ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-29 18:48:43    
ເອົາ​ແນວ​ປູກ​ອັນ​ສວຍ​ງາມ​ຝັງ​ໄວ້​ໃນ​ດວງ​ໃຈ​ຂອງ​ເດັກ​ນ້ອຍ

cri Author: min

ສະບາຍດີ, ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ຂ້າ​ພະ​ເຈົ້າ​ແມ່ນ​ອຸດົມ, ຊົມ​ເຊີຍທ່ານ​ເຂົ້າ​ສູ່​ລາຍການ "ຄາລົມ​ຄົມ​ຄາຍ".

ໃນ​ລາຍການ​ພາກ​ນີ້, ກ່ອນ​ອື່ນ, ຂ້າພະ​ເຈົ້າ​ຈະ​ເລົ່າ​ເລື່ອງ​ຂອງ​ທ່ານ​ນາງ​ຈ່າງ​ສຽວ​ເຟິ່ງ ນັກ​ປະພັນ​ທີ່​ມີ​ຊື່ສ​ຽງ​​ໃນສະ​ໄໝ​ປະຈຸບັນ​ຂອງ​ຈີນກັບ​ລູກ​ສາວ​ຂອງ​ເພິ່ນ​ສູ່​ ​ຟັງ:

ກ່ອນ​ຈະ​​ໄປ​ນອນ, ລູກ​ສາວປະ​ຕີນ​ເປົ່າ​ຢືນ​ຢູ່​ຕໍ່ໜ້າ​ຂ້າພະ​ເຈົ້າ​ແລະ​ເວົ້າ​ວ່າ:

"ແມ່, ລູກ​ມັກໆ​ລົມ​ໃຕ້ຝຸ່ນ​ທີ່​ສຸດ."

ເມື່ອຂ້າພະ​ເຈົ້າ​ຟັງ​ແລ້ວ, ກໍ​ຄຶດ​ຢາກ​ຮ້າຍ​ລູກ. ອຸ້ຍ, ອີ່​ນ້ອຍນີ້, ສັງມາ​ຄຶດ​ແບບ​ນີ້, ຈັ່ງ​ແມ່ນ​ບໍ່​ຮູ້​ຄວາມ​ທຸກ​ທໍລະມານ​ໃນ​ເມືອງ​ຄົນ​ຈັກ​ເມັດ, ​ລົມ​ໃຕ້​ຝຸ່ນພັດ​ມາ​ເທື່ອ​ໃດ, ບໍ່​ຈັກ​ວ່າມີ​ເຮືອນ​ຊານບ້ານ​ຊ່ອງ​ຫຼາຍ​ປານໃດ​ຖືກ​ພັດ​ເພ​ພັງ, ມີ​​ບ້ານ​ເມືອງ​ຫຼາຍ​ປານ​ໃດ​ຖືກ​ນ້ຳ​ຖ້ວນ, ທາງ​ລົດ​ໄຟ​ຖືກ​ນ້ຳຊຸ​ເພ, ນຳ​ເອົາ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ປານ​ໃດ​ມາ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ທັງຫຼາຍ……​ແຕ່​ລູກ​ສາວ​​ໂຕພັດ​ເວົ້າ​ວ່າ, ​ໂຕມັກ​ລົມ​ໃຕ້​ຝຸ່ນ.

ຂ້າພະ​ເຈົ້າ​ອົດ​ໄວ້, ບໍ່​ຮ້າຍ​ລູກ, ​ແລະ​ຖາມ​ວ່າ, "​ເປັນ​ຫຍັງ​ລູກ​ຈຶ່ງ​ຄຶດ​ແບບ​ນີ້?"

ລູກ​ຕອບ​ວ່າ: "​ເພາະ​ວ່າ, ມີ​ເທື່ອ​ໜຶ່ງ​ເກີດລົມ​ໃຕ້​ຝຸ່ນ, ​ໄຟຟ້າຂາດ."

"​ຊັ້ນ​ລູກ​ມັກ​ໄຟຟ້າ​ຂາດ​ຊັ້ນ​ຫວາ?"

