ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-29 14:57:28    
ທ້າວ​ລິວ​ສຽງ​ສ້າງ​ຜົນ​ງານ​ດີ​ທີ່​ສຸດ​ຂອງ​ປີ​ນີ້​ໃນ​ການ​ແຂ່ງ​ຂັນ​ແລ່ນ​ຂ້າມ​ຮົ້ວ​ 110 ​ແມັດ​ເພດ​ຊາຍ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 28 ພຶດສະພາ​ເວລາ​ທ້ອງ​ຖິ່ນ, ​ໃນ​ງານ​ແຂ່ງຂັນ​ແລ່ນ​ແລະ​ລານ​ຄຼາ​ຊິກ​ເອີ​ແຈນ​ອາ​ເມ​ລິ​ກາ​​, ທ້າວ​ລິວ​ສຽງ ນັກ​ກິລາ​ຈີນ​ຊີງ​ໄດ້​ແຊມ​ປຽນ​ໃນ​ການ​ແຂ່ງ​ຂັນ​ແລ່ນ​ຂ້າມ​ຮົ້ວ 110 ​ແມັດ​ເພດ​ຊາຍ​ດ້ວຍ​ຜົນງານ 13 ວິນາທີ 21, ​​ທັງ​ໄດ້​ສ້າງ​ຜົນ​ງານ​​ດີ​ທີ່​ສຸດ​ຂອງ​ໂລກ​ໃນ​ປີ​ນີ້.

ນີ້​ແມ່ນ​ທ້າວ​ລິວ​ສຽງ​ຊີງ​ໄດ້​ແຊມ​ປຽນ​ລາຍການ​ແລ່ນ​ຂ້າມ​ຮົ້ວ 110 ​ແມັດ​ຂອງ​ງານ​ແຂ່ງ​ຂັນ​ປະ​ເພດ​ດັ່ງກ່າວປີ​ທີ​ສອງ​ຢ່າງ​ຕໍ່​ເນື່ອງ​. ທ້າວ​ລັດ​ຈີ ດູ​ຄູ​ເຣ ນັກ​ກິ​ລາ​ຝຣັ່ງ​ແລະ​ທ້າວ​ຈອນ​ເຊິນ ນັກ​ກິລາ​ອາ​ເມລິກາ​ຕ່າງ​ຊີງ​ໄດ້ຫຼຽນ​ເງິນ​ແລະ​ຫຼຽນ​ທອງ.

ຫຼັງການ​ແຂ່ງຂັນ​ແລ້ວ, ທ້າວ​ລິວ​ສຽງ​ກ່າວ​ວ່າ, ອາການ​ເຈັບ​ຂອງຕຸ້ມ​ຄ້ອງ​ເບື້ອງ​ຊ້າຍ​ຂອງ​ລາວ​ຍັງ​ມີ​ບັນຫາ​ຢູ່. ທ່ານ​ເຊື່ອ​ວ່າ, ພາຍຫຼັງອາການ​ເຈັບ​ເຊົາ​ໝົດແລ້ວ, ມີ​ຫວັງ​ຈະ​ຊີງ​ໄດ້​ຜົນ​ງານ​ໄວ​ກວ່າ 13 ວິ​ນາ​ທີ​ໃນ​ປີ​ນີ້.