ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-30 16:03:27    
ໃນລະດູ​ຮ້ອນ​​ຕ້ອງລະວັງ​ພະຍາດ​ຍ້ອນ​​ແອ​ເຢັນ

cri


​ໃນ​ລະ​ດູ​ຮ້ອນ​ທີ່​ອົບ​ເອົ້າ, ຮຽນ, ​ການເຮັດ​ວຽກ​ຫຼື​ລົມ​ກັນ​ຢູ່​ໃນ​ຫ້ອງ​ແອ​ແມ່ນ​ເລື່ອງ​ທີ່​ສະບາຍ​ທີ່​ສຸດ, ​ແຕ່​ຢູ່​ເບື້ອງ​ຫຼັງ​ແອ​ເຢັນ​ນັ້ນ, ພັດ​ມີ​ຄວາມ​ອັນຕະລາຍ​ແຝງ​ຊ້ອນ​ຢູ່, ຖ້າ​ບໍ່​ລະວັງ, ກໍ​ຈະ​ເກີດ​​ເປັນ​ພະຍາດ. ຜູ້​ຊ່ຽວຊານ​ຊີ້​ອອກ​ວ່າ, ປະຈຸ​ບັນ, ຜູ້​ທີ່​ເປັນພະຍາດ​ແອ​ເຢັນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ຊາວ​ໜຸ່ມ, ​ໂດຍ​ສະ​ເພາະ​ແມ່ນຜູ້​ທີ່​ເຮັດ​ວຽກ​ໃນ​ຫ້ອງ​ແອ​ເຢັນ​ຂອງ​ບໍລິສັດ​ຕ່າງໆ. ​ແຕ່​​ໃນ​ອາກາດ​ທີ່​ອົບ​ເອົ້າ, ​ແອ​ເຢັນ​ກໍຂາດ​ບໍ່​ໄດ້, ສະ​ນັ້ນ, ຮູ້​ໃຊ້​​ແອ​ເຢັນ​ຕາມ​ຫຼັກວິທະຍາສາດ​ນັ້ນ​ແມ່ນ​ເລື່ອງ​ທີ່​ສຳຄັນ​ທີ່​ສຸດ.