"​ເວລາ​ໄຟ​ຟ້າ​ຂາດ, ລູກ​ກໍ​ໄປ​ຫາ​ທຽນ​ໄຂມາ​ໄຕ້."

"​ໄຕ້ທຽນ​ໄຂຊິ​ມີ​ຫຍັງ​ພິ​ເສດ​?" ອາລົມ​ຂ້າພະ​ເຈົ້າ​ຄ່ອຍໆ​ສະຫງົບ​ລົງ.

ລູກ​ສາວ​ເວົ້າ​ຕໍ່​ວ່າ, "ຕອນ​ນັ້ນ​ລູກ​ຖື​ທຽນ​ໄຂ​ຍ່າງ​ໄປ​ຍ່າງ​ມາ​ຢູ່​ໃນ​ເຮືອນ, ​ແລ້ວ​ແມ່​​ເວົ້າວ່າ, ລູກ​ຄືກັບ​ນາງ​ເທວະດາ​ນີ້​ແຫຼະ……"

ນັ້ນ​ແມ່ນ​ເລື່ອງ​ທີ່​ກາຍ​ມາ​ຫຼາຍປີ​ແລ້ວ. ໃນ​ທີ່ສຸດ, ຂ້າ​ພະ​ເຈົ້າ​ໄດ້​ສະຫງົບ​ລົງ​ໃນທ່າມ​ກາງ​ຄວາມ​ຕົກ​ສະ​ເງີ້, ລູກ​ຍັງ​ຈື່​ຄວາມ​ນັ້ນ​ທີ່​ຂ້າພະ​ເຈົ້າ​ເຄີຍ​ເວົ້າ, ​ແລະ​ຍ້ອນ​ວ່າ​ມັກ​ຄວາມ​ຮູ້ສຶກ​ທີ່​ຕົນ​ເອງ​ຄື​ກັບ​ນາງ​ເທວະ​ດາ​ໃນ​ເວລາ​ຢືມ​ຢູ່​ໃນ​ແສງ​ທຽນ, ນາງ​ຈົນ​ວ່າ​ມັກ​ຍາມ​ຄ່ຳ​ຄືນ​ທີ່​ມີ​ລົມ​ໃຕ້​ຝຸ່ນ. ຄວາມ​ຊົມ​ເຊີຍ​ທີ່​ບໍ່​ໃສ່​ໃຈ​ໄດ້​ເຮັດ​ໃຫ້​ກາລະ​ເວລາ​ແລະ​ສະພາບ​ແວດ​ລ້ອມ​ກາຍ​ເປັນ​ເລື່ອງ​ທີ່​ເປັນ​ໜ້າ​ຫວນ​ຄືນ. ຄືນ​ມື້​ນັ້ນ, ມີ​ເດັກ​ຍິງ​ຜູ້​ໜຶ່ງ​ເຊື່ອ​ວ່າ​ຕົນ​ເອງ​ຄື​ກັບ​ນາງ​ເທວະ​ດາ, ຄືນ​ມື້​ນັ້ນ, ມີ​ຜູ້​ເປັນ​ແມ່​ໜຶ່ງ​ໄດ້​ສ້າງ​ນາງ​ເທວະ​ດາ​ອົງ​ໜຶ່ງ​ຍ້ອນ​ໄດ້​ຍ້ອງຍໍ​ແບບ​ຈາງໆ.

