ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-25 18:35:34    
ຈີນ​ຕັ້ງ​ໜ້າ​ເຮັດ​ວຽກ​ງານ​ປ້ອງ​ກັນ​ແລະ​ປິ່ນ​ປົວ​ວັນ​ນະ​ໂຣກ(ສຽງ)

cri Author: shuo

​​​​
ໃນ​ປະ​ຫວັດ​ສາດ,ວັນນະ​ໂຣກ​ເຄີຍ​ລະບາດ​ຢ່າງ​ກວ້າງຂວາງ​ໃນ​ທົ່ວ​ໂລກ,​​ແລະພາ​ໃຫ້​ຫຼາຍ ຮ້ອຍ​ລ້ານ​ຄົນ​ເສຍ​ຊີວິດ.​​ແຕ່​ຊຸມ​ປີ50​ສະຕະວັດ​ທີ20​ເປັນຕົ້ນມາ,ຄຽງຄູ່​ກັບຄວາມ​ກ້າວໜ້າ​ຂອງ​ແພດ​ສາດ​ແລະຢຸກຢາ​ພ້ອມ​ດ້ວຍການປົວ​ແປງ​ເງື່ອນ​ໄຂ​ສາທາລະນະ​ສຸກ​​​ໃຫ້​ດີ​ຂຶ້ນ,​ການ​ລະບາດວັນນະ​ໂຣກ​ໄດ້​ຮັບ​ການ​ຄວບ​ຄຸມ​ໄວ້​ໃນ​ລະດັບ​ໃດ​ໜຶ່ງ.​

ປະຈຸ​ບັບນີ້,ພໍ​ເວົ້າເຖິງ​ພະຍາດ​ຕິ​ດ​ແປດ,ຄົນ​ທັງຫຼາຍ​ຈະ​ຄິດ​ຮອດ​ພະຍາດໄຂ້ຫວັດ​ໃຫຍ່ຫຼື​ພະຍາດ​ຕັບ​ອັກ​ເສບ​ເປັນຕົ້ນ.​ແຕ່​ວ່າ,​ມີຄົນໜ້ອຍທີ່ສຸດທີ່ຈະ​ຄິດ​ຮອດ​ວັນນະ​ໂຣກ.ທີ່​ຈິງ​ແລ້ວ,ວັນນະ​ໂຣກ​ແມ່ນ​ພະ​ຍາດ​ຕິດ​ແປດ​ຊະນິດ​ໜຶ່ງ​ທີ່​ເກີດ​ຂຶ້ນຍ້ອນປອດຕິດ​ເຊື້ອ​ວັນນະ​ໂຣກ,ເຄີຍ​ລະບາດ​ຢູ່​ຈີນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ,​ໄດ້​ທຳລາຍ​ຄວາມ​ປ​ອດ​ໄພ​ດ້ານຊີວິດ​ຂອງ​ປະຊາ​ຊົນ​ຈີນຢ່າງ​ຮ້າຍ​ແຮງ.​ແຕ່​ຊຸມ​ປີ50​ຫາ​ຊຸມ​ປີ60​ສະຕະວັດ​ແລ້ວ​ນີ້,ລັດຖະບານ​ຈີນ​ໄດ້​ເພີ່ມທະວີ​ວຽກ​ງານ​ປ້ອງ​ກັນ​ແລະ​ປິ່ນປົວ​ວັນນະ​ໂຣກ,​ໃຊ້​ມາດ​ຕະການ​ປ້ອງ​ກັນ​ແລະ​ປິ່ນປົວ​ຢ່າງ​ຫຼວງຫຼາຍ,​ເຮັດ​ໃຫ້​ສະພາບ​ລະບາດ​ຂອງ​ວັນນະ​ໂຣກ​ໄດ້​ຮັບ​ການ​ຄວບ​ຄຸມໄວ້​ໃນ​ລະ ດັບ​ໃດ​ໜຶ່ງ.

