ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-25 16:25:08    
ຈີນ​ຈະ​ເພີ່ມ​ງົບ​ປະ​ມານ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ພື້ນ​ຖານ​ຢ່າງ​ຫຼວງ​ຫຼາຍ

cri

ຕາມ​ຂ່າວcri:​ໃນ5ປີ​ຂ້າງ​ໜ້າ​ນີ້,ຄະນະກຳມະການ​ມູນ​ນິທິ​ວິທະຍາສາດ​ທຳ​ມະ​ຊາດ​ແຫ່ງ​ຊາດ​ຈີນຈະ​ເພີ່ມ​ງົບປມານການ​ຄົ້ນ​ຄວ້າ​ວິທະຍາສາດ​ພື້ນຖານຢ່າງ​ຫຼວງ​ຫຼາຍ,ຈົນ​ລື່ນ​ກາຍ​ຍອດ​ມູນ​ຄ່າ​ຂອງ20ປີ​ທີ່​ຜ່ານ​ມາ,ບັນລຸ20ຕື້​ຢວນ.

ລັດຖະບານ​ຈີນ​ຕັ້ງມູນ​ນິທິ​ວິທະຍາສາດ​ທຳ​ມະ​ຊາດ​ແຫ່ງ​ຊາດ​ຈີນ​​ແມ່ນ​ຕັ້ງ​ຂຶ້ນເພື່ອ​ສະໜັບສະໜູນ​ການ​ຄົ້ນຄວ້າ​ວິທະຍາ​ຊາດ​ພື້ນຖານ,​ແຕ່​ຕັ້ງມູນ​ນິທິ​ນີ້​ຂຶ້ນ20ປີມາ​ນີ້,​ລວມທັງ​ໝົດໄດ້​ລົງທຶນ18ຕື້​ຢວນ,​ມີໂຄງການ​ຊ່ອຍ​ເຫຼືອ​ຫຼາຍ​ກວ່າ1​ແສນ​ໂຄງການ.

ວັນ​ທີ25 ພຶດສະພາ,​ໃນ​ກອງ​ປະຊຸມ​ເວທີ​ປາ​ໄສ​ວິທະຍາສາດ​ທີ່ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ທ່ານ​​ເສິນອີ້​ຢູ ປະທານຄະນະ​ກຳມະການ​ມູນ​ນິທິ​ວິທະຍາສາດ​ທຳ​ມະ​ຊາດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,​ໃນ5ປີ​ຂ້າງ​ໜ້າ​,ມູນ​ນິທິ​ນີ້​ນອກຈາກ​ຊ່ອຍ​ເຫຼືອ​ໂຄງການ​ຄົ້ນຄວ້າ​ວິທະຍາ​ຊາດ​ພື້ນຖານ​​ໝື່ນກວ່າ​ໂຄງການ​​ແລ້ວ,ຍັງ​ຈະ​ ​ບຳລຸງ​ສ້າງນັກວິທະຍາສາດ​ໜຸ່ມ,ດູດ​ດຶງ​ເອົານັກວິທະຍາສາດ​ຢູ່ຕ່າງປະ​ເທດ​ມາ​​ຄົ້ນຄວ້າ​ວິທະຍາສາດ​ພື້ນຖານຢູ່​ຈີນ.