ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-25 18:00:22    
[ເສົາ​ຊົງ​ຊັ່ງ​ຊ້າງ]

cri Author: lm

​ເສົາ​ຊົງ​ແມ່ນ​ລູກຊາຍຫຼ້າຂອງ​ໂຈ​ໂສ ​ເຈົ້າຊີວິດ​ລັດ​ເວິ້ຍ​ໃນ​ສະ​ໄໝ​ສາມ​ກົ໊ກ​ຂອງ​ຈີນ, ​​ເສົາ​ຊົງ​ເປັນ​​ເດັກ​ທີ່​ສະຫຼາດພິກ​ໄຫວ, ​ເມື່ອ​ອາຍຸ 5-6 ຂວບ​ກໍ​ມີ​ພູ​ມ​ປັນຍາ​ເທົ່າ​ກັບ​ຜູ່​​ໃຫຍ່​ແລ້ວ.

​ໃນ​ເວລາ​ເສົາ​ຊົງ​ອາຍຸ​ປະມານ 1​0 ປິ, ມີ​ເທື່ອ​ໜຶ່ງ, ຊຸນ​ກ່ວນ ​ເຈົ້າຊີວິດ​ລັດ​ອູ​ທີ່​ຢູ່​ພາກ​ໃຕ້​ຈີນ​ໄດ້​ສົ່ງ​ຊ້າງ​ໂຕ​ໜຶ່ງມາ​ໃຫ້​ໂຈ​ໂສ ​ເຈົ້າຊີວິດ​ລັດ​ເວິ້ຍ. ຊ້າງ​ດຳລົງ​ຊີວິດ​​ໃນ​ປ່າ​ເຂດ​ພາກ​ໃຕ້, ຄົນ​ພາກ​ເໜືອ​ບໍ່​ສູ່ມີ​ໂອກາດ​ໄດ້ເຫັນ​. ສະນັ້ນ ​ໂຈ​ໂສ​ຈຶ່ງພາ​​ລູກ​ຊາຍ​ທັງ​ຫຼາຍ​ແລະ​ເສ​ນາ​ບໍດີ​ໄປ​ເບິ່ງ​ນຳ​ກັນ.
ຄົນ​ທັງຫຼາຍ​ເບິ່ງ​​ໂຕຊ້າງທີ່​ໃຫຍ່​ມະຫຶມາ ​ທັງ​ລົມ​ກັນ, ​ໃຜໆ​ກໍ່​ຢາກ​ຮູ້ນ້ຳ​ໜັກ​ຂອງ​ມັນ​ມີ​ເທົ່າ​ໃດ, ​ແຕ່​ຢູ່ໃສ​ມີ​ຊັ່ງ​ໃຫຍ່​ປານນີ້​?

​ໂຈ​ໂສ​ກໍ່​ຢາກ​ຮູ້​ນ້ຳໜັກ​ຂອງ​ຊ້າງຫຼາຍ, ​​ເລີ​ຍ​ຖາມ​ຕໍ່​​ເສນາ​ບໍດີ​ທັງຫຼາຍ​ວ່າ: "ພວກ​ເຈົ້າ​ໃຜ​ມີ​ວິທີ​ຊັ່ງ​ຊ້າງ​ໂຕ​ນີ້​ໄດ້?"

​ເສນາ​ບໍດີ​ທັງຫຼາຍທີ່​ຕິດຕາມ​ໂຈ​ໂສ​ມາ​ເບິ່ງ​ຊ້າງ​ຕ່າງເບິ່ງ​ໜ້າ​ກັນ, ​ໃຜໆ​ກໍ່​ຄິດ​ຫາ​ວິ​ທີ​ບໍ່​ໄດ້. ​ໃນ​ເວລາ​ນັ້ນ, ​ເສົາ​ຊົງ​ໄດ້​​ເວົ້າຕໍ່​ໂຈ​ໂສ​ວ່າ: "ພະ​ບິດາ, ຂ້ານ້ອຍ​ມີ​ວິທີ​ໜຶ່ງ, ສາ​ມາດ​ຊັ່ງ​ນ້ຳໜັກ​ຂອງ​ຊ້າງ​ໂຕ​ນີ້​ໄດ້."

​ໂຈ​ໂສຊົງ​ຮູ້​ວ່າ​ເສົາ​ຊົງ​​ເປັນ​ເດັກສະຫຼາດ, ​ໃນ​ຍາມທຳ​ມະ​ດາ ກໍ​ຊົງ​ໂປດ​ເຂົາ​ທີ່​ສຸດ, ​ເລີຍ​ຊົງ​ກ່າວ​ວ່າ: "​ເຈົ້າ​ເວົ້າມາ​ເບິ່ງດູ, ​ໃຊ້​ວິທີ​ຫຍັງ​ຈຶ່ງ​ຈະ​ຊັ່ງນ້ຳໜັກ​ຂອງ​ຊ້າງ​ໃຫຍ່​ໂຕ​ນີ້​ໄດ້?"

​ເສົາ​ຊົງ​ເວົ້າວ່າ: "​ຈູງ​ຊ້າງ​ໂຕ​ນີ້​ລົງ​ເຮືອ​ລຳໃຫຍ່, ​ແລະ​​ໝາຍ​ເສັ້ນກິນ​ນ້ຳ​​ເລິກ​ຂອງ​ເຮືອ​​ໄວ້, ​ແລ້ວຈູງ​ຊ້າງ​ຂຶ້ນຝັ່ງ, ​ແລ້ວ​ຂົນເອົາ​ກ້ອນ​ຫີນ​ຈຳນວນ​ໜຶ່ງ​​ລົງ​ເຮືອ, ​ໃຫ້​ເຮືອ​ຈົມ​ລົງ​ຮອດ​ບ່ອນ​ທີ່​ຂີດ​ໝາຍ​​ໄວ້. ​ເມື່ອ​ຊັ່ງ​ນ້ຳໜັກ​ຂອງ​ກ້ອນ​ຫີນ​ເຫຼົ່ານີ້​ແລ້ວ ກໍ່​ຈະ​​ຮູ້​ວ່າ​ຊ້າງ​ໂຕ​ນີ້​ມີ​ນ້ຳ​ໜັກ​ເທົ່າ​ໃດ​ແລ້ວ."

​​ເມື່ອໂຈ​ໂສ​ຟັງ​ແລ້ວ ກໍ​ຊົງ​ສັນລະ​ເສີນ​ວ່າ: "​ໂອຍ ວິທີ​ນີ້​ດີ​ແທ້!"

​ໂຈ​ໂສ​ເລີຍ​ສັ່ງ​ໃຫ້​ຜູ່ອື່ນ​ກຽມ​ເຮືອ​ແລະ​ກ້ອນ​ຫີນ​ໄວ້, ​ເຮັດ​ຕາມ​ວິທີຂອງ​ເສົາ​ຊົງ, ບໍ່​ພໍ​ຄາວ​ກໍຊັ່ງ​ໄດ້​ນ້ຳໜັກ​ຂອງ​ຊ້າງ​ໂຕ​ນີ້​​​.

ພາຍຫຼັງມາ, ຄົນ​ທັງຫຼາຍ​ໄດ້​ໃຊ້​ນິທານ "​ເສົາ​ຊົງ​ຊັ່ງ​ຊ້າງ" ​ມາ​ສັນລະ​ເສີນ​ຜູ່​ໃດ​ຜູ່​ໜຶ່ງ​ສະ​ຫຼາດ​ກວ່າ​ຜູ່​ອື່ນ​​ແຕ່​ຍາມ​ຍັງນ້ອຍ.