|
 |
(GMT+08:00)
2006-05-26 16:22:05
|
 |
ເຂດໃນຈີນເປີດສາຍ ດ່ວນໃຫ້ຄຳປຶກສາສາຍທຳອິດ ແກ່ຊາວຕ່າງ ປະເທດແລະຊາວຮົງກົງ ມາກາວແລະໄຕ້ຫວັນ
cri
Author: sayvanny
ຕາມຂ່າວສານຊີນຮວາ: ວັນທີ 26 ພຶດສະພາ ສາຍດ່ວນບໍລິການຂໍ້ມູນຂ່າວສານຕໍ່ຕ່າງປະເທດຂອງຊຽງໄຮ້ເລກຫມາຍ 962288 ໄດ້ເປີດຢ່າງເປັນທາງການ,ນີ້ແມ່ນສາຍດ່ວນຕະຫລອດ 24 ຊົ່ວໂມງສາຍທຳອິດຂອງເຂດໃນຈີນທີ່ໃຫ້ການບໍລິການໃຫ້ຄຳປຶກສາດ້ານຂໍ້ມູນຂ່າວສານໂດຍຟີແກ່ຊາວຕ່າງ ປະເທດ ພີ່ນ້ອງຮ່ວມຊາດຂອງຮົງກົງ ມາກາວແລະໄຕ້ຫວັນ.
ປັດຈຸບັນ, ສາຍດ່ວນດັ່ງກ່າວໄດ້ສະຫນອງການບໍລິການດ້ວຍພາສາອັງກິດ ພາສາຈີນກາງແລະພາສາກວງຕຸ້ງ.ຜ່ານຈາກການໂທເລກຫມາຍດັ່ງ ກ່າວ, ຊາວຕ່າງປະເທດແລະພີ່ນ້ອງຮ່ວມຊາດຮົງກົງ ມາກາວແລະໄຕ້ຫວັນກໍ່ຈະຮູ້ຂໍ້ມູນຂ່າວສານສິບກວ່າດ້ານຂອງຊຽງໄຮ້ຄື ການບໍລິການຊີວິດການເປັນຢູ່ ວັດທະນະທຳກ່ານລື້ນເລິງ ການສຶກສາການປິ່ນປົວພະຍາດ ເສດຖະກິດການຄ້າ ວຽກງານກັບຕ່າງປະເທດ ການຢູ່ການປະກອບອາຊີບ ຄົມມະນາຄົມການທ່ອງທ່ຽວແລະງານເອັກສໂປໂລກຊຽງໄຮ້ປີ 2010 ເປັນ ຕົ້ນ.ສາຍດ່ວນດັ່ງກ່າວຍັງຈະສະຫນອງການບໍລິ ການຊື້ປີ້ຕ່າງໆຂອງຊຽງໄຮ້.
|
|
|