ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-26 22:45:24    
ໄລ​ເຟິ່ງ​ປະ​ກົດ​ຕົວ​ໃນ​ເກມ​ອິນ​ເຕີ​ເນັດ(ສຽງ)

cri

ທ່ານ​ຜູ້​ຟັງທີ່​ໂຄລົບ,ຫວ່າງ​ມໍ່ໆ​ນີ້,ໄລ​ເຟິ່ງ ບຸກຄົນ​ວິລະ​ຊົນ​ທີ່​ມີ​ຊື່ສ​ຽງຂອງ​ຈີນ​​ໄດ້ປະກົດຕົວ​​​ໃນເກ​ມ​ອິນ​ເຕີ​ເນັດ​ດ້ວຍຮູບ​ກາ​ຕຸ​ນ,ກາຍ​ເປັນ​ພະ​ເອກ​ຂອງ​ເກ​ມອິນ​ເຕິ​ເນັດ,​ໄດ້​ສ້າງ​ຄວາມ​ລື່ນ​ເລີງ​ແລະ​ສຶກສາ​ຄົນ​ຮຸ່ນ​ໃໝ່​ທີ່​ມັກ​ເກມຄອມ​ພິວ​ເຕີ,​ແລະກໍ່​​ໄດ້ກະຕຸກ​ຄົນຮຸ້ນ​ເກົ່າ​ທີ່​ຖື​​ໄລ​ເຟິ່ງ​ເປັນ​ຂວັນ​ໃຈ.​ພໍ​ເກ​ມ​​ອິນ​ເຕີ​ເນັດອັນ​ນ້ອຍໆນີ້​ເລີ່​ມ​ປະກົດ​ຕົວກໍ່​ພາ​ໃຫ້ມີການ​ໂຈ​ຕະນາ​ກັນ​ໃນວົງ​ການ​ຕ່າງໆຂອງ​ຈີນ​​ໃນ​ທັນທີ,ຫຼາຍເວ​ບ​​ໄຊ​ຍັງ​ໄດ້​​ເປີດຄໍ​ລຳ​ພິ​ເສດ​ໂດຍ​ຈຳ​ເພາະ​ເພື່ອ​​ໃຫ້​ຄົນ​ທັງຫຼາຍ​ປະກອບ​ຄວາມ​ເຫັນ​ຂອງ​ຕົນ.​ໃນ​ລາຍການ​ຈີນ​ປະຈຸ​ບັນພາກ​ນີ້,​​ເຊີນ​ທ່ານ​ພ້ອມ​ກັນ​ກັບ​ພວກ​ເຮົາ​ໄປ​ເບິ່ງ​ປະຕິກິລິຍາ​ຕ່າງໆ​ຂອງ​ສັງຄົມ​ຈີນ.

ໄລ​ເຟິ່ງ,​ແມ່ນທະຫານ​ທຳ​ມະ​ດາສາມັນ​ຜູ້​ໜຶ່ງ​ຂອງ​ຈີນ,ປີ1962,​ເພິ່ນ​ເສຍຊີວິດ​ໃນ​ຍາມ​ປະຕິບັດ​ໜ້າ​ທີ່ມີ​ອາຍຸພຽງ​ແຕ່26ປີ​​ເທົ່າ​ນັ້ນ.​ເພິ່ນ​ມັກ​ອາຊີບຂອງ​ຕົນ​ທີ່​ສຸດ,ຍັງ​ມັກ​ຊ່ອຍ​ເຫຼືອ​ຜູ້ອື່ນ,ສະ​ນັ້ນ,ຜູ້ນຳ​ຈີນ​​ໄດ້ຮຽກຮ້ອງ​​ໃຫ້ຄົນ​ຈີນ​ຮຽນ​ນຳ​ໄລ​ເຟິ່ງ.​ແຕ່​ນັ້ນ​ມາ,ໄລ​ເຟິ່ງກໍ​ໄດ້ກາຍ​ເປັນ​ແບບຢ່າງ​ທີ່​ມີ​ຊື່​ສຽງ,​ໃນ40ກວ່າ​ປີ​ທີ່​ຜ່ານ​ມາ,​ເດັກນ້ອຍ​ຫຼາຍ​ຮຸ້ນ​​ໄດ້ເຕີບ​ໃຫຍ່​ຂຶ້ນໃນ​ຂະ​ບວນການຮຽນ​ນຳອາວ​ໄລ​ເຟິ່ງ.ປະຈຸ​ບັນ,​ໃນ​​ເກມ​ອິນ​ເຕີເນັດ,ທ່ານ​ໄລ​ເຟິ່ງ​ໄດ້ຊ່ອຍ​​ເຫຼືອ​ຜູ້​ອື່ນ​ອີກ​ພາຍ​​ໃຕ້ການ​ຄວບ​ຄຸມ​ຂອງ​ຜູ້​ຫຼິ້ນ​ເກ​ມ.

