ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-28 21:17:23    
ຈີນ​ຈະ​​ສຶກສາ​ອົບ​ຮົມ​ຊາວ​ກະ​ສິ​ກອນ​ແບບ​​ໃໝ່​ຢູ່​​ໃນ 10000 ບ້ານ

cri

ຕາມ​ຂ່າວສານ​ຊິນ​ຮວາ: ພາຍ​ໃນ 5 ປີ​ຂ້າງ​ໜ້າ, ຈີນ​ຈະ​ສຶກສາອົບຮົມຊາວ​ກະ​ສິ​ກອນ​ແບບ​​ໃໝ່​ຢູ່​​ໃນ 10000 ບ້ານ.

ຫວ່າງ​ມໍ່ໆ​ນີ້ ກະຊວງ​ກະສິກຳ​ຈີນ​ໄດ້​ເລີ່​ມດຳ​ເນີນ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​. ​ໃນ 5 ປີ​ຂ້າງ​ໜ້າ, ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຈະ​ດຳ​ເນີນ​ຢູ່​ໃນ 10000 ບ້ານ​​ທົ່ວ​ປະ​ເທດ​ຈີນ, ​ແຕ່​ລະ​ປີ ກະ​ຊວງ​ກະ​ສິ​ກຳ​ຈີນ​ຈະ​ຈັດ​ວາງ​ຄູ 1 ​ແສນ 20000 ​ເທື່ອ​ຄົນ​ໄປ​ຈັດ​ງານ​ສຳ​ມະ​ນາ​ອົບ​ຮົມ​ຢູ່​ໃນ​ບ້ານ, ອົບ​ຮົມ​ເຕັກນິກ​ໃຫ້​ແກ່ 3 ລ້ານ​ເທື່ອ​ຄົນ.

ຂໍ້​ມູນ​ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ແຮງ​ງານ​ຊົນນະບົດຈຳນວນ 490 ລ້ານ​ຄົນ​ນັ້ນ, ຜູ່​ມີ​ລະ​ດັບ​ປະຖົມ​ລົງ​ລຸ່ມກວມ 36% ຂຶ້ນ​ໄປ. ຄຽງ​ຄູ່​ກັບ​ຂະ​ບວນການ​ຫັນ​ເປັນ​ຕົວ​ເມືອງ​ແລະ​ຫັນ​ເປັນ​ອຸດ​ສາ​ຫະກຳ​ໄດ້​ເລັ່ງລັດ​ໄວ​ເຂົ້າ, ຊາວ​ກະສິກອນ​ທີ່ມີ​ລະດັບ​ວັດທະ​ນະ​ທຳ​ຂ້ອນ​ຂ້າງ​ສູງ​ໄດ້​ຫຼັ່ງ​ໄຫຼ​ໄປ​ເຮັດ​ວຽກ​​ໃນ​ຕົວ​ເມືອງ​ແລະ​ຂະ​ແໜງ​ບໍ່​ແມ່ນ​ກະ​ສິ​ກຳ, ຄຸນ​ທາດ​ຂອງ​ຊາວ​ກະ​ສິ​ກອນ​ທີ່​ຍັງ​ຢູ່​ໃນ​ຊົນນະບົດ​ຕ້ອງການ​ຍົກ​ສູງ​ຂຶ້ນ. ສ່ວນ​ແຮງ​ງານ​ຈຳ​ນວນ​ຫຼວງ​ຫຼາຍ​ທີ່​ອອກ​ຈາກ​ຊົນ​ນະບົດ​ນັ້ນ ຍ້ອນ​ຂາດ​ຄວາມ​ຮູ້​ພື້ນ​ຖານ​ທີ່​ດຳ​ລົງ​ຊີ​ວິດ​ໃນ​ຕົວ​ເມືອງ​ແລະ​ຂາດ​ເຕັກ​ນິກ​ປະ​ກອບ​ອາ​ຊີບ ສະ​ນັ້ນ ອາຊີບ​ຂອງ​ພວກ​ເຂົາ​ເຈົ້າບໍ່​ໝັ້ນ​ທ່ຽງ​, ຕ້ອງ​ການ​ອົບ​ຮົມ​​ວິvຊາ​ການ​ຂອງ​ພວກ​ເຂົາ​ເຈົ້າ​ຢ່າງ​ຂະໜາດ​ໃຫຍ່.