ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-26 20:53:43    
ລາຍການ​ກິລາ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຂອງ​ຈີນ​​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຫຼາຍ(ສຽງ)

cri Author: lm

ສະບາຍດີ​ທ່ານ​ຜູ່ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ໂລກ​ກິລາ. ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ຄັ້ງທີ 20 ທີ່​ຈັດ​ຂຶ້ນຢູ່​ທີ່​ຕູຣິນ​ແຫ່ງ​ອີ​ຕາ​ລີ​ເປັນ​ເວລາ 17 ມື້ນັ້ນ ​ໄດ້​ສິ້ນ​ສຸດ​ລົງ​​ໃນ​ວັນ​ທີ 26 ກຸມພາ​ເວລາ​ທ້ອງ​ຖິ່ນ. ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ຄັ້ງນີ້, ລາຍ​ການ​ກິ​ລາ​ລະດູ​ໜາວ​ຂອງ​ຈີນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ປະຈັກ​ຕາ​ຊາວ​​ໂລກ​ອັນ​ໃດ​ແດ່? ​ໃນ​ລາຍການ​ໂລກ​ກິລາ​ພາກ​ນີ້, ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ປະກອບສຽງທີ່​ພາດ​ຫົວ​ເລື່ອງ​ວ່າ: "ລາຍການ​ກິລາ​ງານ​ກິລາ​ໂອ​ລິ​ມປິກລະດູ​ໜາວຂອງ​ຈີນ​​ໄດ້​ຮັບຄວາມ​ຄືບ​ໜ້າ​ຫຼາຍ".

​ແນ່ນອນ​ແລ້ວ ການ​ຊັ່ງຊາໝາກຜົນ​ແລະ​ລະດັບຂອງ​ນັກ​ກິລາຫຼືທີ​ມກິລາ​​ໃດ​ໜຶ່ງ​ແມ່ນ​ຢູ່​ນຳ​ວ່າຫຼຽນຄຳທີ່​ໄດ້​ນັ້ນຫຼາຍຫຼືໜ້ອຍ, ​ໂດຍ​ສະ​ເພາະ​ແມ່ນຫຼຽນຄຳ​ງານ​ກິລາ​ໂອລິ​ມປິກ. ​ແຕ່​ວ່າ ​ໃນ​ຫຼາຍ​ກໍ​ລະ​ນີ, ຫຼຽນຄຳ​ກໍ່​ບໍ່​ສາມາດ​ກວມ​ເອົາ​ຄວາມ​ໝາຍ​ໄດ້​​ໃນ​ດ້ານຕ່າງໆ. ​ໃນ​ງານ​ກິ​ລາ​ໂອ​ລິ​ມປິກ​ລະດູ​ໜາວ​ຕູຣິນຄັ້ງທີ 20, ​ເຖິງ​ວ່າຄະນະ​ນັກ​ກິລາ​ຈີນ​ຊີງ​ໄດ້​ຫຼຽນ​ຄຳບໍ່​ຫຼາຍ​ໃນ​ຫຼາຍລາຍການ​ກິລາ​ກໍ່ຕາມ, ​ແຕ່​ໝາກຜົນທີ່​ພວກ​ເຂົາ​ເຈົ້າຍາດ​ມາ​ໄດ້​ນັ້ນ ກໍ່​ສ່ອງ​ແສງ​ເຖິງ​ຄວາມ​ຄືບ​ໜ້າ​ອັນ​ໃຫຍ່ຫຼວງທີ່​ຈີນ​ຍາດ​ມາ​ໄດ້​ໃນ​ລາຍການ​ກິລາ​ລະ​ດູ​ໜາວ.