​ໃນ​ຫ້ອງ​ແອ​ຄວນ​ເອົາ​ໃຈ​ໃສ່​ຮັກສາຄວາມຊຸ່ມ​

ຫຼາຍໆ​ຄອບຄົວ​ລ້ວນ​ແຕ່​ຢ້ານ​ວ່າ​ຖືກ​ລົມເຢັນພັດ​ດົນ​ໂພດ​ຈະ​ພາ​ໃຫ້​ຄົນ​ເປັນຫວັດ, ສະ​ນັ້ນ, ​ໃນ​ເວລານອນ, ທັງ​ເປີດ​ແອ​ທັງ​ຫົ່ມຜ້າ​ຫົ່ມ​ໜາ, ​ເຫັນ​ວ່າ​ເຮັດ​ແນວ​ນີ້​ຈະ​ປ້ອງ​ກັນ​ບໍ່​ໃຫ້​ເປັນ​ພະຍາດ​ຍ້ອນ​ແອ​​ເຢັນໄດ້. ທີ່​ຈິງ​ແລ້ວ, ຫຼອດລົມ​ຫາຍ​ໃຈ​ແມ່ນ​ອ່ອນ​ແອ​ທີ່​ສຸດ, ຫົ່ມຜ້າ​ຫົ່ມ​ມີ​ແຕ່​ເຮັດ​ໃຫ້​ຮ່າງກາຍ​ອຸ່ນຂຶນ​ພັດ​ປ້ອງ​ກັນ​ພະຍາດ​ບໍ່​ໄດ້. ​ເຖິງ​ວ່າ​ແອ​ໃຊ້​ໃນ​ເຮືອນ​ບໍ່​ເໝາະ​ແກ່ເຊື້ອ​ພະຍາດ​ເປັນ​ກຸ່ມ​​ເຕີບ​ໂຕ, ​ບໍ່ຫ່ອນ​ຈະ​ເຮັດ​ໃຫ້​ຄົນ​​ເປັນ​ພະຍາດປອດອັກ​ເສບ, ​ແຕ່​ລົມ​ເຢັນ​ຜ່ານ​ຫຼອດລົມ​ຫາຍ​ໃຈ​ແລ້ວ​ເຂົ້າ​ໃນ​ຮ່າງກາຍ, ​ເມື່ອ​ຕື່ນ​ນອນ​ແລ້ວ​ຮູ້ສຶກ​ປາກ​ແລະ​ດັງ​ແຫ້ງ, ກໍ​ຈະ​ເກີດ​ມີ​ອາການ​ເປັນຫວັດຄື​ກັນ. ນອກ​ນີ້, ສະພາບ​ແວດ​ລ້ອມ​ແຫ້ງ​ເໝາະ​ແກ່​ເຊື້ອ​ພະຍາດ​​ແລະ​ເຊື້ອ​ໄວ​ລັດຢູ່​ລອດ​.
ຜູ້​ຊ່ຽວຊານ​ຊີ້​ອອກ​ວ່າ, ຜູ້​ທີ່​ເຂົ້າ​ອອກ​ຫ້ອງ​ແອ​​ເລື້ອຍໆນັ້ນ​, ຕ້ອງ​ມີ​ການ​ຂ້າມ​ຜ່ານ​ດ້ານອຸນຫະພູມ, ຕົວຢ່າງ​ຄື​ຄວນ​ປັບ​ອຸນຫະພູມ​ໃຫ້​ສູງ​ຂຶ້ນ​ຫຼື​ປິດ​ແອ​ກ່ອນ, ​ເມື່ອ​ເຂົ້າ​ປະຕູ​ຕ້ອງ​ເຊັດ​ເຫື່ອ​ໃຫ້​ແຫ້ງ​ກ່ອນ. ​ເມື່ອ​ຢູ່​ໃນ​ຫ້ອງ​ແອ​​ເປັນ​ເວລາ​ດົນ​ນານ, ຄວນ​ດື່ມ​ນ້ຳ​ໃຫ້ຫຼາຍ​, ​ເອົາ​ຜ້າ​ປຽກຖູ​ພື້ນ​ເພື່ອ​ຮັກສາ​ຄວາມ​ຊຸ່ມຢູ່​ເລື້ອຍໆ. ນອກ​ນັ້ນ, ​ເມື່ອ​ອຸ​ນຫະພູມ​ນອກ​ຫ້ອງ​ຕ່ຳ​ກວ່າ25ອົງສາ​ກໍຢ່າ​ເປີດ​ແອ​, ຫຼັງ​ຈາກສອງ​​ໂມງ​ກາງຄືນ​ອາກາດຈະ​ເຢັນ​ລົງ​, ກໍ​ຄວນ​ປັບແອ​ໃຫ້​ຢູ່​ໃນ​ສະພາວະ​ເຂົ້າ​ນອນ.

ຮັກສາ​ໃຫ້​ອາກາດ​ລຸ​ລ່ວງ​ສາມາດ​ປ້ອງ​ກັນການ​ວິນຫົວ

ພວກ​ເຮົາ​ເຫັນ​ຢູ່​ເລື້ອຍໆ​ວ່າ​ຊາວ​ໜຸ່ມ​ຫຼືຜູ້​ທີ່​ອ່າວຕຸ້ຍ​ນັ້ນ, ມັກ​ເປີດ​ແອ​ຕະຫຼອດ​ມື້, ຫຼື​ວ່າ​ເຫື່ອ​ໄຫຼ​ໄຄ​ຍ້ອຍ​​ໃນ​ເວລາ​ກັບ​ມາ​ຈາກ​ທາງ​ນອກ, ຍັງ​ກໍ​ເປີດ​ແອ​ຮອດ​ອຸນຫະພູມ​ຕ່ຳ​ສຸດ, ບາງ​ຄົນຍັງ​ໃຫ້ແອພັດ​ໃສ່​ໂດຍ​ກົງ, ຮູ້ສຶກ​ສະບາຍ​ໃຈ​ທີ່​ສຸດ​ໃນ​ຄາວ​ນັ້ນ, ພັດ​ບໍ່​ຮູ້​ວ່າ​, ​ອຸນຫະພູມ​ຕ່ຳລົງ3​ຫາ4​ອົງສາບາດ​ດຽວ, ຈະ​ເຮັດ​ໃຫ້​ວິນຫົວ​. ນອກນີ້, ອາກາດ​ເຢັນ​ທີ່​ພັດ​ມາ​ກະທັນຫັນ​ຈະ​ເຮັດ​ໃຫ້​ຮູ​ເຫື່ອ​ຫົດ​​ເຂົ້າ​ຢ່າງ​ກະທັນຫັນ, ​ແລະ​ພາ​ໃຫ້​ເຈັບຫົວ.

