ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-27 17:46:12    
ທ່ານ​ລີ​ສາງ​ຊຸນ​ກ່າວ​ວ່າ ຕ້ອງ​ເລັ່ງ​ລັດ​​ກໍ່​ສ້າງ​​ລະ​ບົບ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ໜັງ​ສື​ບູ​ຮານ​ທີ່​ເກັບ​ຮັກ​ສາ​ໄວ້​ໃນ​ຫໍ​ສະ​ໝຸດ

cri Author: lm

ຕາມ​ໜັງສືພິມ​ເຢັນ​ມິນ​ຢື້​ປ້າວ​ຂອງ​ຈີນ: ວັນ​ທີ 26 ພຶດສະພາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ລີ​ສາງ​ຊຸນ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່າວ​ວ່າ, ຕ້ອງ​ເລັ່ງ​ລັດ​ການ​ກໍ່​ສ້າງ​ລະບົບ​ຂໍ້​ມູນ​ຂ່າວສານກ່ຽວ​ກັບ​ໜັງສື​ບູຮານ​ທີ່​ເກັບ​ຮັກສາ​ໄວ້​ໃນ​ຫໍ​ສະ​ໝຸດ, ​ສະ​ໜອງ​ໃຫ້​ວົງ​ການ​ວິຊາ​ການ​​​ຄົ້ນຄວ້າ​ໜັງສື​ບູຮານຫຼາຍກວ່າ​ເກົ່າ, ​ຮັບ​ໃຊ້​ສັງ​ຄົມ.

ທ່ານ​ລີ​ສາງ​ຊຸນ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ ​ໃນ​ເວລາຊົມ​ເບິ່ງ​ງານ​ວາງສະ​ແດງ​ໜັງ​ສື​ບູ​ຮານ​ທີ່​ລ້ຳ​ຄ່າ​ແລະ​ວາງສະ​ແດງ​ໝາກຜົນ​ການອະນຸລັກ​ທີ່​ພວມ​ຈັດ​ຂຶ້ນ​ຢູ່​ຫໍ​ສະ​ໝຸດ​ແຫ່ງ​ຊາດ​ຈີນ. ງານ​ວາງສະ​ແດງ​​ເທື່ອ​ນີ້​ຈະຈັດ​ເປັນ​ເວລາ 1 ​ເດືອນ, ​ແມ່ນ​ງານ​ວາງ​ສະ​ແດງ​ໜັງ​ສື​ບູ​ຮານ​ທີ່​ລ້ຳ​ຄ່າ​ແລະ​ວາງສະ​ແດງໝາກຜົນ​ການອະນຸລັກ​ໃຫຍ່​ກວ່າ​ທຸກ​ຄັ້ງໃນ​ປະ​ຫວັດ​ສາດ​ຈີນ.

ທ່ານ​ລີ​ສາງ​ຊຸນ​ເນັ້ນ​ເປັນ​ພິ​ເສດ​ວ່າ, ຕ້ອງ​ນຳ​ໃຊ້​​ໄຮ​ເທັກ​ໂດຍ​ສະ​ເພາະ​ແມ່ນ​ເຕັກ​ນິກ​ດີ​ຈີ​ຕອນທີ່​ໃໝ່​ສຸດຢ່າງ​ກວ້າງຂວາງ, ຍົກ​ລະດັບ​ວິທະຍາສາດ​ເຕັກນິກ​ຂອງ​ການ​ອະ​ນຸ​ລັກ​ໜັງ​ສື​ບູ​ຮານ​ໃຫ້ສູງຂຶ້ນ.