ແຕ່ໃນບໍ່ເທົ່າໃດປີ​ມາ​ນີ້,ຍ້ອນ​ສາ​ເຫດ​ຕ່າງໆ,ວັນນະ​ໂຣກໄດ້ປະກົດມີ​ທ່ວງທ່າ​ລະບາດ​ຄືນ​​ໃໝ່​ຢູ່​ຈີນ.ທ່ານ​ວາງ​ຫຼົງ​ເຕີ ຮອງ​ລັດຖະມົນຕີ​ກະຊວງ​ສາ​ທາ​ລະ​ນະ​ສຸກ​ຈີນ​ເວົ້າ​ວ່າ:​"ປະ​ຈຸ​ບັນ​ນີ້,​ຢູ່​ຈີນ​ຄວນ​ເວົ້າ​ວ່າ,ວັນນະ​ໂຣກໄດ້ລະບາດຢ່າງຮ້າຍແຮງຫຼາຍ,ແລະ​ປະ​ເທດ​ພວກ​ເຮົາ​ແມ່ນ​ໜຶ່ງ​ໃນ22​ປະ​ເທດໃນ​ໂລກທີ່​ມີ​ການ​ຫາບ​ແບກ​ອັນ​ໜັກ​ໜາໃນດ້ານ​ວັນນະ​ໂຣກ,ຈຳ​ນວນ​ຜູ້​ຕິດ​ວັນນະ​ໂຣກ​ຂອງ​ຈີນ​ເປັນ​ທີ​ສອງ​ໃນ​ໂລກ ຄືພຽງ​ແຕ່​ໜ້ອຍ​ກວ່າ​ອິນ​ເດຍ​ທໍ່​ນັ້ນ."

ສະຖິຕິ​ຂອງ​ກະຊວງ​ສາທາລະນະ​ສຸກ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ,ປະຈຸ​ບັນ​ນີ້,ຢູ່ຈີນ​ມີ​ຜູ້​ຕິດ​ວັນ ນະ​ໂຣກປະມານ4​ລ້ານ5​ແສນ​ຄົນ,ກວມ​0,34%ຂອງຍອດ​ປະຊາກອນ​ທົ່ວ​ປະ​ເທດ.​ແຕ່​ລະ​ປີ,​ໃນ​ທົ່ວ​ປະ​ເທດ​ມີປະມານ1​ແສນ​3ໝື່ນ​ຄົນ​ຕາຍ​ຍ້ອນ​ວັນນະ​ໂຣກ,ຫຼາຍກວ່າ​ຍອດ​ຈຳ ນວນ​ຄົນ​ທີ່​ຕາຍ​ຍ້ອນ​ພະຍາດ​ຕິດ​ແປດ​ອື່ນ​ໆ.

​​ແຕ່​ຊຸມ​ປີ50​ສະຕະວັດ​ທີ20,ການ​ສັກຢາວັກແຊງກັນ​ວັນນະ​ໂຣກກໍໄດ້​ຖືກຈັດ​ເຂົ້າ​ໃນແຜນ ການ​ປ້ອງ​ກັນ​ພະຍາດ​​​ແຫ່ງ​ຊາດ​ຈີນ,​​ໄດ້ເຮັດເຖິງ​ຂັ້ນທີ່​ເດັກແດງໝົດ​ທຸກ​ຄົນພໍ​ເກີດ​ອອກ ມາ​ກໍ​ໄດ້ສັກ​ຢາວັກ​ແຊງ​ດັ່ງກ່າວ​ໃນ​ຂັ້ນພື້ນຖານ.ຄັນຊັ້ນ,​ເປັນ​ຫຍັງ​ຍັງ​ມີ​ຜູ້​ຕິດ​ວັນນະ​ໂຣກ ​ເພີ່ມ​ຂຶ້ນຫຼາຍປານ​ນັ້ນ?ຜູ້​ຊ່ຽວຊານ​ອະທິ​ບາຍ​ວ່າ,ການ​ສັກ​ຢາວັກ​ແຊງກັນ​ວັນນະ​ໂຣກພຽງ​ແຕ່​ປ້ອງ​ກັນ​ແລະ​ເຮັດ​ໃຫ້​ເດັກນ້ອຍ​ທີ່ຕິດ​ວັນນະ​ໂຣກນັ້ນຫຼຸດໜ້ອຍ​ລົງ​ທໍ່​ນັ້ນ,​​ບໍ່​ມີ​ບົດບາດ​ຫຍັງ​ໃນ​ການປົກ​ປ້ອງ​ຜູ້​ໃຫຍ່.ສະນັ້ນ,ມາດ​ຕະການ​ກົກ​ຮາກ​ກວ່າ​ໝູ່​ຂອງ​ການປ້ອງ​ກັນ​ວັນ ນະ​ໂຣກ​ແມ່ນຕັ້ງໜ້າ​ຄົ້ນພົບ​ແລະ​ປິ່ນປົວ​ຜູ້ຕິດ​ວັນນະ​ໂຣກປະ​ເພດ​ຕິດ​ແປດ​ນັ້ນ​ໃຫ້ຫາ​ຍ​, ຫຼຸດ​ແຫຼ່ງຕິດ​ແປດ​ໃຫ້​ໜ້ອຍ​ລົງ.

