ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-30 16:06:34    
ນັກ​ວິທະຍາສາດ​ແຊນ​​ແປ​ພັນທີ່​ພາ​ໃຫ້​ຄົນ​ຕຸ້ຍ​ຂຶ້ນ

cri


ຜົນ​ການ​ຄົ້ນຄວ້າ​ຂະໜາດ​ໃຫຍ່​ລາຍ​ໜຶ່ງ​ທີ່​ນັກວິທະ​ຍາ​ສາດ​ອາ​ເມ​ລິ​ກາ​ແລະ​ເອີ​ລົບ​ປະກາດ​ໃນ​ມໍ່ໆ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ພະຍາດ​ຕຸ້ຍ​ຂອງມະນຸດ​​ເຮົາ​ອາດ​ຈະ​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ແຊນ​ປະ​ເພ​ດໜຶ່ງ​ທີ່​ເກີດ​ມີ​ການ​​ແປ​ພັນ, ​ແຊນ​​ແປ​ພັນປະ​ເພດ​ນີ້​ໄດ້​ມີ​ຜົນ​ສະທ້ອນ​ຕໍ່​ປະຊາກອນ​ປະມານ10%ຂອງ​ທົ່ວ​ໂລກ.

ອົງການ​ຄົ້ນຄວ້າ​ວິທະຍາສາດ10​ກວ່າ​ອົງການ​ເຊັ່ນ: ​ໂຮງໝໍ​ມະຫາວິທະຍາ​​ໄລ​ໂບສຕັນ​​ແລະ​ສະ​ຖາ​ບັນ​ສາທາລະນະ​ສຸກມະ​ຫາວິ​ທະ​ຍາ​ໄລ​ຮາເວີດ​ຂອງ​ອາ​ເມລິກາ, ມະ​ຫາ​ວິ​ທະ​ຍາ​ໄລ​ມູນິກ​ແລະ​ມະຫາວິທະຍາ​ໄລ​ອຸດສາຫະກຳ​ມູນິກຂອງ​ເຢຍລະ​ມັນ​ເປັນ​ຕົ້ນ​ໄດ້​ດຳ​ເນີນ​ການ​ຄົ້ນຄວ້າ​ລາຍ​ນີ້. ນັກ​ຄົ້ນຄວ້າ​ໄດ້​ວິ​ໄຈ​ຂໍ້​ມູນ​ຂ່າວສານ​ແຊນ​ຂອງ​ຜູ້​ອາສາ​ສະໝັກປະມານ9​ພັນ​ຄົນ, ນີ້​ແມ່ນ​ໂຄງການ​ຄົ້ນ​ຄວ້າ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່​ໂດຍ​ແນ​ໃສ່​ພະຍາດຕຸ້ຍ​ແລະ​ແຊນ​​ແປ​ພັນ​ນັບມາ​ຮອດ​ປະຈຸ​ບັນ, ຜົນ​ການ​ຄົ້ນຄວ້າ​ລາຍ​ນີ້​​ໄດ້​ປະກາດ​ໃນ​ວາລະສານ​ວິທະຍາສາດ​ທີ່​ພິມ​ຈຳໜ່າຍ​ໃນ​ວັນ​ທີ14​ພຶດສະພາ.

ທ່ານ​ຄຼິສ​ເຕີ​ແມນ ສາ​ສະ​ດາ​ຈານ​ມະ​ຫາ​ວິທະຍາ​ໄລ​ໂບສຕັນ​ທີ່​ນຳພາ​ການ​ຄົ້ນຄວ້າ​ຊີ້​ອອກ​ວ່າ, ພວກ​ເພິ່ນ​ຍັງ​ຄາດ​ຄະ​ເນ​ວ່າ​ຍັງ​ມີ​ແຊນຫຼາຍ​ກວ່າ​ນີ້​ອີກ​ທີ່ມີ​ການ​ພົວພັນ​ກັບ​ພະຍາດ​ຕຸ້ຍ, ​ແຕ່​ຍ້ອນ​ພາຫະນະດ້ານ​ເຕັກນິກ​ມີ​​ຈຳກັດ, ປະຈຸ​ບັນ, ມີ​ແຕ່ຈຳ​ແນ​ກ​ໄດ້​ປະ​ເພດ​ໜຶ່ງ​ເທົ່າ​ນັ້ນ. ຜົນ​ການ​ຄົ້ນ​ຄວ້າ​ດັ່ງກ່າວ​ໄດ້​​ເຜີຍ​ແບ​ຫຼັກ​ມູນ​ຂອງໂມ​ເລ​ກຸນ​ທີ່​ມີ​ຜົນ​ສະທ້ອນ​ຕໍ່​ພະຍາດ​ຕຸ້ຍ, ​ໄດ້​ຊີ້​ທາງ​ໃຫ້​ແກ່​ການ​ຄົ້ນຄວ້າ​ຜະລິດ​ຢາ​ຕ້ານ​ພະຍາດ​ຕຸ້ຍໃນ​ອະນາຄົດ. ​ແຕ່​ພ້ອມ​ກັນ​ນັ້ນ, ນັກວິທະຍາສາດ​ກໍ​ກ່າວ​ເນັ້ນ​ວ່າ, ບໍ່​ຄວນ​ໂຍນ​ໂທດ​ທັງ​ໝົດ​ຂອງ​ພະຍາກ​ຕຸ້ຍ​ໃສ່​ແຊນ, ປັດ​ໄຈ​ຫຼັງ​ການ​ເກີດ​​ເຊັ່ນອາຫານ​ການ​ກິນ​ເປັນ​ຕົ້ນ​ກໍ​ສຳຄັນ​ທີ່​ສຸດ.