ຜູ້​ຊ່ຽວຊານ​ແພດ​ສາດ​ຊີ້​ອອກ​ວ່າ, ນອກຈາກ​ເຮັດ​ໃຫ້​ຄົນ​ເປັນຫວັດ​​ແລ້ວ, ​ແອກໍ​​ໄດ້​ທຳລາຍສະໝອງ​ຢ່າງ​ຮ້າຍ​ແຮງ, ຄວນ​ພະຍາຍາມຫຼີກ​​ເວັ້ນຢ່າຢູ່​ໃນ​ຫ້ອງ​ແອ​ເປັນ​ເວລາ​ດົນ​ນານ, ຖ້າ​ມີ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ຮັກສາ​ອຸນຫະພູມ​ໃນ​ຫ້ອງ​ຢູ່​ປະມານ25​ອົງສາ, ຄວາ​ມຫຼຸດ​ລື່ນ​ກັນ​ລະຫວ່າງ​ອຸນຫະພູມ​ໃນ​ຫ້ອງ​​ແລະ​ນອກ​ຫ້ອງ​ຢ່າ​ໃຫ້​ເກີນ7​ອົງສາ​ດ ຍັງ​ຕ້ອງ​ເປີດ​ປ່ອງຢ້ຽມ​ປ່ຽນ​ອາກາດ​ເລື້ອຍໆ​, ຮັບປະກັນ​​ໃຫ້​ອາກາດ​ລຸ​ລ່ວງ​ດີ, ​ເມື່ອ​​ເປີດ​ແອ1​ຫາ3​ຊົ່ວ​ໂມງ​ແລ້ວ​ຕ້ອງ​ປິດ​​ແອ​ຊົ່ວ​ໄລຍະ​ໜຶ່ງ, ​ເປີດ​ຫ້ອງ​​ເພື່ອ​ເຮັດ​ໃຫ້​ອາກາດ​ສົດ​ຊື່ນ, ລົມ​ເຢັນ​ທຳ​ມະ​ຊາດ​ແມ່ນ​ດີ​ທີ່​ສຸດ. ຖ້າ​​ເງື່ອນ​ໄຂ​ບໍ່​ອະນຸຍາດ, ດີ​ທີ່​ສຸດ​ຫ່າງ​ກັນຊົ່ວ​ໂມງ​ໜຶ່ງຕົນ​ເອງ​ຄວນ​ໄປຫາຍ​ໃຈ​ເອົາ​ອາກາດ​ຢູ່ບ່ອນ​ທີ່​ມີ​ປ່ອງຢ້ຽມ​​ເຊັ່ນ​ລະບຽງ​ນອກ​ເຮືອນ​ເປັນ​ຕົ້ນ.

ພັດ​​ແອ​ເຢັນ​ເປັນ​ເວລາ​ດົນ​ນານ​ຕ້ອງ​ຮັກສາ​ຄວາມ​ອົບ​ອຸ່ນ

​ໃນ​ລະດູ​ຮ້ອນ, ອາກາດ​ນອກ​ເຮືອນ​ອົບ​ເອົ້າ, ຄົນ​ທັງຫຼາຍ​ນຸ່ງ​ເສື້ອ​ໜ້ອຍ, ​ແຕ່​ເມື່ອອຸນຫະພູມ​ໃນ​ຫ້ອງ​ແອ​ຕ່ຳ​ໂພດ, ​ແລະ​ນຸ່ງ​ເສື້ອ​ໜ້ອຍ, ອຸນຫະພູມ​ຕ່ຳ​ຈະ​ກະຕຸກ​ໃຫ້​ເສັ້ນ​ເລືອດ​ຫົດ​ເຂົ້າ​ຢ່າງກະທັນຫັນ, ​ເລື​ອດ​​ແລ່ນ​ບໍ່​ລຸ​ລ່ວງ, ​ແລ້ວ​ພາ​ໃຫ້​ເຈັບ​ຄໍ່​ກະ​ດູກ, ​ຄໍ​ແລະ​ກະ​ດູກສັນຫຼັງ​ແຂງ​ກະດ້າງ, ມັກ​ເຈັບ​ແອວ​ແລະ​ຕີນ​ມື​ເຢັນ​ເລື້ອຍໆ. ຜູ້​ທີ່​ເຮັດວຽກ​ໃນ​ຫ້ອງການ​ແລະ​ຕຶກ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ທີ່​ນັ່ງ​ຕະຫຼອດ​ມື້​ນັ້ນ, ດີ​ທີ່​ສຸດ​ແມ່ນ​ກຽມ​ສົ້ງ​ເສື້ອ​​ຂາ​ຍາວແຂນ​ຍາວ​ໃນ​ຫ້ອງການ, ​ໂດຍ​ສະ​ເພາະ​ແມ່ນ​ຜູ້ຍິງ, ຄວນ​ເອົາ​ຜ້າ​ຂົນໜູ​ນຫຼື​ເສື້ອ​ໜາ​ມາ​ປົກ​ຫົວ​ເຂົ່າ​, ພ້ອມ​ກັນ​ນັ້ນ, ​ເມື່ອ​ນັ່ງ​​ໄລຍະ​ໜຶ່ງ​ແລ້ວ​ຄວນ​ຢືນ​ຂຶ້ນມາ​ຫັດກາຍ, ​ເພື່ອ​ເຮັດ​ໃຫ້​ເລືອດ​ໝູນວຽນ​ດີກ​ວ່າ​ເກົ່າ.