ສະນັ້ນ,ບາດກ້າວ​ທຳ​ອິດ​​ຂອງ​ການ​ປ້ອງ​ກັນ​ແລະ​ປິ່ນປົວ​ວັນນະ​ໂຣກ​ກໍແມ່ນ​ຕ້ອງຍົກອັດຕາ​ຄົ້ນພົບ​ຜູ້​ຕິດ​ວັນນະ​ໂຣກນັ້ນ​ໃຫ້​ສູງ​ຂຶ້ນ.​ເພື່ອ​ຊອກ​ຫາ​ຜູ້​ຕິດ​ວັນນະ​ໂຣກທີ່​ປະກົດ​ຕົວຢູ່​ທ້ອງ​ຖິ່ນ​ຕ່າງໆ,ລັດຖະບານ​ຈີນ​ໄດ້​ໃຊ້​ຫຼາຍມາດ​ຕະການ,​ເຊິ່ງລວມທັງການກໍ່​ສ້າງອຸປະກອນ ກວດກາ​ວັນນະ​ໂຣກ,ອົບຮົມ​ພະນັກງານ​ວິຊາ​ສ​ະ​ເພາະ,​ແລະ​ເພີ່ມທະວີ​ການໂຄສະນາ​ຄວາມ​ຮູ້​ຮອບ​ຕົວ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ປິ່ນປົວ​ວັນ​ນະ​ໂຣກ​ເປັນ​ຕົ້ນ.​ເດືອ​ນມັງກອນ​ປີ2004,ຈີນ​ໄດ້​ເລີ່​ມ​ໃຊ້​ລະບົບ​ລາຍ​ງານພະຍາດ​ຕິດ​ແປດທາງ​ອິນ​ເຕີ​ເນັດ ​ເຊິ່ງລວມທັງ​ວັນ ນະ​ໂຣກຢູ່​ທົ່ວ​ປະ​ເທດ.

ພ້ອມ​ກັນນັ້ນ,ລັດຖະບານ​ຈີນ​ຍັງ​ໄດ້​​ເບີກ​ເງິນ​ລາງວັນ​ໃຫ້​ນາຍໝໍ​​ຊົນນະ​ບົດ​ທີ່​ຄົ້ນພົບ​ຜູ້​ເປັນ​ວັນນະ​ໂຣກ,ສົ່ງ​ເສີມໃຫ້​ພວກ​ເຂົາ​ເຈົ້າລາຍ​ງານ​ຜູ້​ຖືກ​ສົງ​ໄສ​ເປັນ​ວັນນະ​ໂຣກ.ມາດ​ຕະການ​ລາຍ​ນີ້​ໄດ້​ຍົກ​​ຄວາມ​ຫ້າ​ວຫັນ​ຂອງນາຍ​ໝໍ​ຊົນນະບົດ​​ໃຫ້​ສູງ​ຂຶ້ນ​ໃນ​ການລາຍ​ງານ​ຜູ້​ເປັນ​ວັນ​ນະ​ໂຣກ,​ອັດ​ຕາ​ຄົ້ນພົບ​ຜູ້​ເປັນ​ວັນ​ນະ​ໂຣກ​ຂອງ​ຈີນ​ໄດ້​ສູງ​ຂຶ້ນຢ່າງ​ວ່ອງ​ໄວ.ປີ2003,ມີ​ແຕ່​39%​ທໍ່​ນັ້ນ,​ແຕ່​ຮອດປີ2005​ໄດ້​ສູງ​ຂຶ້ນຮອດ​ປະມານ79%.

ນອກຈາກ​ຍົກ​ອັດຕາ​ຄົ້ນພົບ​ຜູ້​ເປັນ​ວັນນະ​ໂຣກ​ໃຫ້​ສູງ​ຂຶ້ນ​ແລ້ວ,ມາດ​ຕະການ​ປ້ອງ​ກັນ​ວັນ ນະ​ໂຣກ​ທີ່ສຳຄັນ​ອີກ​ລາຍ​ໜຶ່ງ​​​ແມ່ນປິ່ນປົວ​ຜູ້​ເປັນ​ວັນນະ​ໂຣກ.

​ແຕ່​ປີ2001​ເປັນຕົ້ນມາ,ຈີນ​ໄດ້​ເລີ່​ມປະຕິບັດ​ນະ​ໂຍບາຍ​ກວດກາ​ແລະ​ປິ່ນປົວ​ວັນນະ​ໂຣກ​ຟີຼ​ເທື່ອ​ລະ​ກ້າວ​ໃນ​ທົ່ວ​ປະ​ເທດ,ສະໜອງ​ການ​ປິ່ນປົວ​ແລະ​ຢຸກຢາ​ໃຫ້​ຜູ້​ເປັນ​ວັນນະ​ໂຣກ​ໂດຍ​ບໍ່​ເກັບ​ຄ່າ.​ເພື່ອ​ຮັບປະກັນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ປິ່ນປົວ​ວັນນະ​ໂຣກ,​ແຕ່ລະ​ປີການ​ເງິນ​ສູນ​ກາງ​ຈີນຕ້ອງ​ລົງທຶນ40​ລ້ານ​ຢວນ​​ໂດຍ​ຈຳເພາະ​,​ແລະ​ໄດ້​ເພີ່ມ​ຂຶ້ນຮອດ​ປະມານ300​ລ້ານ​ຢວນ​ໃນ​ປີ​2004.​ເດືອນ​ມັງ​ກອນ​ປີ​2005,​ຈີນ​​ກໍ​ໄດ້​ເລີ່ມ​ໃຊ້​ລະ​ບົບ​ຂໍ້​ມູນ​ຂ່າວ​ສານ​ຄຸ້ມ​ຄອງ​ວັນ​ນະ​ໂຣກ,​ແລະ​ໄດ້​ສ້າງ​ຕັ້ງ​ທະ​ນາ​ຄານ​ຂໍ້​ມູນ​ຂ່າວ​ສານ​ສຳ​ເນົາຂອງ​ຜູ້​ເປັນ​ວັນນະໂຣກທີ່​ໄດ້​ຄົ້ນພົບທັງ​ໝົດ.​ເມື່ອ​ໃຊ້​ລະ​ບົບ​ນີ້​ແລ້ວ,​ພາກ​ສ່ວນ​ສາທາລະນະ​ສຸກ​ຂອງ​ຈີນ​ສາມາດ​ຕິດ​ຕາມ​ປິ່ນ​ປົວ​ຜູ້​ເປັນ​ວັນນະ​ໂຣກທີ່​ເຄື່ອນ​ທີ່.

​ໃນ​ເວລາ​ປິ່ນປົວ,ຈີນ​​ໄດ້​ໃຊ້​ວິທີ​ທີ່​ສະ​ເໜີ​ໂດຍ​ອົງການ​ອະນາ​​ໄມ​ໂລກ,​ເຊິ່ງມີຈຸດ​ພິ​ເສດ​ຕົ້ນຕໍ ແມ່ນຜູ້​ເປັນ​ວັນນະ​ໂຣກຕ້ອງ​ກິນ​ຢາ​ປົວ​ວັນນະ​ໂຣກຢູ່​ຕໍ່ໜ້າ​​ຜູ້​ຕິດຕາມ​ຊີ້​ນຳ.ນາງ​ຊິ່ວຊຸ້ຍລີ້​ແມ່ນ​ນາຍ​ໝໍຂອງຫ້ອງ​​ແຍກ​ທາດ​ວັນນະ​ໂຣກຂອງ​ໂຮງໝໍ​ແຫ່ງ​ໜຶ່ງທີ່ປັກ​ກິ່ງ,ນາງ​ຍັງ​ເປັນ​ຜູ້​ຕິດຕາມ​ຊີ້​ນຳ​ການ​ປິ່ນປົວ​ວັນນະ​ໂຣກ.ນາງ​ເວົ້າວ່າ:"ຂ້າ​ພະ​ເຈົ້າຮຽກຮ້ອງ​ໃຫ້​ຜູ້​ເປັນວັນ ນະ​ໂຣກ​ມາ​ກິນ​ຢາ​ຢູ່​ຫ້ອງ​ປ້ອງ​ກັນ​ວັນ​ນະ​ໂຣກ​ທຸກ​ມື້,​ແລະ​ຂ້າ​ພະ​ເຈົ້າ​ຕ້ອງ​ເຫັນ​ພວກ​ເຂົາ​ເຈົ້າກິນ​ຢາ​.ຖ້າເຊົາ​ກິນ​ຢາ,ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ອາການ​ພະຍາດໜັກໜ່ວງ​ກວ່າ​ເກົ່າທໍ່​ນັ້ນ,​ຍັງ​ອາດ​ຈະ​ເຮັດ​ໃຫ້​ເຂົາກິນ​ຢາ​ອື່ນ​ກໍ​ບໍ່ມີ​ຜົນຫຍັງ."