​ເວົ້າສຳລັບ​ຈີນ​ແລ້ວ, ​ໃນ​ລາຍການ​ກິລາ​ລະດູ​ໜາວ​, ການ​ແຂ່ງຂັນ​ກິລາຫິມະມີ​ຄວາມ​ກ້າວ​ໜ້າ​ຢ່າງ​ວ່ອງ​ໄວ. ລາຍການ​ໄຕ່​ສະ​ກີ​ລວດລາຍ​ກາງ​ອາກາດ​ຖືກ​ຈັດ​ເຂົ້າ​ ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​​ປີ 1994, ​​ແຕ່ໃນ​ງານ​ກິລາ​ໂອ​ລິ​ມປິກ​​ລະດູໜາວ​ນາ​ກາ​ໂນ​ທີ່​ຈັດ​ຂຶ້ນ​​ເມື່ອ​ປີ 1998, ນາງ​ສີ​ນານ​ນານ ນັກ​ກິລາ​ຈີນ​ກໍຊີງ​ໄດ້ຫຼຽນ​ເງິນ​​ແລ້ວ, ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ຕູຣິນປີ​ນີ້, ນາງ​ລີ​ນີນາ ນັກ​ກິລາ​ຈີນ​ຊີງ​ໄດ້ຫຼຽນ​ເງິນ​ລາຍການ​ແຂ່ງຂັນ​ດັ່ງກ່າວອີກ, ສ່ວນ​ທ້າວ​ຫານ​ສຽວ​ເຜິ​ງຍິ່ງ​ຊີງ​ໄດ້ຫຼຽນຄຳ ​ເຊິ່ງ​ແມ່ນຫຼຽນຄຳຫຼຽນທຳ​ອິດ​ຂອງ​ຈີນ​ໃນ​ລາຍການ​ແຂ່ງຂັນ​ຢູ່​ເທິງ​ຫິມະ​​​ແລະ​ລາຍການ​ແຂ່ງຂັນເພດ​ຊາຍໃນ​ງານ​ກິລາ​ໂອ​ລິ​ມປິກ​ລະ​ດູ​ໜາວ.

​ໃນບາງ​ລາຍການ​ກິລາ​ລະດູ​ໜາວ, ຈີນ​ແມ່ນ​ເຂົ້າຮ່ວມ​ການ​ແຂ່ງຂັນ​​ເປັນ​ຄັ້ງທຳ​ອິດ​ໃນ​ງານ​ກິ​ລາ​ໂອ​ລິ​ມປິກ​ລະດູ​ໜາວ​, ​​ໃນ​ຂະ​ບວນການ​ພັດທະນາ​ຂອງ​ລາຍການ​ກິລາ​ເຫຼົ່າ​ນີ້, ກໍ່​ມີ​ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ຕື່ນ​ເຕັ້ນ. ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ຄັ້ງນີ້, ທີ​ມ​ໄຕ່​ສະ​ກີ​ລາຍການ​ແປ້ນ​ຫິມະຂອງ​ຈີນ​ທີ່​ເຂົ້າຮ່ວມ​ການ​ແຂ່ງຂັນ​ເທື່ອ​ທຳ​ອິດ​ໄດ້​ເຂົ້າຮ່ວມການ​ແຂ່ງ​ຂັນ​ພຽງ​ແຕ່​ລາຍການ​ແປ້ນ​ຫິມະ​​ແລ່ນ​ຕາມ​ຮອງ​ຮູບ​ໂຕ​ຢູູ້(U)​ເພດ​ຍິງ​ທໍ່​ນັ້ນ, ​ເຖິງ​ວ່າ​ໃນ​ທີ່​ສຸດ​ນັກ​ກິລາ​ສອງ​ຄົນ​ທີ່​ເຂົ້າຮ່ວມ​ການ​ແຂ່ງຂັນບໍ່​ໄດ້​ເຂົ້າຮອບ​ຊີງ​ຊະນະ​ເລີດ​ກໍ່ຕາມ, ​ແຕ່​ວ່າ ຈີນ​ພັດທະນາລາຍການ​ກິລາດັ່ງກ່າວມາພຽງ​ແຕ່ 2 ປີ​ກວ່າເທົ່າ​ນັ້ນ, ກໍ​ຍາດໄດ້​ຜົນ​ງານ​ຄື​ແນວ​ນີ້​ກໍ່​ດີ​ສົມ​ຄວນ​ແລ້ວ. ທ່ານ​ຖຽນ​ໂຢວໜຽນ ຫົວໜ້າ​ທີມ​ໄຕ່​ສະ​ກີລາຍ​ການ​ແປ້ນ​ຫິ​ມະ​ຂອງ​ຈີນ​ເວົ້າວ່າ: ພວກ​ຂ້າພະ​ເຈົ້າໃຊ້​ເວລາ​ພຽງ​ແຕ່ 2 ປີກ​ວ່າ ກໍ່​ຍາດ​ໄດ້​ຜົນ​ງານ​ເຖິງ​ລະ​ດັບ​ນີ້, ​ໄດ້​ເຮັດ​ໃຫ້ທົ່ວວົງ​ການ​ໄຕ່​ສະ​ກີ​​ໂລກ​ໃສ່​ໃຈ​ນຳ​ດ້ວຍ​ສາຍ​ຕາ​ໃໝ່​ແລ້ວ. ​ເດືອນ​ມິຖຸນາ​ປີ​ກາຍ​ນີ້, ພວກ​ຂ້າພະ​ເຈົ້າ​ໄປ​ຝຶກ​ແອບ​ຢູ່​ຕ່າງປະ​ເທດ, ຄູ​ຝຶກ​ກາ​ນາ​ດາ​ຜູ່​ໜຶ່ງ​ໄດ້​ໃຫ້​ກຳລັງ​ໃຈ​ພວກ​ຂ້າພະ​ເຈົ້າ ​ໂດຍ​ກ່າວ​ວ່າ, ທ່ານ​ເອງ​​ເຄີຍ​ເຫັນ​ນັກ​ກິລາ​ດີ​ເດັ່ນ​ຫຼາຍ​ຄົນ, ​ແຕ່​​ໃນ​ທີ​ມກິລາ​ຂອງ​ຈີນ​​ມີ​ນັກ​ກິລາ​ດີ​ເດັ່ນຫຼາຍໆ​ຄົນ, ທ່ານ​ເອງ​ໄດ້​ເຫັນ​ໜ້ອຍ​ແລະ​ຮູ້​ສຶກ​ຕື່ນ​ຕົກ​ໃຈຫຼາຍ.

