ແຕ່ເດືອນມັງກອນຮອດເດືອນເມສາ, ຜົນກຳໄລອຸດສາຫະກຳຈີນໄດ້ເພີ່ມຂຶ້ນ 22%
cri
Author: min
ຕາມຂ່າວສານຊິນຮວາ: ວັນທີ 26 ພຶດສະພາ, ກົມສະຖິຕິແຫ່ງຊາດຈີນໄດ້ປະກາດບົດລາຍງານສະພາບການປະຈຳເດືອນ, ສະແດງໃຫ້ເຫັນວ່າ, ແຕ່ເດືອນມັງກອນຮອດເດືອນເມສາ, ວິສາຫະກິດອຸດສາຫະກຳທີ່ມີຂະໜາດຂອງຈີນໄດ້ສ້າງຜົນກຳໄລເກືອບ 480 ຕື້ຢວນ,ເພີ່ມຂຶ້ນ 22% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
ບົດລາຍງານສະແດງໃຫ້ເຫັນວ່າ, ຂະແໜງການຕ່າງໆເຊັ່ນ ການຂຸດຄົ້ນນຳມັນເຊື້ອໄຟແລະອາຍແກສ໌ທຳມະຊາດ, ການຫຼໍ່ຫຼອມໂລຫະມີສີ, ການຜະລິດເຄື່ອງປະກອບຄົມມະນາຄົມຂົນສົ່ງ, ຂະແໜງການພະລັງງານໄຟຟ້າແລະໂທລະຄົມເອເລັກໂຕຼນິກໄດ້ສ້າສງຜົນກຳໄລເພີ່ມຂຶ້ນອ່າວຫຼາຍ, ຜົນກຳໄລຂອງຂະແໜງການຂາງແລະເຫຼັກກ້າ, ອຸດສາຫະກຳເຄມີ, ແລະໃຍທຽມເປັນຕົ້ນໄດ້ຫຼຸດໜ້ອຍລົງ, ຂະແໜງການປຸງແຕ່ງນ້ຳມັນເຊື້ອໄຟແລະເຜົາເອົາຖ່ານກົກໄດ້ຂາດທຶນ. ໃນວິສາຫະກິດອຸດສາຫະກຳທີ່ມີຂະໜາດ, ວິສາຫະກິດເອກະຊົນໄດ້ສ້າງຜົນກຳໄລເພີ່ມຂຶ້ນຫຼາຍກວ່າໝູ່, ຄື ໄດ້ເພີ່ມຂຶ້ນ 47%.
ວິສາຫະກິດອຸດສາຫະກຳທີ່ມີຂະໜາດລວມທັງລັດວິສາຫະກິດທັງໝົດແລະວິສາຫະກິດທີ່ບໍ່ແມ່ນຂອງລັດທີ່ມີລາຍໄດ້ຈຳໜ່າຍຜະລິດຕະພັນ 5 ລ້ານຢວນຂຶ້ນໄປຕໍ່ປີ.
|
|