮຸຍ​ໂງ ປະ​ທານ​ຄະ​ນະ​ກຳ​ມະ​ການ​ຊີ້​ນຳ​ການ​ປ້ອງ​ກັນ​ນ້ຳຖ້ວມ​ສູນ​ກາງ​ຫວຽດ​ນາມ​ແລະ​ທ່ານ​ອື່ນໆ​ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ນຳ​ຝ່າຍ​ຈີນ​ທີ່​ກອບ​ກູ້​ຊາວ​ປະ​ມົງ​ຫວຽດ​ນາມ​ທີ່​ປະ​ສົບ​ລົມ​ໃຕ້​ຝຸ່ນ"​ເຈິ​ນຈູ່"​ຢ່າງ​ທັນ​ການ.