ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-26 10:50:43    
ຈີນ​ອາ​ເມ​ລິ​ກາ​ຈະ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ລັກສະນະ​ສ້າງ​ສັນ

cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 25 ພຶດສະພາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ຢາງ​ເຈ​ສື ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​​ແລະ​ທ່ານ​ເຮີ​ຢ້າ​ເຟ່ ຜູ່​ຊ່ອຍ​​ລັດຖະມົນຕີ​ກະ​ຊວງ​ການ​ຕ່າງປະ​ເທດຈີນ​ຕ່າງ​ໄດ້​ພົບ​ປະ​ທ່ານ​​ຮິ​ວ ຜູ່​ຊ່ອຍ​​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາທີ່​ມາ​ຢາມ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ແລະ​ບັນຫາ​ອື່ນໆ​ທີ່​ສອງ​ຝ່າຍສົນ​ໃຈ​ນຳ​ກັນ.

ສອງ​ຝ່າຍ​ກ່າວ​ວ່າ​ຈະ​ພ້ອມ​ກັນ​ພະຍາຍາມ, ຕັ້ງໜ້າປະຕິບັດ​​ຄວາມ​ຮັບຮູ້​ຄື​ກັນທີ່​ສຳຄັນ​ທຸກ​ລາຍ​ທີ່​ທ່ານ​ຫູ​ຈີນ​ທ່າວ​ຕົກລົງ​ກັນກັບ​ທ່ານ​ບຸ​ສ໌ ປະທານາທິບໍດີ​ອາ​ເມ​ລິ​ກາໃນ​​ເວລາ​ທ່ານ​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ​ເມື່ອ​ເດືອນ​ເມສາ, ຊຸກຍູ້​ການ​ພົວພັນ​ທີ່​ມີ​ລັກສະນະ​ສ້າງສັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ.
ທ່ານ​ຮິ​ວ​ໄດ້​ມາ​ຢ້ຽມຢາມ​ຈີນ​ໃນວັນ​ທີ ​ແລະ ຫາ 25 ພຶດສະພາ, ທ່ານ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ແລະ​ຮອບດ້ານ​ກັບ​ທ່ານ​ອູ​ຕ້າ​ເຫວີຍ ຮອງ​ລັດຸ​ຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່ຽວ​ກັບ​ບັນຫາ​ການ​ເຈລະຈາ6​ຝ່າຍ​ຂອງ​ບັນຫາ​ນີວ​ເຄຼຍ​ແຫຼມ​ເກົາຫຼີ.