ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-26 10:43:38    
ຈີນ​ອາ​ເມ​ລິ​ກາ​ເລີ່ມ​ປະ​ຕິ​ບັດ​ໂຄງ​ການ​ຮ່ວມ​ມື​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຢູ່​ດ່ານ​ພາ​ສີ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ25​ພຶດສະພາ,ຢູ່​ທີ່​ປັກ​ກິ່ງ,ກົມ​ໃຫຍ່​​ພາສີ​ຈີນ​ກັບ​ກົມ​ພັດ​ທະ​ນາ​ການ​ຄ້າ​ອາ​ເມ​ລິ​ກາ​ໄດ້​ຈັດ​ພິທີ​ລົງ​ນາມ​​ໃນໂຄງການ​ຮ່ວມ​ມຶປົກ​ປ້ອງສິດ​ຊັບ​ສິນ​ທາງ​ປັນ​ຍາ.

ຕາມ​ການຈັດ​ວາງ​ຂອງ​ໂຄງການ,ລັດຖະບານ​ຈີນ​ແລະ​ອາ​ເມ​ລິ​ກາ​ຈະ​ແຕ່ງ​ຜູ້​ຊ່ຽວຊານ​ດ້ານ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ,​ແນະນຳ​ກະຕິ​ກາສາ​ກົນ​ກ່ຽວກັບ​ການ​ປົກ​ປ້ອງສິດ​ຊັບ​ສິນ​ທາງ​ປັນຍາ​ຢ່າງ​ເປັນ​ລະບົບ​ຕໍ່​​ຊັ້ນຄຸ້ມ​ຄອງ​ດ່ານ​ພາສີ​ແລະພະນັກງານ​ແນວ​ໜ້າ​ດ່ານ​ຢູ່ ພາສີ​ຊາຍ​ແດນຂອງ​ຈີນ;ຜູ້​ແທນ​ຂອງ​ວົງ​ການ​ວິ​ສາ​ຫະກິດ​ທີ່​ກ່ຽວຂ້ອງ​ກໍ​ມີ​ໂອກາດ​ສົນ​ທະ​ນາ​ໂດຍ​ກົງ​ກັບ​ພະນັກງານ​ດ່ານ​ພາສີ​ຈີນ​ກ່ຽວ​ກັບ​ບັນຫາປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ຜະລິດ​ຕະພັນ​ຮູບ​ປະ​ທຳຢູ່​ຊາຍ​ແດນ.

​ໃນ​ພິທີ​ລົງ​ນາມ,ທ່ານ​ຊຸ່ນຊົ່ງຜູ ຮອງ​ຫົວໜ້າ​ກົມ​ໃຫຍ່​​ພາສີ​ຈີນ​ກ່າວ​ວ່າ,ດ່ານ​ພາສີ​ຈີນ​ເອົາ​ໃຈ​ໃສ່​​ໃນ​ລະດັບ​ສູງ​ນຳວຽກ​ງານ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​,​ໄດ້ສຸມ​ກຳລັງ​ເຂົ້າ​ໃນການ​ປົວ​ແປງ​ກົດໝາຍ​ກົດ​ບັນຍັດກ່ຽວກັບ​ການປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ໃຫ້​ດີ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ.