ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-27 17:39:04    
ທ່ານ​ເວິ່ນ​ເຈ່ຍ​ປາວ​ສົ່ງ​ໂທ​ລະ​ເລກ​ອວຍ​ພອນ​ທ່ານ​ຫຼີ​ຊຽນ​ລົງ​ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ອີກ

cri

ຕາມ​ຂ່າວcri:ຫວ່າງ​ມໍ່​ໆ​ນີ້,ທ່ານ​ເວິ່ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນສົ່ງ​ໂທລະ​ເລກ​ອວຍພອນ​ທ່ານຫ​ຫຼີຊຽນລົງ​ໄດ້​​ເປັນ​ນາຍົກ​ລັດຖະມົນຕີ​ສິງກະ​ໂປ​ອີກ​ເທື່ອ​ໜຶ່ງ.

ໃນ​ໂທລະ​ເລກ,ທ່ານ​ເວິ່ນ​ເຈ່ຍ​ປາວ​ກ່າວ​ວ່າ:"​ພາຍ​​ໃຕ້​ການ​ນຳພາ​ຂອງ​ທ່ານ,ຢູ່​ສິງກະ​ໂປ,ການ​ເມືອງມີ​ສະ​ຖຽງ​ລະ​ພາບ,​ເສດຖະກິດ​ຈະ​ເລີ​ນ​ຮຸ່ງ​ເຮືອງ,ສັງຄົມ​ກົມກຽວ​ກັນ.ຈີນ​​ສິງກະ​ໂປ​ແມ່ນ​ປະ​ເທດ​ໃກ້​ຄຽງທີ່​ມີ​ໄມຕີ​ຈິດ​ອັນສະໜິດ​ແໜ້ນ​,ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພັດທະນາ​ຢ່າງ​ສະດວກ,ການ​ແລກປ່ຽນ​ແລະ​ການຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ລະຫວ່າງສອງ​ຝ່າ​ຍມີ​ປະສິດທິ​ຜົນ​ອັນ​ເດັ່ນ​ຊັດ.​ຂ້າພະ​ເຈົ້າ​ຍິນດີ​ພ້ອນ​ກັບ​ພະ​ນະ​ທ່ານ,​ສືບຕໍ່​ຊຸກຍູ້​ການ​ພົວພັນ​ລະ​ຫວ່າງ​ຈີນ​ສິງ​ກະ​ໂປ​ພັດ​ທະ​ນາ​ໄປ​ໜ້າ​ຢ່າງ​ປອດ​ໃສ​ແລະ​ໝັ້ນ​ທ່ຽງ.

ມື້​ດຽວ​ກັນ,​ທ່ານ​ຫຼີ​ຈ້າວ​ຊິ່ງ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະເທດ​ຈີນ​ກໍ່​ສົ່ງ​ໂທ​ລະ​ເລກ​ອວນ​ພອນ​ໃຫ້​ທ່ານ​ຢົງ​ບຸນ​​​ເຢວ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສິງກະ​ໂປ,ອວຍ​​ພອນ​ທ່ານໄດ້​ດຳລົງ​ຕຳ​ແໜ່​ງນັ້ນອີກ​ເທື່ອ​ໜຶ່ງ.

ວັນ​ທີ​22​ ພຶດ​ສະ​ພາ,​ທ່ານ​ຫ​ຫຼີ​ຊຽນ​ລົງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​​ໄດ້ປະກາດ​ລາຍ​ຊື່​ສະມາຊິ​ກຄະນະ​ລັດຖະບານ​ຊຸດ​ໃໝ່.​ນາ​ຍົກ​ລັດ​ຖະ​ມົ​ນຕີ​ແລະ​ສະມາ​ຊິກ​ຄະນະ​ລັດຖະບານ​ຊຸດ​ໃໝ່​ຈະ​ສາບານ​ຕົວ​ເຂົ້າ​ຮັບ​ດຳລົງ​ຕຳ​ແໜ່​ງຢູ່​ທຳນຽບ​ປະທານາທິບໍດີ​ໃນ​ຕອນ​ຄ່ຳວັນ​ທີ30 ​ພຶດສະພາ.