ທ່ານ​ຖຽນ​ໂຢວໜຽນ​ແນະນຳ​ວ່າ,  ຄື​ທີ​ມຈີນ​ນີ້ ນັກ​ກິລາ​ໄດ້​ຝຶກ​ລາຍການ​​ແປ້ນ​ຫິ​ມະ​ພຽງ 2 ປີ​ກໍ່​​ໄດ້​ຄຸນ​ວຸດ​ທິເຂົ້າຮ່ວມ​ການ​ແຂ່ງຂັນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ ນີ້​ແມ່ນ​ເລື່ອງ​ອັດສະຈັນ; ຄູ​ຝຶກ​ຕ່າງປະ​ເທດຫຼາຍຄົນ​ລ້ວນ​ແຕ່ເຫັນວ່າ, ນັກ​ກິລາ​ຫຼິ້ນ​ແປ້ນ​ຫິມະຜູ່​​ໃດ​ຖ້າບໍ່​ມີປະສົບ​ການຝຶກ​ແອບ 5 ປີ​ຂຶ້ນ​ໄປ, ກໍ່​ບໍ່​ອາດ​ມີ​ຄຸນ​ວຸດ​ທິ​ເຂົ້າຮ່ວມ​ການ​ແຂ່ງຂັນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ໄດ້, ​​ແລະທີ່​ຈິງ​ແລ້ວ, ນັກ​ກິລາ​ທີ່​ເຂົ້າຮ່ວມ​ການ​ແຂ່ງຂັນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ຕູ​ຣິນ​ເທື່ອ​ນີ້ ສ່ວນຫຼາຍ​ແມ່ນ​ນັກ​ກິລາ​ອ​າວຸ​ໂສທີ່ໄດ້​ຝຶກ​ແອບ​ມາປະມານ 10 ປີ​ແລ້ວ.

​ໃນ​ລາຍການ​ໄຕ່​ສະ​ເກັດ​ລວດລາຍ, ຈີນ​ເຄີຍ​ຊີງ​ໄດ້ຫຼຽນທອງ​ເພດ​ຍິງ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະດູ​ໜາວ​ທີ່​ຈັດ​ຂຶ້ນຢູ່​ທີ່​ນາ​ກາ​ໂນ​​ເມື່ອ​ປີ 1998, ​ແລະ​ຊີງ​ໄດ້ຫຼຽນທອງ​​ໄຕ່​ສະ​ເກັດ​ຄູ່​ລວດລາຍ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ທີ່​ຈັດ​ຂຶ້ນຢູ່​ເມືອງ​ຊອນ​ເລກ​ເມື່ອ​ປີ 2002. ​ເທື່ອ​ນີ້ຢູ່​ຕູຣິນ, ​ເຖິງ​ວ່າ​ນັກ​ກິລາ​ຈີນ​ຊີງ​ແຊມ​ປຽນ​ບໍ່​​ສຳ​ເລັດ​ຜົນ​ກໍ່ຕາມ, ​ແຕ່​ນັກ​ກິລາ​ຈີນ​ສາມ​ຄູ່​ຕ່າງ​​ເປັນ​ທີ 2 ທີ 3 ​ແລະ​ທີ 4, ທ່າ​ແຮງ​ຂອງ​ທີ​ມພົ້ນ​ເດັ່ນທີ່​ສຸດ. ຍິ່ງ​ເຮັດ​ໃຫ້​ຄົນ​ຕື້ນ​ຕັນ​ໃຈນັ້ນ​ແມ່ນ ທ້າວ​ຈ້າວ​ຫົງ​ປໍ ​ແຊມ​ປຽນ​​ໄຕ່​ສະ​ເກັດຄູ່ລວດລາຍ​ໄດ້​​ບາດ​ເຈັບ​ເອັນ​ສົ້ນຂາ​ແຕກ​ກ່ອນ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ຕູຣິນຍັງ​ເຫຼືອ 6 ​ເດືອນ, ​ແລະ​ຟື້ນ​ຟູ​ການ​ຝຶກ​ແອບ​ເປັນ​ເວລາ​ພຽງ 3 ​ເດືອນ ກໍ່​ພ້ອມ​ກັບ​ນາງ​ເຊິ​ນ​ເສ ຄູ່​ຮ່ວມ​ມື​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ, ທັງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຂອງ​ຄວາມເຈັບ​ປ່ວຍ ຊີງ​ໄດ້​ຫຼຽນ​ທອງ​ໃນ​ທີ່​ສຸດ; ນາງຈ່າງ​ຕ່າ​ນ ນັກ​ກິລາ​ໜຸ່ມ​ຂອງຈີນກໍ​ຍຶດໝັ້ນສຳ​ເລັດ​ການ​ແຂ່ງ​ຂັນ​ໃຕ້​ສະ​ພາບ​ລົ້ມ​ເຈັບ​ໃນ​ການ​ແຂ່ງຂັນ​ຮອບ​ຊີງ​ຊະນະ​ເລີດ, ​ແລະ​ຊີງໄດ້ຫຼຽນ​ເງິນ​ໃນ​ທີ່​ສຸດ. ​ເມື່ອ​ກ່າວ​ເຖິງ​ໝາກຜົນ​ທີ່​ຈີນ​ຍາດ​ມາ​ໄດ້​ໃນ​ລາຍການ​ໄຕ່​ສະ​ເກັດ​ຄູ່​ລວດລາຍ, ທ່ານ​ລິວ​ເຜິງ ປະ​ທານ​ຄະນະ​ກຳມະການ​​ໂອ​ລິ​ມປິກ​ຈີນ​ເວົ້າຢ່າງ​ຕື້ນ​ຕັນ​ໃຈ​ວ່າ: ​ເລື່ອງ​ສຳ​ຄັນ​ແມ່ນ​ໄດ້​ຕັ້ງ​ຫຼຽນຄຳຫຼຽນໜຶ່ງ​ໃນ​ທົ່ວ​ໂລກ, ນັ້ນກໍ່​ຄືຫຼຽນຄຳ​ແຫ່ງ​ນ້ຳ​ໃຈ​ແລະຫຼຽນຄຳ​ແຫ່ງ​ມາ​ນະ​ຈິດ​ຂອງ​ນັກ​ກິລາ​ຈີນ, ຫຼຽນ​ຄຳ​​ແຫ່ງ​ນ້ຳ​ໃຈ​ແລະຫຼຽນຄຳ​ແຫ່ງ​ມານະ​ຈິດ​ຂອງ​ປະ​ຊາ​ຊົນ​ຈີນ, ​ເຊື່ອວ່າຫຼຽນຄຳຫຼຽນນີ້​ຍ່ອມ​ຈະ​ເຮັດ​ໃຫ້​ທົ່ວ​ໂລກ​ຕື້ນ​ຕັນ​ໃຈ​ເປັນ​ເວລາ​ຍາວ​ນານ.