​ເຄັດ​ລັບ​​ໃນ​ການໃຊ້​ແອ​

ອຸນຫະພູມ​ຂອງ​ແອ​ບໍ່​ຄວນ​ຕ່ຳຫຼາຍ, ທຳ​ມະ​ດາ​ໃຫ້ຄວບ​ຄຸມ​​ໄວ້​ຢູ່​ປະມານ25​ອົງສາ, ອຸນຫະພູມ​ໃນ​ຫ້ອງ​ຕ່ຳ​ກວ່າ​ນອກ​ຫ້ອງ3​ຫາ5​ອົງສາ​ແມ່ນ​ດີ​ທີ່​ສຸດ.

​ຜູ້​ເຮັດ​ວຽກໃນ​ຫ້ອງ​ແອ​ຄວນ​ດື່ມ​ນ້ຳ​​ໃຫ້ຫຼາຍ. ຄວນ​ຕົ້ມ​ນ້ຳ​ຊາດອກ​ເບັນ​ຈະ​ມາດ​ເປັນ​ຕົ້ນ, ​ເພື່ອ​ແກ້​ຮ້ອນ​ໃນ​ແລະ​ແກ້​ພິດ.

ຈຳກັດ​ເວລາ​ເປີດ​ແອ. ຄື​ອາກາດ​ຮ້ອນ​ເອົ້າ, ກໍ​ຢ່າ​ເປີດ​ແອ​ຕະຫຼອດ​ມື້, ຍິ່ງ​ບໍ່​ຄວນ​​ໃຫ້​ແອພັດ​ໃສ່​ໂດຍ​ກົງ.

ຄວນ​ຮັກສາ​ໃຫ້​ອາກາດ​ໃນ​ຫ້ອງ​ສົດ​​ໃສ. ຄວນ​ເປີດ​ປ່ອງຢ້ຽມ​ເປັນ​ປະຈຳ, ຢ່າງ​ໜ້ອຍ​ຕອນ​ເຊົ້າ​ແລະ​ຕອນ​ຫົວ​ຄ່ຳ​ເປີດ​ເທື່ອ​ໜຶ່ງ, ​ເທື່ອ​ໜຶ່ງ​ປະມານ10​ຫາ20​ນາທີ. ພ້ອມ​ກັນ​ນັ້ນ, ຫຼີກ​ເວັ້ນບໍ່​ໃຫ້​ສູບຢາ​ໃນ​ຫ້ອງ​ແອ, ​ເຖິງ​ວ່າ​​ເປີດ​ແອຢູ່, ກໍ​ຄວນ​ເປີດ​ປ່ອງຢ້ຽມ​​ໜ້ອຍ​ໜຶ່ງ​.

​​ເວລາເຂົ້າ​ອອກ​ຫ້ອງ​ແອ, ຄວນ​ນຸ່ງ​ເສື້ອ​ຕື່ມ​ຫຼື​ແກ້​ອອກ​ຕາມ​ອຸນຫະພູມ. ​ໃນ​ຍາມ​ນອນກາງຄືນ, ​ໃຫ້ຫຸ້ມຜ້າ​ຫົ່ມ​ບາງຫຼື​ຜ້າ​ຫົ່ມ​ຂົນໜູ​ນ, ​ໂດຍ​ສະ​ເພາະ​ແມ່ນ​ປົກຫຸ້ມ​ທ້ອງ​ໃຫ້​ດີ.