ທ່ານ​ຜູ້​ຟັງທີ່​ຮັກ​ແພງ, ມີ​ຄົນ​ເວົ້າວ່າ, ​ໃຈ​ຂອງ​ເດັກ​ນ້ອຍ​ຂາວ​ສະອາດ​ເໝືອນ​ດັ່ງ​ເຈ້ຍ​ຂາວໃບ​ໜຶ່ງ, ຍ້ອນ​ສະພາບ​ແວດ​ລ້ອມ​ແລະ​ຜົນ​ສະທ້ອນ​ໃນ​ພາຍ​ລຸນ​ແຕ້ມ​ຫຍັງ​ໃສ່, ມັນ​ກໍ​ກາຍ​ເປັນ​ອັນ​ນັ້ນ, ​ແລະ​ຄື​ກັບ​ດິນ​ຕອນ​ໜຶ່ງ, ພວກ​ເຮົາ​ຫວ່ານ​ແນວປູກ​ຫຍັງ​ໃສ່, ມັນ​ກໍ່​ເກີດ​ເປັນຜົນ​ແນວ​ນັ້ນ​. ຄວາມ​ເວົ້າ​ຄວາມ​ໜຶ່ງຫຼື​ການ​ກະທຳ​ໃດໜຶ່ງ​ຂອງ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ກໍ່​ອາດ​ຈະ​ເກີດ​ຜົນ​ສະທ້ອນ​ອັນ​ມະຫາ​ສານ​ຕໍ່​ເດັກນ້ອຍ​ໃນ​ເວລາ​ສັງ​ເກດ​ເບິ່ງ​ໂລກ​ແລະ​ຊີວິດ. ຕໍ່​ໄປ, ຂ້າພະ​ເຈົ້າ​ຈະ​ເລົ່າອີກ​ເລື່ອງ​ໜຶ່ງ​ສູ່​ທ່ານ​ຟັງ.

ມີ​ເດັນ​ຊາຍ​ຜູ້​ໜຶ່ງ, ​ມີ​ແປ້ວ​ທີ່​ເຮິ​ຮ້າຍ​ທີ່​ສຸດຢູ່​ຫຼັງ​ຍ້ອນ​ເຄີຍ​ເປັນ​ພະຍາດ. ​​ໃນ​ໂມງ​ຮຽນ​ລອຍ​ນ້ຳ​ຢູ່​ໂຮງຮຽນ​ອະນຸບານ​ທຸກໆ​ເທື່ອ, ນ້ອງ​ຖືກ​ໝູ່​​ຫົວຂວັນ​ເລື້ອຍໆ, ​ວ່ານ້ອງ​ແມ່ນ​ສັດ​ປະຫຼາດ. ສະ​ນັ້ນ, ນ້ອງຈຶ່ງ​ບໍ່ຍອມ​ໄປ​​ໂຮງຮຽນ. ​ເມື່ອ​ແມ່​ນ້ອງ​ຮູ້​ເລື່ອງ​ນີ້​ແລ້ວ​, ກໍ່​ໄປ​ຫາຄູ່​ຢູ່​ໂຮງຮຽນ. ​​ເລົ່າ​ເລື່ອງໃນ​ເວລາ​ຍັງ​ນ້ອຍ​ຂອງ​ເດັກຊາຍ​ຜູ້ນີ້​ໃຫ້​ຄູ​ຟັງ, ​ເພິ່ນ​ເວົ້າ​ວ່າ: ​ແປ້ວ​ຢູ່​ຫຼັງ​ຂອງ​ລູກ​ຊາຍ​​ແມ່ນຮອບ​ແຜ​ທີ່​ລູກ​ເອົາ​ຊີວິດ​ຕໍ່​ສູ້​ກັບ​ໂຣກ​ໄພ​ໄຂ້​ເຈັບ​, ນີ້​ແມ່ນບາດ​ແຜ​ທີ່ສະ​ແດງ​​ໃຫ້​ເຫັນ​ຄວາມ​ກ້າຫານ​ແລະ​ຄວາມບໍ່​ອ່ອນ​ຍອມ​, ບໍ່​ຄວນ​ຖືກ​ຫົວຂວັນ​ແລະ​ດູ​ໝິ່ນ.