ກໍ​ຄື​ທ່ານ​ນາງ​ຊິ່ວຊຸ້ຍລີ້​ເວົ້ານັ້ນ,ຂໍ້ສຳຄັນກວ່າ​ໝູ່​ໃນ​ການ​ປິ່ນປົວ​ຜູ້​ເປັນ​ວັນນະ​ໂຣກ​ແມ່ນ​ເຊົາ​ກິນ​ຢາ​ບໍ່​ໄດ້.​ໄລຍະປິ່ນປົວ​ວັນນະ​ໂຣກຂ້ອນ​ຂ້າງ​ຍາວນານ​,ທຳ​ມະ​ດາ​ແລ້ວ​ຕ້ອງ​ກິນ​ເວລາ​ປະມານ​ເຄິ່ງປີ,​​ໃນໄລຍະ​ນີ້​ຖ້າເຊົາ​ກິນ​ຢາພຽງ​ແຕ່​ຈັກ​ເທື່ອສອງ​ເທື່ອທໍ່​ນັ້ນ,ກໍ​ອາດ​ຈະ​ບໍ່​ໄດ້ ຜົນ.​ສຳ​ລັບ​ຜູ້​ເປັນ​ວັນນະ​ໂຣກທຳ​ມະ​ດາ,ການ​ປິ່ນປົວ​ເຄິ່ງປີ​ພຽງ​ແຕ່​ເສຍ​ຄ່າ​ຢາ​ຫຼາຍ​ຮ້ອຍ​ຢວນ​ທໍ່​ນັ້ນ,​ແຕ່​ເວົ້າ​ສຳ​ລັບ​ຜູ້​ເປັນ​​ວັນນະ​ໂຣກທີ່​ກິນ​ຢາ​ບໍ່​ໄດ້ຜົນ,ການ​ປິ່ນປົວ​ກໍລຳ​ຄານ​ຫຼາຍ,​ຄ່າ​ຢາ​ຢ່າງ​ໜ້ອຍ​ກໍ​ຕ້ອງ​ການ​ຫຼາຍ​ໝື່ນ​ຢວນ.​ປະ​ຈຸ​ບັນ​ນີ້,ຜູ້​ເປັນ​ວັນ​ນະ​ໂຣກ​ທີ່​ກິນ​ຢາ​ບໍ່​ໄດ້​ຜົນ​ຂອງ​ຈີນ​ກວມ​ປະ​ມານ​1​ສ່ວນ​4​ຂອງ​ໂລກ,​ສະ​ນັ້ນ,ພາກ​ສ່ວນ​ສາ​ທາ​ລະ​ນະ​ສຸກ​ຂອງ​ຈີນ​ຫວັງ​ໃຫ້ປ່ຽນ​ແປງ​ສະ​ພາບ​ດັ່ງ​ກ່າວ​​​ໂດຍ​ຜ່ານ​ຈາກ​ການ​ເຜີຍ​ແຜ່​ລະ​ບອບ​ຜູ້​ຕິດ​ຕາມ​ຊີ້​ນຳ​ການ​ປິ່ນປົວ​ພະຍາດ.

​​ເມື່ອ​ເບິ່ງ​ໃນ​ດ້ານ​ກວມ​ລວມ​ແລ້ວ​ເຫັນ​ວ່າ,ຄຽງ​ຄູ່​ກັບ​ລັດຖະບານ​ຈີນ​ນັບ​ມື້​ນັບ​ເອົາ​ໃຈ​ໃສ່​ນຳ ການ​ປ້ອງ​ກັນ​ແລະ​ປິ່ນປົວ​ວັນນະ​ໂຣກ,ສະພາບ​ການ​ປ້ອງ​ກັນ​ແລະ​ປິ່ນປົວ​ວັນນະ​ໂຣກຂອງ​ຈີນ​ໄດ້​ປົວ​ແປງ​ໃຫ້​ດີ​ຂຶ້ນຢ່າງ​ເດັ່ນຊັດ.ຮອດ​ທ້າຍ​ປີ2005,ອັດຕາ​ປົວ​ຫາຍຂອງ​ຜູ້​ເປັນ​ວັນ ນະ​ໂຣກປະ​ເພດຕິດ​ແປດ​ທີ່​​ເພີ່ມ​ໃໝ່​ຂອງ​ຈີນ​ໄດ້​ບັນລຸ91%,ຜົນງານ​ດັ່ງກ່າວ​ໄດ້​ຮັບ​ຄວາມ​ຢືນຢັນ​ຈາກ​ອົງການ​ອະນາ​ໄມ​ໂລກ.