ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-28 18:01:19    
ທ່ານ​ອູ​ບາງ​ກົວ​ເດີນ​ທາງ​ໄປ​ຮອດ​ໂມ​ສະ​ກູ,​ສືບ​ຕໍ່​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ​ຢູ່​ຣັດ​ເຊຍ​ຢ່າງ​​ເປັນ​ທາງ​ການ

cri

ຕາມ​ຂ່າວcri:ວັນ​ທີ28 ພຶດສະພາ,ທ່ານ​ອູ​ບາງ​ກົວ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເດີນທາງ​ຈາກ​​ໂວ​ໂກກຼາດ​ໄປ​ຮອດ​ໂມ​ສະ​ກູ,ສືບ​ຕໍ່​ຢ້ຽມ​ຢາມສັນຖະວະ​ໄມຕີ​ຢູ່ຣັດ​ເຊຍ​ຢ່າງ​ເປັນ​ທາງ​ການ​.

ໃນ​ມື້​ທີ່​ເດີນທາງ​ໄປ​ຮອ​ດ​ໂມ​ສະ​ກູ,ທ່ານ​ອູ​ບາງ​ກົວ​ຈະ​ສຳ​ຫຼວດ​ໂຄງການ​ຕຶກ​ໃຫຍ່​ສະ​ຫະ​ພັນ​ຣັດ​ເຊຍທີ່​ບໍລິສັດ​ໃຫຍ່​ກໍ່​ສ້າງ​ຈີນ​​ເປັນ​ຜູ້​ກໍ່ສ້າງ,​ຢ້ຽມຢາມ​ກຳ​ມະ​ກອນ​ຈີນ​ທີ່​ເຮັດ​ວຽກ​ຢູ່​ແຫ່ງ​ນັ້ນ,​ແລະ​ຈະ​ທັດສະນະ​ຈອນ​ສູນ​ຄົ້ນຄວ້າ​ວິ​ທະ​ຍາ​ສາດ​ແລະ​ຜະລິດ​ການບິນ​ອະວະກາດ​ແຫ່ງ​ຊາດ​ຣັດ​ເຊຍ.

ໃນ​ໄລຍະ​ຢູ່​ໂມ​ສະ​ກູ,ທ່ານ​ປູ​ຕີນ ປະທານາທິບໍດີ​,ນາ​ຍົກ​ລັດ​ຖະ​ມົນ​ຕີ​ແລະ​ປະທານ​ສອງ​ສະພາ​ຣັດ​ເຊຍຈະ​ພົບ​ປະ​ທ່ານ​ອູ​ປາງ​ກົວ,ກົນ​ໄກ​ພົບ​ປະ​ຄັ້ງ​ສາມ​ປີລະຫວ່າງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກັບ​ສະພາດູ​ມາ​ແຫ່ງ​ຊາດ​ຣັດ​ເຊຍ​ກໍ່​ຈະ​ເລີ່​ມ​ເຮັດ​ວຽກ.ນອກ​ນີ້,ທ່ານ​ອູ​ບາງ​ກົວ​ຍັງ​ຈະ​ເຂົ້າ​ຮ່ວມ​ການ​ພົບ​ປະ​ຂອງ​ປະທານ​ສະພາ​​ປະ​ເທດ​ພາຄີ​ອົງການ​ຮ່ວມ​ມື​ຊຽງ​ໄຮ້.

ຕາມ​ຂ່າວ​ແຈ້ງວ່າ,ວັນ​ທີ27,​ໃນ​ເວລາ​ພົບ​ປະ​ທ່ານ​ມາ​ເຄີ​ຢູທາ ຜູ້​ວ່າການລັດ​ໂວ​ໂກກຼາດຢູ່​ໂວ​ໂກກຼາດ,ທ່ານ​ອູ​ປາງ​ກົວ​ກ່າວ​ວ່າ,ຫວັງ​ໃຫ້​ສອງ​ຝ່າຍ​​ເສີມ​ຂະຫຍາຍ​ທ່າແຮງ​ຂອງຕົນ,ເປີດ​ກວ້າງ​ຂົງເຂດ​ທີ່​ຮ່ວມມື​ກັນ​ຕ່າງຝ່າຍ​ຕ່າງ​ມີຜົນ​ຢ່າງ​ບໍ່​ຢຸດຢັ້ງ,​ປະ​ດິດ​ສ້າງ​​ແບບ​ວິທີ​ຮ່ວມ​ມື​ໃໝ່,ຊຸກຍູ້​ການ​ພັດທະນາ​ຮ່ວມ​ກັນ.

ມື້​ດຽວ​ກັນ,ທ່ານ​ອູ​ປາງ​ກົວ​ຍັງ​​ໄດ້ທັດສະນະ​ຈອນ​ຫໍ​ລະ​ລຶກຝູງ​ຮູບປັ້ນ​ວິລະ​ຊົນ​ແລະພາບ​ອ້ອມ​ຝາ​ກ່ຽວ​ກັບ​ບົ້ນລົບປົກ​ປັກ​ຮັກສາ​ສ໌ດາ​ລິນ​ກຼາດທີ່​ຕັ້ງ​ຢູ່​ເມືອງ​ໂວ​ໂກກຼາດ.