ຢູ່​ເວ​ບ​ໄຊ​ອິດ​ເຕີ​ເນັດນັກ​ຂ່າວ​ຂອງcriຊອກ​ໄດ້​ຫາ​ເກ​ມຊະນິດ​ໜຶ່ງ​​ທີ່​ຖື​ໄລ​ເຟິ່ງ​ເປັນພະ​ເອກ​ທີ່ພວມ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ໂດຍ​ທົ່ວ​ໄປ​ໃນ​ປະຈຸ​ບັນ.ພາບ​ເບື້ອງ​ຫຼັງ​ຂອງ​ເກ​ມ​ແມ່ນ​ທາງ​ສີ່​ແຍກ​ທີ່​ມີ​ຄົນ​ຍ່າງ​ຢ່າງ​ລຸດໆ​ລ້າຍໆ,ບູລຸດ​​ໃນ​ເກ​ມມີ​ຜູ້ ​ລ່ວງ​ໄຟ​ແດງ​ຜູ້​ຖິ້ມ​ຂີ້​ຫຍື້ອທົ່ວທີບ​ແລະ​ຜູ້​ຜິດ​ກົດ​ລະບຽບ​ອື່ນໆ,ກໍ່​ມີ​ບຸກຄົນ​ບອບ​ບາງຄື​ຜູ້​​ເຖົ້າ,​ເດັກນ້ອຍ​ເປັນ​ຕົ້ນ,ຜູ້​ຫຼິ້ນ​ເກ​ມ​ໃນ​ຖານ​ເປັນ"​ໄລ​​ເຟິ່ງ"​ໃນ​ເກ​ມ,ຕ້ອງ​ ​ຜ່ານຈາກ​ການກັ້ນ​ກາງ​ຜູ້​ລະ​ເມີດ​ກົດ​ລະບຽບແລະ​ຊ່ອຍ​ເຫຼືອ​ບຸກຄົນບອບ​ບາງ,​ເຫຼົ່າ​ນັ້ນ​ຈິ່ງ​ໄດ້​ຄະ​ແນນ,ກົງກັນຂ້າມ,ຖ້າ​ບໍ່​ໄດ້​ກັ້ນ​ກາງ​ການ​ກະທໍາ​ທີ່​ບໍ່​ສຸພາບ​ຢູ່ຄຽງ​ຂ້າງ​ຢ່າງ​ທັນ​ການ,​ຫຼື​ບໍ່​​ໃຫ້​ການ​ຊ່ອຍ​ເຫຼືອ​​ແກ່ຜູ້​ທີ່​ຕ້ອງການ​ການ​ຊ່ອຍ​ເຫຼືອຢ່າງ​ທັນ​ການ,ກໍ​ຈະ​ຖືກຫັກຄະ​ແນນ.ພາຍຫຼັງ​ເກ​ມສິ້ນ​ສຸດລົງ​ແລ້ວ,ຜູ້​ຫຼິ້ນ​ເກມຈະລຽງ​ລຳ​ດັບ​ໃນ​ໝູ່ຜູ້​ຫຼິ້ນ​ເກ​ມ​ອິນ​ເຕີ​​ເນັດ​ຕາມ​ຄະ​ແນນ,​ແລະ​ໄດ້​ຮັບ"ດາວ​ແດງ​ນ້ອຍ"​ເປັນ​ລາງວັນທີ່ສົມ​ຄູ່​ກັນ.

ວິ​ສາ​ຫະກິດ​ທີ່​ຜະລິດ​ເກ​ມນີ້​ຕັ້ງ​ຢູ່​ຊຽງ​ໄຮ້ ​ເມືອງ​ອຸດສາຫະກຳ​ການ​ຄ້າ​ແຄມ​ທະ​ເລ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ.ທ່ານ​ຈູ​ເກີ​ຮຸ່ຍ ຮອງ​ຜູ້ອຳ​ນວນການ​ພະແນກປະຊາສຳພັນຂອງ​ວິ​ສາ​ຫະກິດ​ແຫ່ງ​ນີ້​ເວົ້າ​ວ່າ,​ພວກເຂົາເຈົ້າ​ອອກ​ແບບ​ເກມນີ້ແມ່ນ​ຖື​ການນິຍົມ​ຊ່ອຍ​ເຫຼືອ​ຜູ້​ອື່ນ​ເປັນ​ຫົວ​ຂໍ້.  "​ເກ​ມບໍ່ພ​ຽງ​ແຕ່​​​ແມ່ນເພື່ອຫຼິ້ນເທົ່ານັ້ນ,ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ​ເກ​ມຍັງມີ​ບົດບາດ​​ສຶກສາ,ບົດບາດ​ສຶກສາ​ກໍບໍ່ໝາຍຄວາມວ່າ​ແມ່ນ​​ແບບ​ເທສະໜາ,ສະ​ນັ້ນ​ພວກ​ຂ້າພະ​ເຈົ້າ​ກໍ່​ມີ​ຄວາມ​ຄິດ​ຊະນິດ​ໜຶ່ງ,ໝາຍຄວາມວ່າ​​ເຮັດ​ໃຫ້​ບົດບາດ​ສຶກສາສະ​ແດງອອກ​ໃນ​ເນື້ອ​ໃນ​ຂອງ​ການ​ລື່​ນເລີງ​ລວມທັງ​ເກມ."

ຕາມ​ເວົ້າ​ວ່າ,ຍັງ​ມີ​ວິ​ສາ​ຫະກິດ​ຫຼາຍ​ແຫ່ງ​ພວມ​ອອກ​ແບບ​ເກ​ມ​ອິນ​ເຕິ​ເນັດ​ທີ່​ຖື​ໄລ​ເຟິ່ງ​ເປັນ​ພະ​ເອກ,​ພວກ​ເຂົ​າ​ເຈົ້າລ້ວນ​ແຕ່​ເວົ້າວ່າ​ຈຸດປະສົງ​ຂອງ​ພວກ​ເຂົາ​ເຈົ້າ​ກໍແມ່ນ"ແຊກຊ້ອນ​ການ​ສຶກສາ​ໃນການ​ລື່ນ​ເລີງ".​ແຕ່​ວ່າ,​​ເຮັດ​ໃຫ້ຂວັນໃຈຂອງຫຼາຍເຊັ່ນຄົນກາຍເປັນ​ພະ​ເອກ​ຂອງ​ເກ​ມອິນ​ເຕີ​ເນັດ,​ຄົນ​ທັງຫຼາຍ​ຈະຮັບ​ເອົາການ"​ແຊກ​ຊ້ອນ​ການ​ສຶກສາ​ໃນ​ການລື່ນ​ເລີງ"ທີ່​ວິ​ສາ​ຫະກິດ​ຍ້ອມ​ແຕ່ງ​ອ້າງ​ນັ້ນໄດ້​ຫຼື​ບໍ່?