ມື້ລຸນ​ມາ, ​ແມ່ນ​ໂມງ​ຮຽນລອຍ​ນ້ຳ, ຄູ​ຜູ້​ນີ້​ໄດ້​ເອີ້ນ​ເດັກ​ຊາຍ​ຜູ້​ນີ້​ມາ​ຢືນ​ຢູ່​ຕໍ່ໜ້າ, ​ໃຫ້​ນ້ອງ​ຫັນຫຼັງ​ໃສ່​ໝູ່, ​ໃຫ້ໝູ່​ເຫັນ​ແປ້ວ​ຢູ່ຫຼັງ​ຂອງ​ນ້ອງ. ​ເດັກ​ຊາຍ​ຮູ້​ສຶກ​ຢ້ານຫຼາຍ, ​ແຕ່​ເມື່ອຫຼຽວ​ເຫັນ​ສາຍຕາ​ຂອງ​ຄູ, ນ້ອງ​ກໍ​ກ້າຫານ​ຂຶ້ນ​ໜ້ອຍ​ໜຶ່ງ. ​ແຕ່​ວ່າ, ​ໃນ​ເວລາ​ນ້ອງ​ປິ້ນ​ຫຼັງ​ໃສ່​ໝູ່​ນັ້ນ, ກໍ​ຍັງ​ມີ​ສຽງ​ຫົວ​ອິກອິກຢູ່, ຈົນ​ເດັກ​ຊາຍ​ຜູ້​ນີ້​ສັ່ນ​ເຊັນ​ຂຶ້ນ, ຕໍ່ມາ, ນ້ອງ​ໄດ້​ຍິນ​ຄູ​ເວົ້າ​ວ່າ​: "​ເດັກນ້ອຍ​ທຸກ​ຄົນ​ລ້ວນ​ແຕ່​ປ່ຽນ​ແປງ​ມາ​ຈາກ​ຫ່ານ​ຟ້າ, ​ແຕ່​ກ່ອນ, ພວກ​ເຈົ້າ​ທຸກ​ຄົນ​ໃຜ​ກໍ່​ເຄີຍ​ມີ​ປີກ​ອັນ​ສວຍ​ງາມ​ຄູ່​ໜຶ່ງ​, ​ແຕ່​ເມື່ອ​ເກີດ​ມາ​ສູ່​ໂລກ, ປີກ​ຂອງ​ພວກ​ເຈົ້າ​ສຶ່ງ​ຄ່ອຍໆ​ເສື່ອ​ມ​ໄປ. ​ແຕ່​ວ່າ, ປີກ​ຂອງ​ລາວ​ບໍ່​ໄດ້​ເສື່ອ​ມ​ໄປ​ໝົດ​, ຈຶ່ງ​ກາຍ​ເປັນ​ແບບ​ນີ້." ​ເມື່ອ​ຄູ​ເວົ້າ​ຈົບ​ລົງ​, ພວກ​​ເດັກນ້ອຍ​ກໍ​​ແລ່ນ​ມາ​ເບິ່ງ​ຫຼັງ​ຂອງ​ເດັກ​ຊາຍ​ຜູ້​ນີ້​ໃນ​ທັນທີ, ​ໃນ​ຂະນະ​ນີ້, ຢູ່​ໃນ​ຕາ​ຂອງ​ເດັກນ້ອຍ​ຜູ້​ໃດ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ອອນຊອນ.

ພາຍ​ຫຼັງມາ, ​ເມື່ອ​ເດັກ​ຊາຍ​ຜູ້​ນີ້​ເຕີບ​ໃຫຍ່​ແລ້ວ, ນ້ອງໄດ້​ເລືອກ​​ເອົາ​ການລອຍ​​ແບບ​ແມງກະ​ເບື້ອ, ​ແລະ​ໄດ້​ກາຍ​ເປັນ​ນັກ​ກິ​ລາ​ລອຍນ້ຳ​ທີ່​ດີ​ເລີດ​ຜູ້​ໜຶ່ງ. ມີ​ເທື່ອ​ໜຶ່ງ, ​ນ້ອງ​ໄດ້​ຮັບ​ລາງວັນ, ​ແລ້ວ​ມີ​ນັກ​ຂ່າວ​ມາ​ສຳພາດ​, ນ້ອງ​ກໍໄດ້​ເວົ້າ​ເຖິງ​ເລື່ອງ​ນີ້, ນ້ອງ​ເວົ້າ​ວ່າ: "​ແມ່ນ​ອາຈານ​ຜູ້​ນີ້​ໄດ້​ເອົາ​ປີກ​​ໃຫ້​ຂ້າພະ​ເຈົ້າ​ຄູ່​ໜຶ່ງ​, ຂ້າ​ພະ​ເຈົ້າ​ເລືອກ​ເອົາ​ວິທີ​ລອຍ​ແບບ​ແມງກະ​ເບື້ອ, ກໍ່​ແມ່ນ​ເພື່ອ​ຢາກ​​ໃຫ້​ປີກ​ທີ່​ສວຍ​ງາມ​ຂອງ​ຂ້າ​ພະ​ເຈົ້າ​ເຜີຍ​ອອກ​ໃຫ້ໝູ່​ເຫັນ."

ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ບໍ່​ຮູ້​ວ່າ​ທ່ານ​ມີ​ຄວາມ​ຮູ້ສຶກ​ແນວໃດ​ເມື່ອ​ໄດ້​ຟັງ​ເລື່ອງ​ສອງ​ເລື້ອງ​ນີ້​ແລ້ວ? ອີກ​ບໍ່​ທໍ່​ໃດ້ມື້​, ​ວັນ​ເດັກ​ສາກົນ​ປະຈຳ​ປີ​ນີ້ກໍ​ຈະ​ວຽນມາ​ເຖິງ. ພວກ​ເຮົາ​ຫວັງ​ວ່າ​ລາຍການ​ມື້​ນີ້​ຄົງ​ຈະ​ພາ​ໃຫ້​ຜູ້​ເປັນ​ພໍ່​ແມ່​ທຸກ​ຄົນ​, ຄູ​ອາຈານ​ທຸກ​ຄົນ, ຈົນ​ກະທັ້ງ​ທ່ານ​ຜູ້​ຟັງ​ທຸກ​ຄົນ​ສຳນຶກ​ຮູ້​ວ່າ, ​ໃຈ​ຂອງ​ເດັກ​ນ້ອຍ​ແມ່ນ​ໄຮ້​ດຽງ​ສາທີ່, ​ໃຈ​ຂອງ​ເດັກນ້ອຍ​ແມ່ນ​ເປັນ​ໜ້າ​ແພງ​ທີ່​ສຸດ, ​ພວກ​ເຮົາ​ທຸກ​ຄົນຄວນ​ເຮັດ​ຄື​ກັບ​ບຸກຄົນ​ໃນ​ເລື່ອງນີ້, ​ເອົາ​ແນວ​ປູກ​ອັນ​ສວຍ​ງາມ​ແຫ່ງ​ຄວາມ​ເມດ​ຕາ, ກຽດ​ສັກ​ສີ, ຄວາມ​ເຊື້ອ​ໝັ້ນ​ຕົນ​ເອງ​ແລະ​ການ​ສ້າງ​ຕົນ​ໃຫ້​ເຂັ້ມ​ແຂງ​ຝັງ​ໄວ້ໃນ​ດວງ​ໃຈ​ຂອງ​ເດັກນ້ອຍ​ດ້ວຍ​ການ​ໃຫ້​ກຳລັງ​ໃຈ, ​ແລະ​ຍ້ອງ​ຍໍ​ສໍລະ​ເສີນ, ​ແລ້ວ​ມື້​ໃດ​ມື້ໜຶ່ງ, ​ທ່ານ​ກໍຈະ​ປະກົດ​ເຫັນ​ວ່າ, ​ເມື່ອຄອງ​ຄອຍ​ຈົນລະດູ​ໜາວ​ອັນຍືດ​ຍາວ​ຜ່ານ​ໄປ​ແລ້ວ, ​ໃນ​ທີ່​ສຸດ, ​ແນວ​ປູກ​ເຫຼົ່ານີ້​ກໍ​​ຈະ​ແຕກ​ໜໍ່​ຈໍ່​ໃບ, ​ເກີດ​ດອກ​ອອກ​ຜົນ​ອັນ​ງອກ​ງາມ​ຢ່າງ​ອຸດົມ​ສົມ​ບູນ​.