ພວກ​ເດັກນ້ອຍ​ເວົ້າ​ວ່າ,ບຸກຄົນ​ຂອງ​ເກ​ມອິນເຕິ​ເນັດ​ທີ່​ພວກ​ເຂົາ​ເຈົ້າຫຼິ້ນ​​ໃນ​ເມື່ອ​ກ່ອນ​ບໍ່​ແມ່ນ"ຜີ​ສາງ"ກໍ່​ແມ່ນ"ສັດ​ປະຫຼາດ",ດຽວ​ນີ້​ໄດ້​ເຫັນ​ເກ​ມທີ່​ຖື​​ໄລ​ເຟິ່ງ​ເປັນ​ພ​ະ​ເອກ,ຮູ້ສຶກ​ໃໝ່​ອ່ຽມ​ທີ່​ສຸດ.ພ້ອມ​ກັນ​ນັ້ນ,​ເກ​ມຊະນິດ​ນີ້​ຖືການ​ຊ່ອຍ​ເຫຼືອ​ຜູ້​ອື່ນ​ເປັນ​ເນື້ອ​ໃນ​ຕົ້ນຕໍ,ສອດ​ຄ່ອງ​ກັບ​ຄາດໝາຍຂອງ​ພໍ່​ແມ່​ແລະ​ໂຮງຮຽນ​ທີ່​ມີຕໍ່​ເດັກນ້ອຍ​ໃນ​ດ້ານ​ຈັນ​ຍາ​ບັນ.ທ້າວ​​ເຊ້ຍມູ້​ອີ້ທີ່​ຮຽນ​​ຢູ່​ໂຮງຮຽນ​ມັດທະຍົມປາຍ​ຂອງເມືອງ​ເຊີນ​ເຈິ້ນ​​ພາກ​ໃຕ້​ຂອງ​ຈີນ​ເວົ້າ​ວ່າ,​ເພິ່ນຊົມ​ເຊີຍ​​ເກ​ມຊະນິດ​ນີ້.

"ຂ້ອຍ​ຮູ້ສຶກ​ດີ​ໃຈ​ຫຼາຍ,ຄື​ເກ​ມຂອງ​ຕ່າງປະ​ເທດ,ຖື​​ໂຣບິນ​ແຮນ​ເປັນວິລະ​ຊົນ,​ ເດັກນ້ອຍ​​ຫຼິ້ນ​ເກ​ມນີ້​ກໍ່​ໄດ້​ຮັບ​ຜົນ​ສະທ້ອນ​​ໄປ​ນຳ,ກໍ່​ຈະ​ຄ່ອຍໆ​ສຳນຶກ​ຮູ້​ວ່າ,​ໄລ​ເຟິ່ງ​ເປັນ​ວິລະ​ຊົນ​.

ນາງ​ຢາງ​​ໂປ່ ​ແມ່​ຂອງ​​ທ້າວເຊ້ຍມູ້​ອີ້​ບໍ່​ເຫັນ​ດີ​ນຳຄວາມ​ເຫັນ​ຂອງ​ລູກ,ນາງ​ສົງ​ໄສ​ບົດບາດ​ສຶກສາ​ຂອງ​ເກ​ມຊະນິດ​ນີ້.

"ຂ້າພະ​ເຈົ້າ​ຮູ້ສຶກ​ວ່າຄວາມ​ໝາຍ​ຂອງ​ມັນ​ມີ​ຈຳກັດ.​ຖ້າເດັກນ້ອຍ​ຜູ້​ໜຶ່ງ​ໄປ​ຫຼິ້ນ​ເກມ​ຂ້າ​ຜີ​ສາງ,​ເຂົາ​ເຈົ້າ​ບໍ່​ອາດ​ຈະ​ຂ້າ​ອັນ​ໃດອັນ​ໜຶ່ງ​ໃນ​ຊີວິດ​ຕົວ​ຈິງ;​ເຫດຜົນ​ຄື​ກັນ,​ເດັກ​ໜ້ອຍ​ຊ່ອຍ​ເຫຼືອ​ຜູ້​ອື່ນ​ໃນ​ເກ​ມບໍ່​ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ກໍ່ຈະ​ຊ່ອຍ​ເຫຼືອ​ຜູ້​ອື່ນ​ໃນ​ຊີວິດ​ຕົວ​ຈິງ."

ໃນ​ຖານ​ເປັນຜູ້​ປົກຄອງ,​ນາງ​ຢາງ​ໂປ່​ເປັນ​ຫ່ວງ​ນຳ​ລູກ​ຈະມົວ​ເມົາ​ນຳ​ເກ​ມອິນ​ເຕີ​ເນັດ​ຕະຫຼອດ,ປະຈຸ​ບັນກໍ​ຍັງ​ຮັກສາ​ສະຕິ​ລະວັງ​ຕົວ​ຕໍ່​ເກ​ມທີ່​ຖື​ທ່ານ​ໄລ​ເຟິ່ງ​ເປັນ​ພະ​ເອກ,ນາງ​ເວົ້າວ່າ,ຕົນ​ບໍ່ອາດ​ຈະ​ອະນຸຍາດ​ໃຫ້​ລູກ​ຫຼິ້ນ​ເກ​ມອິນ​ເຕີ​ເນັດ​ຍ້ອນ​ພະ​ເອກ​ຂອງ​ເກ​ມ​ແມ່ນ​ໄລ​ເຟິ່ງ.

ທີ່​ຈິງ​ແລ້ວ,ການ​ຫາລື​ກ່ຽວ​ກັບ​ເກ​ມນີ້​ບໍ່​ພຽງ​ແຕ່ຈຳ​ກັດ​ຢູ່ລະຫວ່າງ​ນັກຮຽນ​ກັບຜູ້​ປົກຄອງ​ເທົ່າ​ນັ້ນ,ຂົງ​ເຂດ​ຂອງ​ການ​ຫາລື​​ໄດ້ລື່ນກາຍ​ກະ​ໂຕ​ເກ​ມເອງ​ແລ້ວ,ການ​ປະກົດ​ຂຶ້ນ​ຂອງ​ເກ​ມນີ້​ພາ​ໃຫ້​ຄົນ​ທັງຫຼາຍ​ຮັບ​ຮູ້​ເກ​ມ​ອິ​ເຕິ​​ເນັດ​ໃນ​ປະຈຸ​ບັນ,ເອົາ​ໃຈ​ໃສ່​ນຳ​ບັນຫາ​ຕ່າງໆ​ຄື​ການ​ຊອກ​ຄົ້ນ​ຮູບ​ການ​ສຶກສາຈັນຍາ​ສື​ກສາ​ແລະ​ບັນຫາ​ອື່ນໆ.

ແມ່ຕູ້​ສົວທີ່​ໃຫ້​ສຳພາດ​ຕໍ່​ພວກ​ເຮົາ​ໃນ​ຖະໜົນ​ເວົ້າ​ວ່າ,​ເພິ່ນ​ບໍ່​ມ່ວນ​ໃຈ​ນຳເກມຊະນິດ​ນີ້ທີ່​ສຸດ.

"ຍ້ອນ​ວ່າ​ໄລ​ເຟິ່ງ​ໄດ້​ສຶກສາ​ມາ​ຫຼາຍ​ເຊັ່ນຄົນ​ແລ້ວ,ດຽວ​ນີ້,ພວກ​ເຂົາ​ເຈົ້າ​ສ້າງ​ເກມ​ລື່ນ​ເລີງ​ຊະນິດນີ້,ກໍ່​ແມ່ນ​ບໍ່​ໂຄລົບ​ວິລະ​ຊົນ.ພວກ​ເຮົາ​ຄວນ​ໂຄລົບ​ໄລ​ເຟິ່ງ,ຄວນ​ຖື​​ເພິ່ນ​ເປັນ​ແບບຢ່າງ.ພວກ​ເຮົາ​ຄວນ​ຮຽນ​ນຳ​ໄລ​ເຟິ່ງດ້ວຍ​ການ​ເຄື່ອນ​ໄຫວ​ຕົວ​ຈິງ,ບໍ່​ຄວນ​ກາຍເປັນການ​ລື່ນ​ເລີງ."

ກ່ຽວ​ກັບ​ທັດສະນະ​ຄັດຄ້ານ​ຢ່າງ​ຮຸນ​ແຮງ​ຊ​ະນິດ​ນີ້,ກໍ່​ມີ​ຫຼາຍ​ຄົນ​ບໍ່​ເຫັນດີ​ນຳ.ທ່ານ​ຊຸ່ນຢຸນສຽວ ຜູ້​ຊ່ຽວຊານ​ດ້ານ​ບັນຫາຊາວ​ໜຸ່ມ​​ເຍົາວະ​ຊົນ​ເຫັນ​ວ່າ,ໄລ​ເຟິ່ງ​ກາຍ​ເປັນ​ພະ​ເອກ​ຂອງ​ເກ​ມ​ອິນ​ເຕີເນັດ​ແມ່ນ​ປະກົດ​ການທີ່​ວິລະ​ຊົນ​ສັງຄົມ​​ແລະ​ບຸກຄົນ​ແບບຢ່າງ​ຂອງຈີນຫັນ​ເປັນ​ສາມັນ​ຊົນ,​ແມ່ນ​ສັນຍະ​ລັກ​ຂອງ​ຄວາມ​ກ້າວໜ້າ​ຊະນິດ​ໜຶ່ງ.

"ໄລ​ເຟິ່ງ​ໃນ​ຖານ​ເປັນ​ບຸກຄົນ​ແບບຢ່າງ​ທີ່​ມີ​ຊື່ສ​ຽງຂອງ​ຈີນ,​ເພິ່ນສາມາດ​ເຂົ້າ​ໃນ​ເກ​ມ​ແມ່ນປະກົດ​ການສະ​ເໝີ​ພາບຊະນິດ​ໜຶ່ງ.ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ນີ້​ອາ​ດຈະ​ແມ່ນ​​ເລື່ອງ​ທີ່​​ເປັນ​ສັນຍະ​ລັກ,​ແຕ່​ນີ້​ຕໍ່​ໄປ​ຍັງອາດ​ຈະ​ມີ​ບຸກຄົນ​ວິລະ​ຊົນ​ແບບຢ່າງ​ຫຼາຍ​ກ່ວາ​​ເກົ່າ​ເຂົ້າ​ໃນ​ເກມ."

ຜູ້​ຊ່ຽວຊານດ້ານ​ການ​ສຶກສາ​ບາງ​ຄົນ​ຊີ້​ອອກ​ວ່າ,ຖື​ໄລ​ເຟິ່ງ​ເປັນ​ພະ​ເອກ,ຖື​ເກມ​ອິນ​ເຕິ​ເນັດ​ເປັນ​​ພາຫະນະ​ຂອງ"ຈັນຍາ​ສຶກສາ",ສຳລັບ​ນັກທຸລະກິດ​ແລ້ວ,​ເຮັດ​ໄດ້​ແນວ​ນີ້​ລ້ຳ​ຄ່າ​ທີ​ສຸດ,ບໍ່​ວ່າ​ເກ​ມນີ້​ມີ​ບົດບາດ​ຊຸກ​ຍູ້​ເດັກນ້ອຍ​ຮຽນ​ນຳ​ໄລ​ເຟິ່ງ​ໄດ້​ຫຼື​ບໍ່,ທິດ​ຂອງ​ການຊອກ​ຄົ້ນຊະນິດ​ນີ້ກໍ​ເປັນຕາ​ຢືນຢັນ.